ວັດທະນະທໍາ

29/04/2019

ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ

(VOVWORLD) -ແຕ່ລະປີຮອດວັນເພັງເດືອນສາມໄລ່ຕາມຈັນທະປະຕິທິນ, ໝູ່ບ້ານ ບ໊າເຢືອງໂນ້ຍ, ຕາແສງ ຮົ່ງຮ່າ ເມືອງ ດານເຟື້ອງ ໄດ້ຈັດງານບຸນປ່ອຍວ່າວໃນໝູ່ບ້ານ. ໃນໄລຍະຕໍ່ມາງານບຸນປ່ອຍວ່າວໝູ່ບ້ານ ບ໊າເຢືອງໂນ້ຍ ໄດ້ເປີດກວ້າງ ເພື່ອໃຫ້ບັນດາທ້ອງຖິ່ນອື່ນໆໄດ້ເຂົ້າຮ່ວມນຳ. ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ ໄດ້ມີມາກ່ວາພັນປີ ແລະ ເປັນງານບຸນປ່ອຍວາວໃຫຍ່ກ່ວາໝູ່ຢູ່ພາກເໜືອຫວຽດນາມ

ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ
22/04/2019

ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ

(VOVWORLD) -ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ. ຄວາມ ຊີນເຄີຍອ່ານປຶ້ມບໍ່ພຽງແຕ່ຊ່ວຍໃຫ້ຈິດວິນຍານຂອງມະນຸດໄດ້ໃສແຈ້ງເທົ່ານັ້ນ ຫາກຍັງເພີ່ມລະດັບຄວາມຮູ້ທີ່ມີປະໂຫຍດໃນການດຳລົງຊີວິດອີກດ້ວຍ. ຍ້ອນ ເຫດນີ້ເອງ, ການອ່ານປຶ້ມແຕ່ດົນນານມາແລ້ວ ໄດ້ກາຍເປັນຄວາມ ຕ້ອງການ ໂດຍຈຳເປັນຂອງມະນຸດ, ພິເສດແມ່ນໄວໜຸ່ມ

ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ
15/04/2019

ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ, ຮ່າໂນ້ຍ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ

(VOVWORLD) -ເມື່ອບໍ່ດົນມານີ້, ພິທີ ແລະ ການຫຼິ້ນນັ່ງດຶງເຊືອກພື້ນເມືອງຢູ່ວິຫານ ເຈິນຫວູ ໃນຕາແສງ ແທັກບ່ານ, ເມືອງ ລອງບຽນ ຮ່າໂນ້ຍ ໄດ້ຮັບໃບຢັ້ງຢືນຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ ແມ່ນສິລະປະການສະແດງແບບພື້ນເມືອງ ທີ່ເປັນເອກະລັກ ເຊິ່ງໄດ້ຮັບການຮັກສາມາແຕ່ດົນນານຈາກປະຊາຊົນຢູ່ແຫ່ງນີ້. ການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກນີ້ ຍັງຄົງໄດ້ຮັບການຟື້ນຟູໃນແຕ່ລະປີ ເນື່ອງໃນໂອກາດວັນບຸນວິຫານ ເຈິນຫວູ ເມື່ອວັນທີ 3 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເພື່ອສະແດງຄວາມເຄົາລົບນັບຖືຂອງປະຊາຊົນທີ່ມີຕໍ່ພະອໍລະຫັນ ເຈິນຫວູ ພ້ອມທັງສ່ອງແສງເຖິງຄວາມໃຝ່ຝັນ ແລະ ຄວາມຄາດຫວັງຂອງປະຊາຊົນ ແມ່ນຢາກໃຫ້ມີຊີວິດທີ່ສະຫງົບສຸກ

ການຫຼິ້ນນັ່ງດຶງເຊືອກຢູ່ວິຫານ ເຈິນຫວູ,  ຮ່າໂນ້ຍ, ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ
08/04/2019

ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019

(VOVWORLD) -ໂດຍໄດ້ກາຍເປັນປະເພນີແລ້ວ ເມື່ອລະດູບານໃໝ່ວຽນມາ, ງານບຸນດອກສະກຸຣະຍີ່ປຸ່ນ ກໍ່ໄດ້ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019 ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນ ຕ໋ຽນໂບະ ສາກົນຈັດຕັ້ງຂຶ້ນແຕ່ວັນທີ 29 ຫາ ວັນທີ 31 ມີນາ ປີ 2019. ນີ້ແມ່ນປີທີ 4 ທີ່ງານບຸນດອກສະກຸຣະຖືກຈັດຂຶ້ນຢູ່ ຮ່າໂນ້ຍ ອັນໄດ້ດຶງດູດຜູ້ມາຢຽມຊົມຢ່າງຫຼວງຫຼາຍ

ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019
01/04/2019

ງານບຸນໝູ່ບ້ານ-ຈຸດວັດທະນະທຳຂອງພື້ນຖານອະລິຍະທຳເຂົ້ານາທາມ

(VOVWORLD) -ຢູ່ທຸກເຂດບ້ານນາ ຫວຽດນາມ, ແຕ່ລະໝູ່ບ້ານ ແຕ່ລະທ້ອງຖິ່ນ ກໍ່ລ້ວນແຕ່ຕິດພັນກັບບັນດາເລື່ອງນິທານ ຫຼື ງານບຸນສະເພາະ. ຫວຽດນາມ ເປັນປະເທດທີ່ທຳການຜະລິດກະສິກຳເປັນຕົ້ນຕໍ, ມີມູນເຊື້ອປູກເຂົ້ານາທາມນັບແຕ່ໃດໆມາ. ເພາະສະນັ້ນ ໂດຍຕິດພັນກັບມູນເຊື້ອດັ່ງກ່າວ ກໍ່ແມ່ນບັນດາຮີດຄອງປະເພນີ, ພິທີກຳຕ່າງໆຄື ພິທີບູຊາເຂົ້າໃໝ່, ພິທີໄຫວ້ບູຊາເທວະດາຟ້າແຖນ, ພິທີສົມມະນາຄຸນເມື່ອລະດູການຜະລິດໄດ້ຮັບຜົນດີ ຢູ່ຕາມໝູ່ບ້ານຕາແສງເຂດບ້ານນາ.

ງານບຸນໝູ່ບ້ານ-ຈຸດວັດທະນະທຳຂອງພື້ນຖານອະລິຍະທຳເຂົ້ານາທາມ
25/03/2019

ງານບຸນວັດທະນະທຳ ເລເຈິນ-ເສັ້ນເຊື່ອມຕໍ່ລະຫວ່າງ ວັດທະນະທຳພື້ນເມືອງ ແລະ ວັດທະນະທຳຍຸກປັດຈຸບັນ

(VOVWORLD) -ໃນປະຫວັດສາດຕ້ານສັດຕູຜູ້ຮຸກຮານຂອງຊາດ ຫວຽດນາມ, ວິລະສະຕີ ເລເຈິນ ແມ່ນບຸກຄົນປະຫວັດສາດໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການລຸກ ຮື້ຂຶ້ນຂອງ 2 ພະນາງ ຈຶງ (ປີ 20 ຕົ້ນ ຄສ). ວິລະສະຕີ ເລເຈິນ ກໍ່ແມ່ນຜູ້ມີຄວາມງາມຄວາມດີ ໃນການບຸກເບີກພື້ນທີ່ ສ້າງຕັ້ງໝູ່ບ້ານ ແລະ ໄດ້ຕັ້ງຊື່ແມ່ນເຂດ ອານບຽນ (ນະຄອນ ຫາຍຟ່ອງ ໃນວັນນີ້). ເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຂອງພະນາງ, ໃນແຕ່ລະປີຮອດວັນທີ 8 ເດືອນຍີ່ ໄລ່ຕາມຈັນທະປະຕິທິນ ເຊິ່ງແມ່ນວັນໄດ້ຮັບໄຊຊະນະໃນການສູ້ຮົບ, ຊາວເມືອງ ເລເຈິນ ນະຄອນ ຫາຍຟ່ອງ ກໍ່ໄດ້ຈັດງານບຸນເພື່ອສະແດງຄວາມເຄົາລົບນັບຖື ແລະ ສະແດງຄວາມຮູ້ບຸນຄຸນຕໍ່ວິລະສະຕີ ເລເຈິນ.

ງານບຸນວັດທະນະທຳ ເລເຈິນ-ເສັ້ນເຊື່ອມຕໍ່ລະຫວ່າງ ວັດທະນະທຳພື້ນເມືອງ ແລະ ວັດທະນະທຳຍຸກປັດຈຸບັນ
18/03/2019

ເວທີສະແດງສິລະປະພື້ນເມືອງ

(VOVWORLD) -ໃນຈຸດເວລາທີ່ບັນດາພື້ນຖານວັດທະນະທຳໃນໂລກພວມແຊກຊຶມເຂົ້າ ຫວຽດນາມ ດ້ວຍຫຼາຍຮູບການ, ພ້ອມກັນນັ້ນກໍ່ແມ່ນການປ່ຽນແປງກ່ຽວກັບຄວາມນິຍົມຮັບຊົມສິລະປະ, ໄວໜຸ່ມໄດ້ມີການເລືອກເຟັ້ນຫຼາຍກວ່າໃນການຊົມບັນດາຮູບແບບສະແດງສິລະປະ, ບັນດາປະເພດສິລະປະພື້ນເມືອງຄື ຂັບຕວງ, ຂັບແຈວ, ຂັບກາຍເລືອງ, ຂັບກາຈູ ເບິ່ງຄືວ່າບໍ່ໄດ້ຮັບຄວາມສົນໃຈຫຼາຍຈາກໄວໝຸ່ມ. ແຕ່ໃນປັດຈຸບັນ, ຍ້ອນຄວາມມານະພະຍາຍາມຂອງບັນດານັກສິລະປິນ ແລະ ວົງຄະນາຍາດສິລະປະ, ບັນດາເພື່ອນໜຸ່ມ ໄດ້ຄ່ອຍໆມີການປ່ຽນແປງ ເມື່ອມີຄວາມເປັນເຈົ້າການຊອກຮູ້, ຊອກຄວາມເຂົ້າໃຈ ແລະ ຮັກສາສິລະປະພື້ນເມືອງ. ປັດຈຸບັນຜູ້ຄົນທັງຫຼາຍກໍ່ເຄີຍພົບເຫັນພວກໄວໜຸ່ມ ນິຍົມຮັບຊົມການສະແດງສິລະປະຂັບແຈວ ຢູ່ຕາມເດີ່ນສາລາ, ລາຍການສະແດງສິລະປະພື້ນເມືອງຂັບກວນເຫາະ, ຂັບກາຍເລືອງ, ຂັບກາຈູ…

ເວທີສະແດງສິລະປະພື້ນເມືອງ
11/03/2019

ຕະຫຼາດນັດຂາຍສັດລ້ຽງທີ່ເປັນເອກະລັກ ແລະ ໃຫຍ່ທີ່ສຸດໃນເຂດພູດອຍທາງທິດເໜືອ

(VOVWORLD) -ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງເຂດພູດອຍ, ຕະຫຼາດນັດບໍ່ພຽງແຕ່ແມ່ນແຫ່ງຊື້ຂາຍ, ແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ທີ່ເປັນເອກະລັກສະເພາະຂອງແຕ່ລະເຂດອີກດ້ວຍ. ຕະຫຼຕະຫຼາດນັດຂາຍງົວຄວາຍ ຈ່າຫຼິງ ໃນແຂວງ ກາວບັງ ເມື່ອມີຕະຫຼາດນັດໃນແຕ່ລະເທື່ອກໍ່ແມ່ນວັນບຸນ ເຊິ່ງຢູ່ທີ່ນີ້ພໍ່ແມ່ພີ່ນ້ອງໄດ້ພົບກັນ, ແລກປ່ຽນຊື້ຂາຍງົວຄວາຍ… ເພື່ອຮັບໃຊ້ການຜະລິດກະສິກຳ.

ຕະຫຼາດນັດຂາຍສັດລ້ຽງທີ່ເປັນເອກະລັກ  ແລະ ໃຫຍ່ທີ່ສຸດໃນເຂດພູດອຍທາງທິດເໜືອ
04/03/2019

ເພື່ອໃຫ້ຂັບກວານເຫາະສືບຕໍ່ແຜ່ຂະຫຍາຍ

(VOVWORLD) -ປີ 2009, ຂັບກວານເຫາະຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ພາຍຫຼັງໄດ້ຮັບການຮັບຮອງເປັນເວລາ 10, ບັກນິງ ເຊິ່ງແມ່ນອູ່ໃຫ້ກຳເນີດປະເພດສິລະປະພື້ນເມືອງນີ້ ໄດ້ປະຕິບັດບັນດາເນື້ອໃນເຊິ່ງ ຫວຽດນາມ ໄດ້ໝັ້ນໝາຍກັບ Unesco ກ່ຽວກັບການອະນຸລັກຮັກສາສິລະປະຂັບກວານເຫາະໃຫ້ເປັນຢ່າງດີ

ເພື່ອໃຫ້ຂັບກວານເຫາະສືບຕໍ່ແຜ່ຂະຫຍາຍ
25/02/2019

ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ປະກອບສ່ວນໂຄສະນາວັນນະຄະດີຫວຽດນາມ ອອກສູ່ໂລກ

ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ຖືກຈັດຂຶ້ນໃນລະຫວ່າງວັນທີ 16 ຫາ 21 ກຸມພາ ເຊິ່ງມີການສົມທົບພ້ອມກັບກອງປະຊຸມໂຄສະນາວັນນະຄະດີ ຫວຽດນາມສາກົນຄັ້ງທີ 4, ງານມະໂຫລານກາບກອນສາກົນຄັ້ງທີ 3 ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ສອງແຂວງ ກວ໋າງນິງ ແລະ ບັກຢາງ. ການເຄື່ອນໄຫວກາບກອນພິເສດນີ້ໄດ້ປະກອບສ່ວນໂຄສະນາວັນນະຄະດີ ຫວຽດນາມ ແລະ ນຳວັນນະຄະດີກາບກອນ ຫວຽດນາມ ເຈືອຈານເຂົ້າກັບພື້ນຖານວັດທະນະທຳຂອງໂລກ.

ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ປະກອບສ່ວນໂຄສະນາວັນນະຄະດີຫວຽດນາມ ອອກສູ່ໂລກ