ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງ ແລະ ບົດປະພັນຂອງຕົນ
(VOVWORLD) - ນັກປະພັນວັນນະຄະດີ ຫງວຽນຊວນແຄ໊ງເປັນຜູ້ໄດ້ປະດິດຄິດແຕ່ງບັນດາປຶ້ມນະວະນິຍາຍປະຫວັດສາດທີ່ມີຊື່ສຽງ ຫາກໍ່ເຖິງແກ່ມໍລະນະກຳ ລວມອາຍຸ 79 ປີ. ບັນດາບົດປະພັນຂອງທ່ານ ໄດ້ສ້າງຂີດໝາຍອັນເລິກເຊິ່ງ ໃນຈິດໃຈຂອງຜູ້ອ່ານ ກໍ່ຄືໃນເວທີວັນນະຄະດີ ຫວຽດນາມ. ເພາະໃນນັ້ນໄດ້ຊ້ອນແຝງບັນດາຄຸນຄ່າ ວັດທະນະທຳຂອງມະນຸດຢ່າງເລິກເຊິ່ງການຄົ້ນຄວ້າປະຫວັດສາດ ແລະ ວັດທະນະທຳ, ການສັງເກດຕົວຈິງກ່ຽວກັບຄວາມຈະເລີນຮຸ່ງເຮືອງ ກໍ່ຄືການເສືອມຖອຍຂອງບັນດາລາດສະວົງ, ບັນດາການຜັນແປໃນຍຸກສະໄໝ ພິເສດໄດ້ປຸກລຸກການມຸ່ງໄປສູ່ຄວາມສຸດຈະລິດຂອງແຕ່ລະຄົນຕາມທິດສະດີພຸດທະສາສະໜາ










