ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານສານປະຊາຊົນສູງສຸດ ລາວ
(VOVWORLD) - ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.









