ວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ ເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດຊາດ
(VOVWORLD) -ຫວຽດນາມ ມີ 53 ຊົນເຜົ່າສ່ວນໜ້ອຍ ດ້ວຍປະຊາກອນປະມານຫຼາຍກວ່າ 14 ລ້ານຄົນ. ແຕ່ລະເຜົ່າສ່ວນໜ້ອຍພັດມີສີສັນວັດທະນະທຳສະເພາະຂອງຕົນ ອັນໄດ້ສ້າງຊີວິດວັດທະນະທຳ ຫວຽດນາມ ທີ່ອຸດົມສົມບູນ ຫຼາກຫຼາຍສີສັນ. ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດ, ວົງການນັກປະພັນ ນັກສິລະປິນບັນດາເຜົ່າສ່ວນໜ້ອຍຍາມໃດກໍ່ມີສະຕິຄວາມຮັບຮູ້ກ່ຽວກັບພາລະກຳຮັກສາ ແລະ ຖ່າຍທອດບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳພື້ນເມືອງຂອງວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍຢູ່ ຫວຽນາມ










