ພາບພື້ນເມືອງດົງໂຮ່-ມໍລະດົກວັດທະນະທຳໂລກ
(VOVWORLD) - ພາບພື້ນເມືອງດົງໂຮ່-ມໍລະດົກວັດທະນະທຳໂລກ. ພາບດົງໂຮ່ແມ່ນພາບປະເພດທີ່ຖືກພິມດ້ວຍແມ່ພິມໄມ້ທີ່ມີແຕ່ນັບ 100 ປີມານີ້. ພາບພື້ນເມືອງດົງໂຮ່ມີຕົ້ນກຳເນີດຈາກ ບ້ານດົງໂຮ່, ຕາແສງຊອງໂຮ່, ເມືອງ ຖ໋ວນແທ່ງ, ແຂວງບັກນິງ. ປີ 2013, ອາຊີບເຮັດພາບພື້ນເມືອງດົງໂຮ່ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ເມື່ອບໍ່ດົນມານີ້, ໂດຍໄດ້ຮັບຄວາມເຫັນດີຈາກນາຍົກລັດຖະມົນຕີຫວຽດນາມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມໄດ້ດຳເນີນການຄົ້ນຄວ້າ, ສ້າງສຳເນົາເອກະສານວິທະຍາສາດເພື່ອຍື່ນສະເໜີຕໍ່ UNESCO ຮັບຮອງອາຊີບເຮັດພາບພື້ນເມືອງດົງໂຮ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ, ຄວນໄດ້ຮັບການຮັກສາຢ່າງຮີບດ່ວນຂອງມວນມະນຸດ









