ຍົກລະດັບຄວາມໝາຍ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງ Feastival ເຫວ໊
(VOVWORLD) -Feastival ເຫວ໊ 2024 ດ້ວຍຈຸດທີ່ພົ້ນເດັ່ນແມ່ນສັບປະດາ Feastival ສິລະປະສາກົນ ເຫວ໊ 2024 ມີຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ” ເຊິ່ງດຳເນີນແຕ່ວັນທີ 7 ຫາວັນທີ 12 ມິຖຸນາຢູ່ນະຄອນ ເຫວ໊ ແລະ ຫຼາຍທ້ອງຖິ່ນໃນບໍລະເວນແຂວງ ເທື່ອທຽນເຫວ໊. ເຫດການເປັນຂີດໝາຍປີທີ 24 ເຊິ່ງງານບຸນວັດທະນະທຳສິລະປະມີຂອບຂະໜາດລະດັບຊາດ ແລະ ສາກົນໄດ້ຖືກຈັດຂຶ້ນຢູ່ ເຫວ໊.










