ວັດທະນະທໍາ

17/04/2023

ແຜ່ກະຈາຍວັນປຶ້ມແລະ ວັດທະນະທຳການອ່ານ ສູ່ນັກຮຽນເຂດຫ່າງໄກສອກຫຼີກ

(VOVWORLD) - ເພື່ອຕອບສະໜອງວັນປຶ້ມແລະວັດທະນະທຳການອ່ານຫວຽດນາມປີ 2023 (ວັນທີ 21 ເມສາ) ຫຼາຍທ້ອງຖິ່ນໃນແຂວງດັກລັກໄດ້ຈັດບັນດາກິດຈະກຳທີ່ມີຄວາມໝາຍມຸ່ງໄປສູ່ນັກຮຽນຢູ່ເຂດຫ່າງໄກສອກຫຼີກ. ຜ່ານນັ້ນກໍ່ເປັນໂອກາດເພື່ອໃຫ້ພວຫກນ້ອງ ໄດ້ສຳຜັດ ກັບປຶ້ມຫຼາຍກວ່າທັງເປັນການປຸກລຸກຄວາມຮັກມັກແລະພັດທະນາວັດທະນະທຳການອ່ານຢູ່ບັນດາໂຮງຮຽນ

ແຜ່ກະຈາຍວັນປຶ້ມແລະ ວັດທະນະທຳການອ່ານ ສູ່ນັກຮຽນເຂດຫ່າງໄກສອກຫຼີກ
10/04/2023

ປຶ້ມດີຈີຕອນແຜ່ຂະຫຍາຍກວ້າງກວ່າຄວາມຮັກອ່ານປຶ້ມ

(VOVWORLD) -ການພັດທະນາຂອງອຸປະກອນເອເລັກໂຕນິກອັດສະລິຍະໄດ້ສ້າງຄວາມຊິນເຄີຍອ່ານປຶ້ມແບບໃໝ່ຂອງຜູ້ອ່ານ. ແທນທີ່ໄປໃສກໍ່ຈັບປຶ້ມເພື່ອອ່ານເມື່ອມີເວລາຫວ່າງ, ຫຼາຍຄົນໄດ້ຫັນໄປສູ່ອ່ານປຶ້ມດີຈີຕອນຫຼືເອີ້ນວ່າປຶ້ມເອເລັກໂຕນິກຫຼືອ່ານທາງອອນລາຍໃນລະບົບອິນເຕີເນັດ. ຜົນປະໂຫຍດນີ້ໄດ້ເປີດທ່າອ່ຽງໃໝ່ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງກວ່າຂະບວນການອ່ານປຶ້ມຢູ່ ຫວຽດນາມ.

ປຶ້ມດີຈີຕອນແຜ່ຂະຫຍາຍກວ້າງກວ່າຄວາມຮັກອ່ານປຶ້ມ
03/04/2023

ເສີມຂະຫຍາຍຄຸນຄ່າມໍລະດົກໂລກໃນການພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມມີຫຼາຍມໍລະດົກວັດທະນະທຳແລະທຳມະຊາດໂລກຊຶ່ງໄດ້ ຮັບການຢັ້ງຢືນຈາກ UNESCO. ບັນດາມໍລະດົກໂລກນີ້ນັບມື້ນັບປະກອບສ່ວນ ສຳຄັນເຂົ້າໃນການພັດທະນາແບບຢືນຍົງຢູ່ຫວຽດນາມ

ເສີມຂະຫຍາຍຄຸນຄ່າມໍລະດົກໂລກໃນການພັດທະນາແບບຍືນຍົງ
27/03/2023

ແຂວງ ບິ່ງດິ້ງ ເສີມຂະຫຍາຍຄຸນຄ່າບັນດາ ປູຊະນີຍະສະຖານ ທາດຈຳ ເພື່ອຮັບໃຊ້ການທ່ອງທ່ຽວ

(VOVWORLD) -ແຂວງ ບິ່ງດິ້ງ ເຄີຍແມ່ນເມືອງຫຼວງເກົ່າ ຂອງລາຊະອານາຈັກຈຳປາ ແຕ່ສະຕະວັດທີ XI ຫາສະຕະວັດທີ XV, ຊາວຈຳ ໄດ້ປະໄວ້ຢູ່ດິນແດນແຫ່ງນີ້ ບັນດາມໍລະດົກວັດທະນະທຳອັນລ້ຳຄ່າ ໃນນັ້ນພົ້ນເດັ່ນຂຶ້ນແມ່ນບັນດາປູຊະນິຍະສະຖານ ແລະ ຮ່ອງຮອຍສະຖານທາດຈຳ.ລະບົບທາດຈຳ ໃນແຂວງ ບິ່ງດິ້ງ ມີບັນດາຄຸນຄ່າປະຫວັດສາດ, ສະຖາປັດຕະຍະກຳສິລະປະທີ່ມີຄຸນຄ່າທີ່ສຸດ ເຊິ່ງແມ່ນແຫຼ່ງຊັບພະຍາກອນທ່ອງທ່ຽວ ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ

ແຂວງ  ບິ່ງດິ້ງ ເສີມຂະຫຍາຍຄຸນຄ່າບັນດາ ປູຊະນີຍະສະຖານ ທາດຈຳ ເພື່ອຮັບໃຊ້ການທ່ອງທ່ຽວ
20/03/2023

ການອະນຸລັກຮັກສາເອກະສານມໍລະດົກ ມາຍາຍ ຢູ່ພູຫງູແຮັ່ງເຊີນ

(VOVWORLD) -ລະບົບ ມາຍາຍ ໝາຍເຖິງເອກະສານທີ່ຄວັດສະຫຼັກຢູ່ຕາມຜາຫີນ, ຖຳ້ ໃນປູຊະນີຍະສະຖານລະດັບຊາດພິເສດພູຫງູແຮັ່ງເຊີນ ທີ່ນະຄອນດ່າໜັງ ທີ່ໄດ້ຮັບການຮັບຮອງຈາກອົງການ Unesco ວ່າ ແມ່ນມໍລະດົກເອກະສານຂຶ້ນກັບໂຄງການຊົງຈຳໂລກ ພາກພື້ນອາຊີປາຊີຟິກ ເດືອນ ພະຈິກ ປີ 2022. ນະຄອນ ດ່າໜັງ ໄດ້ຍູ້ແຮງວຽກງານອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງມໍລະດົກ ມາຍາຍ

ການອະນຸລັກຮັກສາເອກະສານມໍລະດົກ ມາຍາຍ ຢູ່ພູຫງູແຮັ່ງເຊີນ
13/03/2023

ຫ້ອງຮຽນຂັບກວນເຫາະພິເສດໃນແຂວງບັກນິງ

(VOVWORLD) - ຮອດຕອນຄ່ຳວັນເສົາໃນແຕ່ລະອາທິດ, ບໍ່ວ່າໃນອາກາດແດດຮ້ອນຫຼືໜາວຈັດ, ຫ້ອງຮຽນຂັບກວນເຫາະໂດຍບໍ່ເກັບຄ່າຂອງນັກສິລະປະການ ຮວ່າງທິຈ້ອງແລະດ່າວທິຖຸຍຢູ່ຊາລາບ້ານດ້າຍເທື້ອງຕາແສງດ້າຍດົ່ງເມືອງຕຽນຢູແຂວງບັກນິງຍັງຄົງເປີດຕ້ອນຮັບນັກຮຽນຢ່າງສະເໝີ ອັນໄດ້ດຶງດູດທຸກໆຄົນເປັນຕົ້ນແມ່ນເດັກນ້ອຍມາຮຽນ. ຫ້ອງຮຽນພິເສດໂດຍບໍ່ມີແທ່ນສອນ,ບໍ່ມີກະດານ, ບໍ່ມີສໍຂາວພຽງແຕ່ມີສຽງຂັບຮ້ອງທີ່ອ່ອນຊ້ອຍແລະໄຮ້ດຽງສາຂອງພວກນ້ອງນ້ອຍແລະສຽງບອກສອນຢ່າງສຸດໃຈຂອງພວກເອື້ອຍຄູ

ຫ້ອງຮຽນຂັບກວນເຫາະພິເສດໃນແຂວງບັກນິງ
06/03/2023

ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ - ບັນດາຮູບເງົາທີ່ສະຫງ່າອົງອາດຂອງຊາດ

(VOVWORLD) -ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງວັດທະນະທຳຫວຽດນາມ (1943-2023) ໄດ້ຖືກນຳມາສາຍໃນຂອບເຂດທົ່ວປະເທດແຕ່ວັນທີ 25 ກຸມພາຫາວັນທີ 8 ມີນາທີ່ຜ່ານມາ. ບັນດາຮູບເງົາກ່ຽວກັບຫົວຂໍ້: ວັດທະນະທຳ, ປະທານໂຮ່ຈີມິນ, ປະເທດຊາດ ແລະ ຊາວຫວຽດນາມ ລ້ວນແຕ່ແມ່ນບັນດາຮູບເງົາທີ່ຍືນຍົງຄົງຕົວກັບການເວລາ ໄດ້ວາດພາບເຖິງປະຫວັດສາດແຫ່ງສະຫງ່າອົງອາດຂອງຊາດຫວຽດນາມ

ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ - ບັນດາຮູບເງົາທີ່ສະຫງ່າອົງອາດຂອງຊາດ
27/02/2023

ກາວບັ່ງຮັກສາ ແລະ ອະນຸລັກບັນດາທຳນອງເພງພື້ນເມືອງ

(VOVWORLD) - ແຂວງກາວບັ່ງມີສາງທຳນອງເພງພື້ນເມືອງຢ່າງມະຫານສານຂອງບັນດາເຜົ່າຄືເຜົ່າໄຕ່ ນຸ່ງມົ້ງແລະຢ້າວ. ນີ້ແມ່ນບັນດາມໍລະດົກເຊິ່ງເປັນການໂຮມຍອດຍິ່ງຈາກພູມປັນຍານັບແຕ່ໃດໆມາເຊິ່ງມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ, ວັດທະນະທຳມະນຸດຢ່າງເລິກເຊິ່ງຊຶ່ງຕ້ອງການໄດ້ຮັບຄວາມເອົາໃຈໃສ່ອະນຸລັກ ເສີມຂະຫຍາຍຄຸນຄ່າແລະຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ. ສະມາຄົມອະນຸລັກທຳນອງເພງພື້ນເມືອງບັນດາເຜົ່າແຂວງກາວບັ່ງໄດ້ ແລະພວມມານະພະຍາຍາມເຄື່ອນໄຫວເພື່ອເປົ້າໝາຍຮັກສາແລະອະນຸລັກ ບັນດາທຳນອງເພງພື້ນເມືອງໃນສາງວັດທະນະທຳບັນດາເຜົ່າໃນບໍລິເວນ

ກາວບັ່ງຮັກສາ ແລະ ອະນຸລັກບັນດາທຳນອງເພງພື້ນເມືອງ
20/02/2023

ອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຈຳປາຢູ່ແຂວງ ເທື່ອທຽນເຫວ້

(VOVWORLD) -ແຂວງ ເທື່ອທຽນເຫວ້ ແມ່ນໜຶ່ງໃນບັນດາສະຖານທີ່ຍັງຮັກສາບັນດາວັດຖຸພັນທີ່ມີຄຸນຄ່າເປັນເອກະລັກ ເຊິ່ງກ່ຽວຂ້ອງເຖິງວັດທະນະທຳຈຳປາ. ຍ້ອນພື້ນຖານວັດທະນະທະຈຳປາ ມີທີ່ຕັ້ງສຳຄັນພິເສດໃນການສ້າງສີສັນວັດທະນະທຳຂອງເຫວ້ເປັນຮູບປະທຳ ດັ່ງນັ້ນທາງແຂວງຍາມໃດກໍ່ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຈຳປາ.

ອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຈຳປາຢູ່ແຂວງ ເທື່ອທຽນເຫວ້
13/02/2023

ນຳວັດທະນະທຳ ຫວຽດນາມ ໄປພົວພັນແລກປ່ຽນກັບເພື່ອນມິດສາກົນ

(VOVWORLD) -ການທູດວັດທະນະທຳໄດ້ ແລະ ພວມແມ່ນໜຶ່ງໃນບັນດາຜົນສຳເລັດຂອງ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ. ການທູດວັດທະນະທຳ ໄດ້ຖືກຫັນເປັນລະອຽດ ດ້ວຍບັນດາການເຄື່ອນໄຫວ ພົວພັນແລກປ່ຽນທາງດ້ານວັດທະນະທຳ, ສະແດງສິລະປະ, ໂຄສະນາພາບພົດ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ. ໂດຍຜ່ານບັນດາການເຄື່ອນໄຫວເຫຼົ່ານີ້ ປະຊາຊົນຫຼາຍປະເທດໃນໂລກ ໄດ້ເລືອກເອົາ ຫວຽດນາມ ແມ່ນຈຸດນັດພົບ ເພື່ອລົງມືລົງທຶນທ່ອງທ່ຽວ ນຳໃຊ້ບັນດາຜະລິດຕະພັນການບໍລິການທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ແລະ ຍິ່ງກວ່ານັ້ນແມ່ນການສະໜັບສະໜູນບັນດາທັດສະນະແນວທາງນະໂຍບາຍຂອງ ຫວຽດນາມ

ນຳວັດທະນະທຳ ຫວຽດນາມ ໄປພົວພັນແລກປ່ຽນກັບເພື່ອນມິດສາກົນ