ຫວຽດນາມ - ລາວ: ເປີດກວ້າງການຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ
(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.










