ຫວຽດນາມ - ລາວ ມຸ່ງໄປເຖິງປີສາມັກຄີມິດຕະພາບ ປີ 2022
(VOVWORLD) -ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ລາວ ໃນທຸກຂົງເຂດ ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ນັບມື້ນັບໄດ້ເປີດກ້ວາງ ແລະ ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ແກ່ປະຊາຊົນທັງສອງປະເທດ.









