ຄົ້ນຫາວັດທະນະທຳ ບິ່ງດິ້ງ ດ້ວຍການເດີນທາງ
(VOVWORLD) -ຕົ້ນເດືອນ ພຶດສະພາ, ນັກທ່ອງທ່ຽວ 100 ຄົນ ແລະ ຊາວແຂວງ ບິ່ງດິ້ງ ໄດ້ເດີນທາງດ້ວຍລົດໄຟທີ່ມີຊື່ວ່າ “ເສັ້ນທາງກັບຄືນດິນແດນມວຍພື້ນເມືອງ”. ການເດີນທາງທີ່ເປັນເອກະລັກນີ້ ໄດ້ພາແຂກທ່ອງທ່ຽວຄົ້ນຫາຄວາມງາມທາງດ້ານວັດທະນະທຳ, ອາຫານການກິນ ແລະ ສິລະປະພື້ນເມືອງຂອງທ້ອງຖິ່ນບົນເສັ້ນທາງລົດໄຟ ລະຫວ່າງນະຄອນ ກຸຍເຍີນ ແລະ ເທດສະບານ ຢຽວຈີ່ ແຂວງ ບິ່ງດິ້ງ










