ບ່ອນເກັບຮັກສາເອກະສານປະຫວັດສາດດ້ວຍສຽງ
(VOVWORLD) -ມາຮອດວັນທີ 7 ກັນຍາ ປີ 2020, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມີໄລຍະ 75 ປີ ຮ່ວມການເດີນທາງພ້ອມກັບຊາດ, ຜ່ານຜ່າຊຸມວັນເດືອນປີແຫ່ງສົງຄາມ ທີ່ລຳບາກກາກກຳ ແລະ ນັບທັງໄລຍະແປງປ່ຽນໃໝ່. ໃນຊຸມເດືອນ ປີນັ້ນ, ບັນດານັກຂ່າວ, ບັນນາທິການ ນັກເຕັກນິກຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ບັນທຶກເອກະສານປະຫວັດສາດດ້ວຍສຽງ ເຊິ່ງລວມມີບັນດາເຫດການທີ່ສຳຄັນຍິ່ງຂອງປະເທດຊາດ ນັບແຕ່ປີ 1945 ມາຮອດປັດຈຸບັນ ດ້ວຍສຽງທີ່ລ້ຳຄ່າ.










