ວັດທະນະທໍາ

06/02/2023

ຂັບສຳຍາມລະດູບານໃໝ່

(VOVWORLD) - ຂັບສຳແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກໃນສາງດົນຕີຂອງຊາດຫວຽດນາມ.ຜ່ານໄລຍະປະຫວັດສາດແລະໄດ້ຖືກສູນຫາຍໄປບໍ່ຫຼາຍກໍ່ໜ້ອຍແລະປັດຈຸບັນພວມຄ່ອຍໆໄດ້ຮັບການຟື້ນຟູ. ຢູ່ນະຄອນຫ໋າຍຟ່ອງ ຂັບສຳບໍ່ພຽງແຕ່ໄດ້ສະແດງບົນເວທີໃນບັນດາງານບຸນປະເພນີເທົ່ານັ້ນຫາກຍັງປາກົດມີໃນງານບຸນດົນຕີຢູ່ຕາມທ້ອງຖະໜົນໃນຊຸມວັນບຸນເຕັດ ທັງໄດ້ຖືກຖ່າຍທອດໃນໂຮງຮຽນອີກດ້ວຍ

ຂັບສຳຍາມລະດູບານໃໝ່
30/01/2023

ມີຄົນລຸ້ນໃໝ່ນິຍົມວາດຟ້ອນແຊ

(VOVWORLD) - ສິລະປະຟ້ອນແຊເຜົ່າຜູ້ໄທແມ່ນໜຶ່ງໃນບັນດາຄວາມເອກອ້າງທະນົງໃຈ ຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອເວົ້າສະເພາະ ແລະ ຂອງຫວຽດນາມເວົ້າລວມ. ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດເຊິ່ງອົງການUnescoໄດ້ເຊີດຊູເມື່ອປີ 2021. ພ້ອມກັບບັນດານັກສິລະປະການທີ່ມີອາຍຸສູງ, ວາດຟ້ອນແຊໄດ້ ແລະພວມໄດ້ຮັບການຮັກສາອະນຸລັກຈາກຄົນລຸ້ນຫຼັງ ອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ຊົນເຜົ່າຜູ້ໄທ ເພື່ອໃຫ້ວາດຟ້ອນແຊຍືນຍົງຄົງຕົວກັບການເວລາ

ມີຄົນລຸ້ນໃໝ່ນິຍົມວາດຟ້ອນແຊ
16/01/2023

ຈຸດໜຶ່ງຂອງບຸນເຕັດເມື່ອກ່ອນນີ້ຝາກໄວ້ ໃນເຄື່ອງຫຼິ້ນພື້ນເມືອງຫຼາກຫຼາຍສີສັນ

(VOVWORLD) - ເມື່ອບຸນເຕັດວຽນມາໃນແຕ່ລະຄັ້ງພ້ອມກັບບັນດາເຄື່ອງຫຼິ້ນທັນສະໄໝນັ້ນ, ຊາວນະຄອນເກິ່ນເທີກໍ່ໄປຊອກຫາເຄື່ອງຂາຍຫຼືສະຖານທີ່ເຮັດເຄື່ອງຫຼິ້ນພື້ນເມືອງ. ເຄື່ອງຫຼິ້ນພື້ນເມືອງແມ່ນອຸດົມສົມບູນຫຼາຍຮູບຫຼາຍແບບ ແລະ ຫຼາກຫຼາຍສີສັນ ໄດ້ກາຍເປັນຄວາມຊົງຈຳທີ່ຍາກຈະລືມໄດ້ ແລະເຮັດໃຫ້ຄົນເຮົາຄຳນຶງເຖິງຫຼາຍສິ່ງກ່ຽວກັບບຸນເຕັດທີ່ອົບອຸ່ນເມື່ອກ່ອນນີ້

ຈຸດໜຶ່ງຂອງບຸນເຕັດເມື່ອກ່ອນນີ້ຝາກໄວ້ ໃນເຄື່ອງຫຼິ້ນພື້ນເມືອງຫຼາກຫຼາຍສີສັນ
09/01/2023

ເສີມຂະຫຍາຍສິລະປະພື້ນເມືອງໃນຊີວິດຍຸກທັນສະໄໝ

(VOVWORLD) -ໂດຍຕອບສະໜອງທ່າອ່ຽງພັດທະນາສັງຄົມ, ໃນຊຸມປີມໍ່ໆມານີ້ ບັນດາປະເພດສິລະປະພື້ນເມືອງຂອງ ຫວຽດນາມຄືສິລະປະ ຂັບຕ່ວງ, ຂັບແຈ່ວ, ລະຄອນຕຸກກະຕານ້ຳ, ຊັບກ່າຈູ່..., ບໍ່ພຽງແຕ່ຖືກສະແດງທີ່ບັນດາງານບຸນຢູ່ໝູ່ບ້ານຕາແສງຫຼືໃນບັນດາໂຮງລະຄອນເທົ່ານັ້ນ ຫາກຍັງຖືກສະແດງຢູ່ຫຼາຍເຂດວັດທະນະທຳຊຸມຊົນອີກດ້ວຍ.ເພື່ອໃຫ້ສິລະປະພື້ນເມືອງທັງສາມາດຮັກສາຄຸນຄ່າທີ່ເປັນແກ່ນສານ ທັງພັດທະນາໃນຊີວິດຍຸກທັນສະໄໝ ແລະໄດ້ຮັບການຮອງຮັບຈາກຫຼາຍຄົນ ເປັນຕົ້ນແມ່ນໄວໝຸ່ມນັ້ນ ຂະແໜງວັດທະນະທຳໄດ້ມີບັນດາການແກ້ໄຂທີ່ດີ ແລະຄົບຊຸດ

ເສີມຂະຫຍາຍສິລະປະພື້ນເມືອງໃນຊີວິດຍຸກທັນສະໄໝ
26/12/2022

ນຳບັນດານັກວິລະຊົນ ກາຍເປັນຕົວລະຄອນໃນເວທີສະແດງ - ການເຂົ້າເຖິງປະຫວັດສາດໃໝ່

(VOVWORLD) -ໃນແຕ່ລະອາທິດ ຢູ່ແຕ່ລະກຸ່ມຫ້ອງຮຽນ, ພວກນ້ອງນັກຮຽນໄດ້ເລືອກເອົາແບບຢ່າງຊາວໜຸ່ມ ເຍົາວະຊົນທີ່ເປັນນັກວິລະຊົນທີ່ໄດ້ຮັບຄວາມນິຍົມຊົມຊອບ ໃຫ້ກາຍເປັນຕົວລະຄອນ ເພື່ອວາດພາບເຖິງບັນດາເລື່ອງລາວປະຫວັດສາດຂອງຊາດ ຜ່ານລາຍການສະແດງຕໍ່ໜ້າທົ່ວໂຮງຮຽນ ໃນເວລາຮ່ວມຊີວິດ. ນີ້ກໍ່ແມ່ນໜຶ່ງໃນບັນດາວິທີການໃໝ່ ເຊິ່ງແມ່ນວິທີສົມທົບລະຫວ່າງ ການສອນປະຫວັດສາດກັບວັນນະຄະດີ ເຊິ່ງໂຮງຮຽນຫຼາຍແຫ່ງຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຜັນຂະຫຍາຍໃນໄລຍະທີ່ຜ່ານມາ. ການເຂົ້າເຖິງປະຫວັດສາດໃໝ່ນີ້ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນສາມາດເຂົ້າໃຈງ່າຍ ສາມາດຈົດຈຳປະຫວັດສາດແຫ່ງການຕໍ່ສູ້ ກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງປູ່ຍ່າຕາຍາຍ ເມື່ອກ່ອນນີ້.

ນຳບັນດານັກວິລະຊົນ ກາຍເປັນຕົວລະຄອນໃນເວທີສະແດງ - ການເຂົ້າເຖິງປະຫວັດສາດໃໝ່
12/12/2022

ນະຄອນ ໂຮ່ຈີມິນ ສ້າງເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນ

(VOVWORLD) -ການສ້າງເຂດວັດທະນະທຳ ໂຮ່ຈີມິນ ພວມປະຕິບັດຢູ່ໂຮງຮຽນຫຼາຍແຫ່ງທີ່ນະຄອນ ໂຮ່ຈີມິນ ເພື່ອແນໃສ່ສ້າງສະພາບແວດລ້ອມການຮ່ຳຮຽນ ຊອກຮູ້ຕົວຈິງ. ພ້ອມກັນນັ້ນເຂດວັດທະນະທຳນີ້ ກໍ່ໄດ້ຊ່ວຍໃຫ້ນັກຮຽນ ມີໂອກາດຊອກຮູ້ກ່ຽວກັບຊີວິດ ພາລະກິດຂອງປະທານ ໂຮ່ຈີມິນ ຕື່ມອີກ. ຜ່ານນັ້ນບັນດາໂຮງຮຽນ ກໍ່ໄດ້ມີການເຄື່ອນໄຫວ ຕິດພັນກັບການຜັນຂະຫຍາຍປະຕິບັດການຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຢ່າງມີປະສິດທິຜົນ

ນະຄອນ ໂຮ່ຈີມິນ ສ້າງເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນ
05/12/2022

ລາງວັນໂຮ່ຈີມິນຕິດພັນກັບກິດຈະການສ້າງສາແລະພັດທະນາປະເທດຊາດ

(VOVWORLD) -ລາງວັນໂຮ່ຈີມິນແມ່ນລາງວັນທີ່ມີຄຸນຄ່າທີ່ສຸດເຊິ່ງລັດ ຫວຽດນາມໄດ້ມອບໃຫບັນດານັກປະພັນກຸ່ມນັກປະພັນ ຂອງບັນດາກິດຈະກຳວິທະສາດເຕັກນິກວັນນະຄະດີສິລະປະດີເດັ່ນເປັນພິເສດສາມາດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ແລະ ຍາວນານໃນຊີວິດສັງຄົມ. ລາງວັນນີ້ໄດ້ມອບ 5 ປີເທື່ອໜຶ່ງແມ່ນແຫຼ່ງລະດົມກຳລັງໃຈ ສົ່ງເສີມບັນດານັກຄົ້ນຄວ້າວິທະຍາສາດເຕັກນິກ, ບັນດາຜູ້ປະດິດຄິດແຕ່ງວັນນະຄະດີສິລະປະໄດ້ອຸທິດສ່ວນໃຫ້ແກ່ພາລະກິດສ້າງສາປະເທດຊາດນັບມື້ນັບຫຼາຍຂຶ້ນ

ລາງວັນໂຮ່ຈີມິນຕິດພັນກັບກິດຈະການສ້າງສາແລະພັດທະນາປະເທດຊາດ
28/11/2022

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ - ແຫ່ງເຕົ້າໂຮມ ພູມປັນຍາ ແລະ ຫົວຄິດປະດິດຄິດສ້າງ

(VOVWORLD) - ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ຫັນຄຳໝັ້ນສັນຍາກັບອົງການ Unesco ໃຫ້ປາກົດຜົນເປັນຈິງ ຂະນະທີ່ ຮ່າໂນ້ຍ ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງ.ໂດຍຖັດຈາກສັບປະດາລິເລີ່ມປະດິດຄິດສ້າງປີ 2021 ຢ່າງສຳເລັດຜົນ, ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2022 ທີ່ຈັດຂຶ້ນແຕ່ວັນທີ 11 ຫາ 20 ພະຈິກ ສືບຕໍ່ຢັ້ງຢືນແຫຼ່ງກຳລັງປະດິດຄິດສ້າງຂອງ ຮ່າໂນ້ຍໂດຍຜ່ານເຊື່ອມຕໍ່ບັນດານັກສິລະປິນ ນັກອອກແບບປະດິດຄິດສ້າງ ນັກຊ່ຽວຊານໃນຫຼາຍຂົງເຂດທີ່ແຕກຕ່າງກັນ.

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ - ແຫ່ງເຕົ້າໂຮມ ພູມປັນຍາ ແລະ ຫົວຄິດປະດິດຄິດສ້າງ
23/11/2022

ບັນດາຂອງປະເສີດແຫ່ງຊາດຢູ່ດິນແດນ ຮຶງອຽນ

(VOVWORLD) - ຮຶງອຽນ, ເຂດບ້ານນາແຫ່ງອະລິຍະທຳ ແມ່ນແຫ່ງເກັບຮັກສາບັນດາວັດຖຸພັນ ວັດຖຸບູຮານຫຼາຍຢ່າງມີຄຸນຄ່າເປັນເອກະລັກ ໃນນັ້ນມີ 6 ວັດຖຸພັນ, ກຸ່ມວັດຖຸພັນໄດ້ຮັບການຮັບຮອງ ແມ່ນຂອງປະເສີດແຫ່ງຊາດ. ນີ້ແມ່ນບັນດາວັດຖຸພັນເຄົ້າ, ເປັນຂີດໝາຍທາງດ້ານວັດທະນະທຳມີຄຸນຄ່າ ທາງດ້ານຄວາມປານີດຂອງແຕ່ລະໄລຍະປະຫວັດສາດ ໂດຍແຂວງ ຮຶງອຽນ ມີຄວາມເອກອ້າງທະນົງໃຈອະນຸລັກຮັກສາ

ບັນດາຂອງປະເສີດແຫ່ງຊາດຢູ່ດິນແດນ ຮຶງອຽນ
14/11/2022

ນັກປະພັນເລລິ້ວ- ບຸກຄົນພິເສດຂອງວັນນະຄະດີຫວຽດນາມ

(VOVWORLD) -ໃນມື້ມໍ່ໆມານີ້ ນັກປະພັນເລລິ້ວຜູ້ທີ່ມີຊື່ສຽງໃນພື້ນຖານວັນນະຄະດີຫວຽດນາມຫາກໍ່ເຖິງແກ່ມໍລະນະກຳ. ໃນຄາວຍັງມີຊີວິດຢູ່ ເພື່ອນຮ່ວມອາຊີບໄດ້ເອີ້ນທ່ານວ່າແມ່ນນັກປະພັນກອງທັບ, ນັກປະພັນປະຊາຊົນ ແລະ ຖືທ່ານເປັນຕົ້ນໂພປົກຄຸມຄວາມເຢັນໃຫ້ແກ່ວັນນະຄະດີຫວຽດນາມໃນຕະຫຼອດຊຸມປີທ້າຍສະຕະວັດທີ XX ແລະຕົ້ນສະຕະວັດທີ XXI. ທ່ານໄດ້ຮັບຖືວ່າແມ່ນບຸກຄົນພິເສດຂອງວັນນະຄະດີຫວຽດນາມເພາະວ່າໃນແຕ່ລະບົດປະພັນວັນນະຄະດີຂອງເລລິ້ວຜູ້ອ່ານສາມາດເຫັນໄດ້ເຖິງການຜັນແປໃນຊີວິດ ຊາຕາກຳຂອງທ່ານ. ດ້ວຍລັກສະນະຊື່ສັດດັ່ງກ່າວບັນດາ ບົດປະພັນວັນນະຄະດີຂອງນັກປະພັນເລລິ້ວ ໄດ້ສ້າງຂີດໝາຍອັນເລິກເຊິ່ງໃຫ້ແກ່ຜູ້ອ່ານທັງຫຼາຍ.

ນັກປະພັນເລລິ້ວ- ບຸກຄົນພິເສດຂອງວັນນະຄະດີຫວຽດນາມ