ຮັກສາຊັບສົມບັດອັນລ້ຳຄ່າລວມ ຫວຽດນາມ - ລາວ
(VOVWORLD) -ສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງ 2 ປະເທດຄວນປົກປັກຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນສະພາບການໃໝ່.
(VOVWORLD) -ສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງ 2 ປະເທດຄວນປົກປັກຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນສະພາບການໃໝ່.
(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ຄັ້ງທີ 44 ຢູ່ ຫວຽດນາມ, ຕອນບ່າຍວັນທີ 9 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ໄດ້ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ.

(VOVWORLD) -ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

(VOVWORLD) -ທ່ານພົນເອກ ໂງຊວັນລິກ ກໍຕີລາຄາສູງຕໍ່ເລື່ອງກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍະລາດເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.

(VOVWORLD) -ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.

(VOVWORLD) - ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ກອງປະຊຸມຄັ້ງທີ 44 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ

(VOVWORLD) -ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.

(VOVWORLD) -ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຄັ້ງນີ້ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

(VOVWORLD) -ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 – 10/01/2022 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

(VOVWORLD) - ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ເປັນການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວຂອງປີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022.