ນະຄອນ ໂຮ່ຈີມິນ ຮັກສາມໍລະດົກສະຖາປັດຕະຍະກຳ
(VOVWORLD) -ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງທີ່ຂະຫຍັນຂັນເຄື່ອນ ດ້ວຍອາຍຸພຽງກວ່າ 300 ປີ, ແຕ່ໃນບໍລິເວນນະຄອນກໍ່ມີມໍລະດົກສະຖາປັດຕະຍະ ກຳຫຼາຍແຫ່ງ ທີ່ເປັນເອກະລັກ ເຊິ່ງໄດ້ເປັນຮູບເປັນຮ່າງໃນຕະຫຼອດ ໄລຍະປະຫວັດສາດແຫ່ງການຂະຫຍາຍຕົວ. ດ້ວຍລະດັບການຫັນເປັນຕົວເມືອງ ຢ່າງວ່ອງໄວຄືໃນປັດຈະບັນ, ບັນຫາບັນດາມໍລະດົກສະຖາປັດຕະຍະກຳ ອັນລ້ຳຄ່າທີ່ມີຄວາມສ່ຽງຖືກສູນຫາຍໄປ ກໍ່ແມ່ນບັນຫາທາງນະຄອນຕ້ອງປະເຊີນໜ້າ. ປັດຈຸບັນທາງນະຄອນພວມແກ້ໄຂບັນຫາ ທັງພັດທະນາເສດຖະກິດ ທັງຮັບປະກັນຮັກສາມໍລະດົກ ສະຖາປັດຕະຍະກຳໃຫ້ແກ່ຄົນລຸ້ນຫຼັງ









