ວັດທະນະທໍາ

16/09/2019

4 ທົດສະວັດ ແຫ່ງການບູລະນະປະຕິສັງຂອນ ເຈດີສະຖານ ໝີເຊີນ

(VOVWORLD) -ກ່ອນນີ້ 20 ປີ, ເຂດເຈດີສະຖານ ໝີເຊີນ ໃນແຂວງ ກວ໋າງນາມ ໄດ້ຮັບການຮັບ ຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳໂລກ. ກ່ອນໜ້ານັ້ນ, ກຸ່ມປູຊະນີຍະສະຖານນີ້ ກໍ່ຍັງໄດ້ຮັບການຊ່ວຍໜູນຈາກບັນດາອົງການສາກົນ ແລະ ໄດ້ມີຜູ້ຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍຄົນໄດ້ມາຄົ້ນຄວ້າ ຊ່ວຍໜູນແກ່ການບູລະນະປະຕິສັງຂອນ. ມາຮອດປັດຈຸບັນມີທາດເຈດີຫຼາຍກຸ່ມ ໄດ້ຮັບການບູລະນະປະຕິສັງຂອນເກືອບເໝືອນເດີມ

4 ທົດສະວັດ ແຫ່ງການບູລະນະປະຕິສັງຂອນ ເຈດີສະຖານ ໝີເຊີນ
09/09/2019

ບັນດານັກສິລະປິນຮັບໃຊ້ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ VOV

(VOVWORLD) -ເມື່ອໄດ້ຮັບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນກໍ່ແມ່ນຄວາມເປັນກຽດສຳລັບບັນດານັກສິລະປິນ, ແມ່ນການຮັບຮູ້ຂອງພັກ ແລະ ລັດຫວຽດນາມ ທີ່ມີຕໍ່ການອຸທິດສ່ວນອັນໃຫຍ່ຫຼວງ ເຊິ່ງເຂົາເຈົ້າໄດ້ສະຫງວນໃຫ້ແກ່ພື້ນຖານສິລະປະ. ໃນການມອບນາມມະຍົດສິລະປິນປະຊາຊົນ, ສິລະປິນດີເດັ່ນຄັ້ງທີ 9 ທີ່ຜ່ານມາ, VOV ໄດ້ມີສິລະປິນ 4 ຄົນໄດ້ຮັບການເຊີດຊູ. ນັ້ນແມ່ນສິລະປິນປະຊາຊົນ ກີມດຶກ, ສິລະປິນປະຊາຊົນ ຟານມວນ, ສິລະປິນດີເດັ່ນ ຮວ່າງຕຸ່ງ, ສິລະປິນດີເດັ່ນ ເລກວາງຢຸ໊ງ. ເຂົາເຈົ້າແມ່ນບັນດານັກສິລະປິນ ທີ່ໃນໄລຍະນັບສິບປີທີ່ຜ່ານມາ ໄດ້ນຳສຽງເພງ ສຽງດົນຕີ ຂອງຕົນ, ຂອງບ້ານເກີດເມືອງນອນ ໄປຮັບໃຊ້ຜູ້ຟັງຢູ່ທຸກແຖບຖິ່ນຂອງປະເທດຊາດ.

ບັນດານັກສິລະປິນຮັບໃຊ້ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ VOV
26/08/2019

“ພັນປີເມກຂາວ” - ການປະສານກັນຂອງສິລະປະບົນເວທີພື້ນເມືອງ

(VOVWORLD) -ໂດຍເລີ່ມມາຈາກແຫຼ່ງບັນດານໃຈຈາກນາງ ໂຕທິ ເຊິ່ງເປັນແມ່ຍິງຄົນໜຶ່ງ ລໍຖ້າຜົວໄດ້ປ່ຽນໂຕເປັນຫີນຢູ່ເຂດຊາຍແດນ, ຮອງສາດສະດາຈານ, ປອ ຫວຽນເຖກີ໋ ໄດ້ແຕ່ງບົດລະຄອນວັນນະຄະດີ “ພັນປີເມກຂາວ”. ບົດລະຄອນໄດ້ຖືກສ້າງຂຶ້ນ ແລະ ສະເໜີຕໍ່ຜູ້ຊົມດ້ວຍການປະສົມປະສານຢ່າງເປັນເອກະລັກຂອງສີ່ປະເພດສິລະປະພື້ນເມືອງຄື: ຂັບເຫວ້, ຂັບສຳ, ຂັບແຈ່ວ ແລະ ຂັບກາຍເລືອງ. ເມື່ອໄດ້ຮັບຊົມບົດລະຄອນຂັບລຳນີ້, ຜູ້ຊົມປຽບເໝືອນຄືໄດ້ຫຼົງໄຫຼໃນເຂດວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ

“ພັນປີເມກຂາວ” - ການປະສານກັນຂອງສິລະປະບົນເວທີພື້ນເມືອງ
24/08/2019

ເລຟີຟີ - ຜູ້ບັນຊາວົງດົນຕີທີ່ເກັ່ງກ້າສາມາດ

(VOVWORLD) - ຜູ້ບັນຊາວົງດົນຕີ ເລຟີຟີ ແມ່ນນັກເສບດົນຕີ ກະລາດຊິກ ຫວຽດນາມ ທີ່ມີຊື່ສຽງຢູ່ທະວີບເອີລົບ. ຊື່ສຽງຂອງລາວໄດ້ຖືກເຕື້ອງເຖິງຢູ່ຫຼາຍປະເທດ ຄືດັ່ງຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີຂອງ ຫວຽດນາມ ຍຸກທັນສະໄໝ. ຢູ່ພາຍໃນປະເທດ, ເລຟີຟີ ໄດ້ຕິດພັນກັບລາຍການສະແດງດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຄົງຕົວຕະຫຼອດໄປ” ເຊິ່ງໄດ້ສະແດງໃນໂອກາດວັນຊາດ ຫວຽດນາມ ວັນທີ 2 ກັນຍາ ໃນແຕ່ລະປີ. ໃນລາຍການສະແດງດົນຕີປະສານສຽງ “ສິ່ງທີ່ຄົງຕົວຕະຫຼອດໄປ” ປີ 2019 ທີ່ຈະມາເຖິງນີ້, ຜູ້ບັນຊາວົງດົນຕີ ເລຟີຟີ ສືບຕໍ່ເປັນຜູ້ບັນຊາວົງດົນຕີ ເພື່ອນຳບັນດາບົດດົນຕີທີ່ມີຊື່ສຽງ ແລະ ເຕັມໄປດ້ວຍສີສັນ ຫວຽດນາມ ມາສູ່ມວນຊົນຜູ້ນິຍົມດົນຕີ

ເລຟີຟີ - ຜູ້ບັນຊາວົງດົນຕີທີ່ເກັ່ງກ້າສາມາດ
19/08/2019

ຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ຢູ່ແຂວງ ລາຍເຈົາ

(VOVWORLD) -ຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ຢູ່ແຂວງ ລາຍເຈົາ. ແຕ່ປາງກ່ອນ, ຊາວເຜົ່າຫຼື້ຢູ່ແຂວງ ລາຍເຈົາ ໄດ້ຮູ້ຈັກວິທີປູກຝ້າຍ, ປູກມອນລ້ຽງມ້ອນ ເຂັນຝ້າຍ ເພື່ອຕ່ຳແຜ່ນແພຮັບໃຊ້ຄວາມຕ້ອງການຕັດຫຍິບຂອງຊຸມຊົນ. ຊຸດອາພອນດ້ວຍສີສັນຫຼາກ ຫຼາຍ ເຊິ່ງໄດ້ວາດພາບເຖິງທຳມະຊາດ, ຕົ້ນໄມ້ໃບຫຍ້າ… ອັນໄດ້ສ້າງຄວາມງາມທີ່ເປັນເອກະລັກສະເພາະຂອງແມ່ຍິງຊາວເຜົ່າຫຼື້.

ຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ຢູ່ແຂວງ ລາຍເຈົາ
12/08/2019

ຕະກຽງ - ສິ່ງທີ່ຕິດພັນກັບຊາວຫວຽດນາມເມື່ອກ່ອນນີ້

(VOVWORLD) -ພວກຂ້າພະເຈົ້າໄດ້ມີໂອກາດໄປຢາມເຮືອນຂອງອ້າຍ ເຈິ່ນແທັງຕຸ່ງ ເຊິ່ງແມ່ນຜູ້ທີ່ນິຍົມເກັບຮັກສາຕະກຽງຢູ່ຖະໜົນ ຮ່າວນາມ, ຮ່າໂນ້ຍ ເພື່ອຮັບຊົມຊຸດຕະກຽງທີ່ເປັນເອກະລັກຂອງລາວ. ຕາມການວາດນຶກຂອງຫຼາຍຄົນແລ້ວ ຕະກຽງ ແມ່ນມີຮູບຮ່າງນ້ອຍງາມໆ, ແຕ່ສຳລັບຕະກຽງຂອງອ້າຍ ເຈິ່ນແທັງຕຸ່ງ ມີຄົບທຸກສີ, ມີຫຼາຍຮູບຮ່າງ, ສູງຕ່ຳແຕກຕ່າງກັນ, ມີຕະກຽງບາງໜ່ວຍກໍ່ສູງເຖິງກວ່າໜຶ່ງແມັດ.

ຕະກຽງ - ສິ່ງທີ່ຕິດພັນກັບຊາວຫວຽດນາມເມື່ອກ່ອນນີ້
05/08/2019

ອະນາຄົດຂອງສິລະປະພື້ນເມືອງ ຫວຽດນາມ

(VOVWORLD) -ອະນາຄົດຂອງສິລະປະພື້ນເມືອງ ແມ່ນໂຄງການ ໂດຍກຸ່ມນັກສິລະປິນໜຸ່ມສ້າງຕັ້ງຂຶ້ນ ແລະ ບໍລິຫານດ້ວຍຄວາມຫວັງຢາກຮັກສາ ແລະ ພັດທະນາບັນດາຄຸນຄ່າຂອງສິລະປະພື້ນເມືອງ ຫວຽດນາມ. ງານວາງສະແດງ “ຟື້ນຟູສິລະປະພື້ນເມືອງ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອບໍ່ດົນມານີ້ ໄດ້ແນະນຳ 10 ຜະລິດຕະພັນສິລະປະ ໃນຫຼາຍປະເພດເຊັ່ນ ຈິດຕະກຳ, ກະລິບວີແດວ ຈັດວາງ, ດົນຕີທົດລອງ, ນາດຕະສິນ… ແນໃສ່ເຊື່ອມຕໍ່ບັນດານັກສິລະປິນໜຸ່ມ ທີ່ເຮັດວຽກໃນຂົງເຂດສິລະປະ ເພື່ອພ້ອມກັນໄປຊອກຫາຄຳຕອບຕໍ່ຄຳຖາມທີ່ວ່າ “ສິລະປະມູນເຊື້ອຈະຢຸດສະງັກຫຼືບໍ່”

ອະນາຄົດຂອງສິລະປະພື້ນເມືອງ ຫວຽດນາມ
29/07/2019

ຈາກຄວາມໃຝ່ຝັນຂອງໄວໜຸ່ມ ເຖິງອະນາຄົດຂອງ ຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ

(VOVWORLD) -ຄວາມສຳເລັດຂອງຄອນເສີດ ເອີບຈິດຫູດແມມໂມຣີ ໃນສາມປີທີ່ຜ່ານມາ ພ້ອມກັບບັນດາຄ່ຳຄືນສະແດງດົນຕີປະສານສຽງ ດ້ວຍການປະກົດຕົວຂອງບັນດານັກສິລະປິນທີ່ຍັງໜຸ່ມແໜ້ນ ແມ່ນຂີດໝາຍໃຫ້ແກ່ການສ້າງ ຂະແໜງອຸດສາຫະການວັດທະນະທຳ ຫວຽດນາມ ເປັນຮູບປະທຳ. ຢູ່ໃນນີ້ບັນດານັກສິລະປິນ, ນັກຜະລິດ, ກອງທຶນຊ່ວຍໜູນຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີ ແລະ ສຳຄັນແມ່ນບັນດານັກສິລະປິນທີ່ຍັງໜຸ່ມແໜ້ນ ເຊິ່ງໄດ້ຮັບການຕອບສະໜອງຈາກມວນຊົນ ແລະ ສາມາດດຳລົງຊີວິດດ້ວຍການປະກອບອາຊີບນີ້

ຈາກຄວາມໃຝ່ຝັນຂອງໄວໜຸ່ມ ເຖິງອະນາຄົດຂອງ ຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ
22/07/2019

ງານວາງສະແດງຕອບບຸນແທນຄຸນຕໍ່ການປະກອບສ່ວນ ຂອງນັກຮົບປະຕິວັດຫວຽດນາມ

(VOVWORLD) -ງານວາງສະແດງດ້ວຍຫົວຂໍ້ວ່າ “ນັກຮົບປະຕິວັດຖືກສັດຕູຈັບຂັງຄຸກ” ໂດຍແມ່ນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບຄະນະຄຸ້ມຄອງປູຊະນີຍະສະຖານ ໂກນດ໋າວ ແລະຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບຂັງຄຸກ ຈັດຕັ້ງຂຶ້ນ, ເຊິ່ງພວມດຳເນີນໄປຢູ່ຮ່າໂນ້ຍ. ງານວາງສະແດງໄດ້ເຊີດຊູ, ຕອບບຸນແທນຄຸນບັນດານັກຮົບປະຕິວັດທີ່ໄດ້ສູ້ຮົບ, ເສຍສະຫຼະຊີວິດ ເພື່ອເອກະລາດ, ເອກະພາບຂອງຊາດ

ງານວາງສະແດງຕອບບຸນແທນຄຸນຕໍ່ການປະກອບສ່ວນ ຂອງນັກຮົບປະຕິວັດຫວຽດນາມ
15/07/2019

ການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າມໍລະດົກວັດທະນະທຳ ເພື່ອພັດທະນາແບບຍືນຍົງ

(VOVWORLD) -ມໍລະດົກວັດທະນະທຳ ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າຂອງວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ ເຊິ່ງໄດ້ຮັບການອະນຸລັກຮັກສາ ຜ່ານໄລຍະນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສັນຍາລັກຂອງການຍືນຍົງຄົງຕົວ, ພ້ອມທັງແມ່ນຂົວເຊື່ອມຕໍ່ລະຫວ່າງອະດີດ, ປັດຈຸບັນ ແລະ ອະນາຄົດຂອງຊາດ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ກໍ່ແມ່ນພື້ນຖານເພື່ອສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ

ການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າມໍລະດົກວັດທະນະທຳ  ເພື່ອພັດທະນາແບບຍືນຍົງ