ວັດທະນະທໍາ

20/04/2020

ເພື່ອໃຫ້ຮູບເງົາ ຫວຽດນາມ ບືນຕົວອອກສູ່ໂລກພາຍນອກ

(VOVWORLD) -ຮູບເງົາ ຫວຽດນາມ ໃນໄລຍະເຊື່ອມໂຍງສາກົນ ພວມປະເຊີນໜ້າ ກັບສິ່ງທ້າທາຍນາໆປະການ. ເຖິງຢ່າງໃດກໍ່ຕາມ ໃນໄລຍະທີ່ຜ່ານມາ ມີຮູບເງົາບາງເລື່ອງຂອງ ຫວຽດນາມ ໄດ້ຖືກບັນດາຜູ້ຈຳໜ່າຍຮູບເງົາຢູ່ຕ່າງປະເທດມາເກັບຊື້ ແລະ ນຳໄປສາຍຢູ່ຫຼາຍປະເທດໃນໂລກ ອັນໄດ້ນຳສັນຍານທີ່ເປັນໜ້າປະເອີບໃຈໃຫ້ແກ່ຕະຫຼາດຮູບເງົາ. ການພິຊິດຮູບເງົາໂລກ ກໍ່ແມ່ນເສັ້ນທາງທີ່ລຳບາກ ແຕ່ກໍ່ສາມາດປະຕິບັດໄດ້

ເພື່ອໃຫ້ຮູບເງົາ ຫວຽດນາມ ບືນຕົວອອກສູ່ໂລກພາຍນອກ
13/04/2020

ສ້າງແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມ ທີ່ມີຄວາມຊົມຊອບ ພິນຕີບາ

(VOVWORLD) -ເດີນຕາມດົນຕີພື້ນເມືອງ ໃນຂະບວນການດົນຕີ ປັດຈຸບັນ ແມ່ນບໍ່ງ່າຍດາຍແຕ່ຢາງໃດ. ແຕ່ ດ້ວຍຄວາມເມົາມົວ, ຄວາມຮັກ ທີ່ສະຫງວນໃຫ້ແກ່ ພິນຕີບາ ນັ້ນ, ເອື້ອຍຄູ ສິລະປິນ ນັກເສບ ພິນຕີບາ ງຽມທູ ໄດ້ ແລະ ພວມຊອກຫາແຫຼ່ງບັນດານໃຈ ໃຫ້ແກ່ໄວໜຸ່ມ ກ່ຽວກັບຄວາມຮັກ ພິນຕີບາ. ສຳລັບນາງແລ້ວ ທຸກສິ່ງທຸກຢ່າງແມ່ນເລີ່ມມາຈາກຄວາມເມົາມົວ

ສ້າງແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມ ທີ່ມີຄວາມຊົມຊອບ ພິນຕີບາ
06/04/2020

ຂັບເດີນກາຕາຍຕື໋ ແມ່ນສິ່ງທີ່ຕິດພັນກັບຊີວິດ ຂອງນັກສິລະປະການດີເລີດ ຮວ່າງຫວູ

(VOVWORLD) -ເມື່ອເຕື້ອງເຖິງບັນດາຜູ້ຖ່າຍທອດອາຊີບ ຂັບເດີນກາຕາຍຕື໋ ຢູ່ແຂວງ ກຽນຢາງ, ບໍ່ວ່າຜູ້ໃດ ກໍ່ລ້ວນຮູ້ຈັກຊື່ສຽງຂອງນັກສິລະປະການ ຮວ່າງຫວູ. ກວ່າ 30 ປີ ທີ່ໄດ້ຕິດພັນກັບສິລະປະປະເພດນີ້, ທ່ານໄດ້ຖ່າຍທອດໃຫ້ບໍ່ໍຈັກວ່າເທົ່າໃດລຸ້ນຄົນ, ພ້ອມກັນນັ້ນກໍ່ມີບັນດາບົດປະພັນຄົ້ນຄວ້າທິດສະດີ ກ່ຽວກັບເນື້ອໃນຂອງຂັບເດີນກາຕາຍຕື໋ ທີ່ລົງພິມໃນວາລະສານຕ່າງໆ

ຂັບເດີນກາຕາຍຕື໋ ແມ່ນສິ່ງທີ່ຕິດພັນກັບຊີວິດ  ຂອງນັກສິລະປະການດີເລີດ ຮວ່າງຫວູ
30/03/2020

ໄວໜຸ່ມ ຫວຽດນາມ ກັບສິລະປະພື້ນເມືອງ

(VOVWORLD) -ເມື່ອບໍ່ດົນມານີ້, ມີການເຄື່ອນໄຫວຫຼາຍຢ່າງ ເພື່ອແນະນຳ ແລະ ນຳບັນດາປະເພດສິລະປະພື້ນເມືອງ ມາສູ່ມວນຊົນໄດ້ຮັບການປະຕິບັດ ຍ້ອນວ່າບັນດາເພື່ອນໜຸ່ມມີຄວາມກະຕືລືລົ້ນ ແລະ ສຸດຈິດສຸດໃຈ. ອາດຈະເວົ້າໄດ້ວ່າໄວໜຸ່ມຫຼາຍຄົນ ບໍ່ປິ່ນຫຼັງກັບປະເພດສິລະປະພື້ນເມືອງນີ້. ສຳລັບເຂົາເຈົ້າແລ້ວ ສິລະປະພື້ນເມືອງ ຍັງຄົງປຽບເໝືອນແປວໄຟພວມຄ່ອຍໆລຸກໄໝ້ ແລະ ຖ້າຫາກວ່າໄດ້ຮັບການປຸກລຸກ ກໍ່ຈະພັດທະນາຢ່າງບໍ່ຢຸດຢັ້ງ ແລະ ແຜ່ຂະຫຍາຍໃນວົງຄະນະຍາດ

ໄວໜຸ່ມ ຫວຽດນາມ ກັບສິລະປະພື້ນເມືອງ
23/03/2020

ຮັກສາສິລະປະຂັບ ເດີນກາຕ່າຍຕື໋ ບົນດິນແດນ ດົ່ງທາບ

(VOVWORLD) -ພາຍຫຼັງໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທທຳ ບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ, ສິລະປະຂັບ ເດີນກາຕາຍຕື້ ໄດ້ຂະຫຍາຍຕົວຢ່າງແຂງແຮງພໍສົມຄວນ ຢູ່ເຂດທາງທິດຕາເວັນຕົກພາກໃຕ້, ໃນນັ້ນມີ ດົ່ງທາບ ເຊິ່ງພິເສດ ແມ່ນຢູ່ນະຄອນ ກວາແຫຼັ໊ງ. ຂັບ ເດີນກາຕ່າຍຕື໋ ໄດ້ກາຍເປັນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ຂອງປະຊາຊົນ, ອັນໄດ້ປະກອບສ່ວນເຮັດໃຫ້ຂະບວນການສິລະປະວັນນະຄະດີ ມະຫາຊົນໃນນະຄອນພັດທະນາຢ່າງແຂງແຮງ ແລະ ທົ່ວເຖິງ ທັງຮັບໃຊ້ຄວາມຕ້ອງການຮັບຊົມ ທາງດ້ານສິລະປະ ແລະ ເຂົ້າຮ່ວມໃນການປະດິດຄິດແຕ່ງວັດທະນະທຳ - ສິລະປະວັນນະດີ ຂອງປະຊາຊົນ ຢ່າງມີປະສິດທິຜົນ

ຮັກສາສິລະປະຂັບ ເດີນກາຕ່າຍຕື໋ ບົນດິນແດນ ດົ່ງທາບ
16/03/2020

ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ ມີຄວາມເມົາມົວກັບສິລະປະລະຄອນຕຸກກະຕາ

(VOVWORLD) -ລະຄອນຕຸກກະຕາ ແມ່ນໜຶ່ງໃນບັນດາປະເພດສິລະປະ ສະແດງບົນເວທີທີ່ດີເດັ່ນ ສະແດງໃຫ້ເຫັນພູມປັນຍາ, ຄວາມສະຫຼາດສະຫຼຽວ, ການປະດິດຄິດຂອງຊາວ ຫວຽດນາມ. ໃນຊຸມປີມໍ່ໆມານີ້ ລະຄອນຕຸກກະຕາ ຫວຽດນາມ ນັບມື້ໄດ້ຮັບການນິຍົມຊົມຊອບຈາກເພື່ອນມິດສາກົນ ຍ້ອນມີບັນດາຄຸນຄ່າທາງດ້ານສິລະປະ ທີ່ເປັນເອກະລັກສະເພາະ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ ແມ່ນຕ້ອງເວົ້າເຖິງ ບັນດາການອຸທິດສ່ວນຂອງບັນດານັກສິລະປິນ ລະຄອນຕຸກກະຕາ ຫວຽດນາມ ໃນນັ້ນມີນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ

ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ  ມີຄວາມເມົາມົວກັບສິລະປະລະຄອນຕຸກກະຕາ
09/03/2020

ການອະນຸລັກ ແລະ ພັດທະນາອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ

(VOVWORLD) -ເມື່ອບໍ່ດົນມານີ້ ແຜນອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ ທີ່ນະຄອນ ຖູເຢົ່າໂໝດ ແຂວງ ບິ່ງເຢືອງ ໄດ້ຮັບການອະນຸມັດ. ເຫດການນີ້ໄດ້ເປີດຄວາມຫວັງ ໃນການອະນຸລັກຮັກສາ ແລະ ພັດທະນາອາຊີບ ເຮັດພາບສີຂັດມັນ ເຕືອງບິ່ງຫຽບ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ລະດັບຊາດ ແລະ ກໍ່ແມ່ນແຫ່ງເກັບຮັກສາຄຸນຄ່າວັດທະນະທຳອັນລ້ຳຄ່າ ເຊິ່ງພວມຢືນຢູ່ຕໍ່ໜ້າຄວາມສ່ຽງ ຖືກສູນຫາຍໄປ ຍ້ອນຂະບວນວິວັດແຫ່ງການຫັນເປັນຕົວເມືອງ.

ການອະນຸລັກ ແລະ ພັດທະນາອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ
02/03/2020

ປຶ້ມບັນທຶກພາບກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ

(VOVWORLD) -ປຶ້ມບັນທຶກພາບ ກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ ຂອງນັກຖ່າຍຮູບ ຮ່າເຕື່ອງ ແນະນຳຮູບຖ່າຍ 150 ແຜ່ນ ກ່ຽວກັບບັນດານັກປະພັນວັນນະຄະດີ ນັກສິລະປິນ, ນັກປັນຍາຊົນ ຜູ້ທີ່ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ ໃນເຄິ່ງທ້າຍສະຕະວັດທີ 20 ຫາກໍ່ນຳສະເໜີຕົວຕໍ່ຜູ້ອ່ານ, ປຶ້ມຫົວນີ້ແມ່ນມີຄວາມໝາຍບໍ່ພຽງແຕ່ສຳລັບຜູ້ອ່ານເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບນັກຖ່າຍຮູບເອງ ເມື່ອທ່ານໄດ້ສະເໜີຕົວປຶ້ມບັນທຶກພາບເປັນຄັ້ງທຳອິດ ໃນອາຍຸເກືອບ 80 ປີ

ປຶ້ມບັນທຶກພາບກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ
24/02/2020

ຂຸດຄົ້ນ ແລະ ອະນຸລັກຮັກສາບັນດາປູຊະນີຍະສະຖານຢູ່ນະຄອນ ໂຮ່ຈີມິນ

(VOVWORLD) -ດ້ວຍການສ້າງຕັ້ງ ແລະ ຂະຫຍາຍຕົວເປັນເວລາກວ່າ 322 ປີ, ດິນແດນ ຢາດິ້ງ - ໄຊງ່ອນ - ນະຄອນ ໂຮ່ຈີມິນ ພວມເກັບຮັກສາບັນດາສິ່ງທີ່ຍອດຍິ່ງ ທາງດ້ານມໍລະດົກວັດທະນະທຳຕົວເມືອງ ທີ່ອຸດົມສົມບູນ. ນີ້ແມ່ນທ່າໄດ້ປຽບຄວາມສາມາດບົ່ມຊ້ອນ ເພື່ອກໍ່ສ້າງ ແລະ ພັດທະນາບັນດາມໍລະດົກ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກ; ປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ສີສັນວັດທະນະທຳສະເພາະຂອງນະຄອນ ໂຮ່ຈີມິນ

ຂຸດຄົ້ນ ແລະ ອະນຸລັກຮັກສາບັນດາປູຊະນີຍະສະຖານຢູ່ນະຄອນ ໂຮ່ຈີມິນ
17/02/2020

ຟື້ນຟູພາບ ກີມຮວ່າງ - ຮັກສາຈຸດວັດທະນະທຳ ຂອງດິນແດນ ທັງລອງ

(VOVWORLD) -ເມື່ອເວົ້າເຖິງບັນດາໝູ່ບ້ານຜະລິດພາບພື້ນເມືອງຂອງ ຫວຽດນາມ ນັ້ນ, ແຂກທ່ອງທ່ຽວເຄີຍເຕື້ອງເຖິງພາບ ດົງໂຮ່ ໃນແຂວງ ບັກນິງ ຫຼື ພາບຮ່າງຈົ໊ງ ຢູ່ ຮ່າໂນ້ຍ, ແຕ່ມີບໍ່ເທົ່າໃດຄົນທີ່ຈະຮູ້ວ່າຢູ່ດິນແດນນະຄອນຫຼວງ ຮ່າໂນ້ຍ ກໍ່ຍັງມີພາບ ກີມຮວ່າງ ຢູ່ຕາແສງ ເວິນແກງ ເມືອງ ຮວ່າຍດຶກ. ຜ່ານການຜັນແປຂອງປະຫວັດສາດ, ພາບ ກີມຮວ່າງ ມີບາງຄັ້ງບາງຄາວຄິດວ່າຖືກຫຼົງລືມໄປ ແຕ່ປັດຈຸບັນດ້ວຍຄວາມຕັດສິນໃຈຮັກສາ ແລະ ຟື້ນຟູວັດທະນະທຳ ຂອງບ້ານເກີດເມືອງນອນ, ຊາວບ້ານ ເວິນແກງ ໄດ້ຟື້ນຟູພາບປະເພດທີ່ເປັນເອກະລັກນີ້

ຟື້ນຟູພາບ ກີມຮວ່າງ - ຮັກສາຈຸດວັດທະນະທຳ ຂອງດິນແດນ ທັງລອງ