ລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ” - ສິ່ງທີ່ໃໝ່ອ່ຽມ ສຳລັບບັນດາເລື່ອງລາວແຕ່ປາງກ່ອນ
(VOVWORLD) -ວັນທີ 16 ຫາ 17 ກັນຍາ ທີ່ຈະມາເຖິງນີ້ ຢູ່ສູນສິລະປະ ເອົາເກີ ຮ່າໂນ້ຍ ພວກເດັກໃນນະຄອນຫຼວງ ຈະມີໂອກາດເຊື່ອມຕົວເຂົ້າກັບໂລກນິທານທີ່ໃໝ່ອ່ຽມ ຜ່ານບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”. ບົດລະຄອນດົນຕີນີ້ຖືກຫັນມາຈາກປຶ້ມທີ່ມີຊື່ດຽວກັນຂອງຜູ້ແຕ່ງ ກວຽນເຈິ່ນ ໂດຍສູນບຳລຸງສ້າງ ແລະ ສິລະປະ FFC ປະຕິບັດ. ລາຍການສະແດງລະຄອນດົນຕີໄດ້ເຕົ້າໂຮມ ນັກສະແດງອາຊີບ ແລະ ສະໝັກຫຼິ້ນເກືອບ 200 ຄົນ ເຊິ່ງສ່ວນຫຼາຍແມ່ນພວກນ້ອງອະນຸຊົນ . ນີ້ຈະເປັນຂອງຂວັນທີ່ມີຄວາມໝາຍສຳລັບພວກເດັກ ໃນໂອກາດບຸນໄຫວ້ພະຈັນ ວັນເພງເດືອນ 8










