ພິທີມອບ - ຮັບ ສຳນັກງານກອງບັນຊາການກອງພົນທະຫານບົກ 1, ຊຶ່ງແມ່ນຂອງຂວັນຂອງກອງທັບ ຫວຽດນາມ ມອບໃຫ້ ກອງທັບລາວ
(VOVWORLD) - ວັນທີ 16 ມັງກອນ, ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ, ປະເທດ ລາວ ໄດ້ດຳເນີນພິທີມອບ - ຮັບກິດຈະກຳ ສຳນັກງານກອງບັນຊາການກອງພົນທະຫານບົກເລກ 1 ກອງທັບປະຊາຊົນລາວ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ກະຊວງປ້ອງກັນປະເທດລາວ.










