ແຂວງດ້ຽນບຽນຮັກສາເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຢູ່ໂຮງຮຽນ
(VOVWORLD) - ການນຳທຳນອງເພງພື້ນເມືອງທີ່ເປັນເອກະລັກຂອງຫຼາຍເຂດພາກ, ຫຼາຍຊົນເຜົ່າເຂົ້າໃນຫຼັກສູດການສອນຢູ່ໂຮງຮຽນແຫ່ງທີ່ມີນັກຮຽນສ່ວນຫຼາຍແມ່ນລູກຫຼານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍກໍ່ແມ່ນວິທີທີ່ມີຫົວຄິດປະດິດສ້າງຂອງຂະແໜງສຶກສາແຂວງດ້ຽນບຽນໃນຊຸມປີທີ່ຜ່ານມາ. ຜ່ານບັນດາຊົ່ວໂມງຮຽນພວກນ້ອງນັກຮຽນໄດ້ມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າຕົນ ປະກອບສ່ວນຮັກສາສີສັນນັບແຕ່ຢູ່ໂຮງຮຽນ










