ວັດທະນະທໍາ

29/04/2018

ແຂວງດ້ຽນບຽນ ມານະພະຍາຍາມ ອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນວັດຖຸ

(VOVWORLD) -ແຂວງດ້ຽນບຽນຫາກໍມີມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດ ສອງຢ່າງ ນັ້ນແມ່ນບຸນຫົດນໍ້າຂອງພໍ່ແມ່ພີ່­ນ້ອງຊາວເຜົ່າລາວຢູ່ບ້ານນາຮາງ 1, ຕາແສງນົວງາມ ເມືອງດ້ຽນບຽນ ແລະ ສິລະປະສ້າງລວດ­ລາຍໃນຊຸດອາ­ພອນປະຈໍາເຜົ່າຂອງຊາວມົ້ງ ຢູ່ ຕາ­ແສງຊາລົງ ເມືອງເມື່ອງຈ່າ. ນີ້ແມ່ນໝາກ­ຜົນຂອງຄວາມມາ­ນະພະ­ຍາ­ຍາມອະ­ນຸ­ລັກຮັກ­ສາ ແລະ ເສີມຂະ­ຫຍາຍຄຸນ­ຄ່າທາງວັດທະນະທໍາບໍ່ເປັນວັດ­ຖຸ ຂອງອໍານາດການປົກ­ຄອງ ແລະ ວົງຄະ­ນະ­ນາຍາດບັນ­ດາ­ເຜົ່າໃນແຂວງດ້ຽນບຽນ

ແຂວງດ້ຽນບຽນ ມານະພະຍາຍາມ ອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນວັດຖຸ
23/04/2018

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງຟູ໋ເຖາະ

(VOVWORLD) -ໃນຈິດສຳນຶກຂອງຊາວຫວຽດນາມແຕ່ລະຄົນນັບແຕ່ໃດໆມາ, ບັນດາເຈົ້າຊີວິດຮຸ່ງ ໄດ້ມີຄຸນງາມຄວາມດີໃນການສ້າງ ລັດວັນລາງ ເຊິ່ງແມ່ນລັດທຳອິດຂອງຊາດຫວຽດນາມ. ຍ້ອນເຫດນີ້ເອງການເຫຼື້ອມໃສບູຊາ ເຈົ້າຊີວິດຮຸ່ງ ແມ່ນມີທີ່ຕັ້ງ, ບົດບາດ ສຳຄັນທີ່ສຸດໃນຊີວິດທາງດ້ານຈິດວິນຍານ ແລະ ຈິດໃຈຂອງຊາວຫວຽດນາມລຸ່ນຕ່າງໆ. ການເຫຼື້ອມໃສ, ໄຫວ້ບູຊາ ເຈົ້າຊີວິດຮຸ່ງ ທັງສັກກະລະບູຊາ ທັງລະອຽດ ທັງແມ່ນຈຸດອີງທາງດ້ານຈິດໃຈ, ສ້າງເປັນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອພ້ອມກັນສ້າງສາ ແລະ ປົກປັກຮັກສາປະເທດຊາດ

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງຟູ໋ເຖາະ
16/04/2018

ຫໍສະໝຸດບໍ່ເກັບຄ່າຢູ່ເຂດບ້ານນາ - ແຫ່ງສ້າງພູມປັນຍາ

(VOVWORLD) -ໃນ 2-3 ປີມໍ່ໆມານີ້, ຮູບແບບຫໍສະໝຸດຂອງບັນດາວົງຕະກູນ, ຄອບຄົວຫຼືຫໍສະໝຸດບໍ່ເກັບຄ່າໂດຍສ່ວນບຸກຄົນສ້າງຕັ້ງເອງໄດ້ປະກົດຢ່າງຫຼວງຫຼາຍຢູ່ບັນດາໝູ່ບ້ານເຂດບ້ານນາຫວຽດນາມ

ຫໍສະໝຸດບໍ່ເກັບຄ່າຢູ່ເຂດບ້ານນາ - ແຫ່ງສ້າງພູມປັນຍາ
09/04/2018

ບັນດາຜູ້ຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ

(VOVWORLD) -ດ້ວຍຄວາມຮັກ ແລະ ຄວາມເມົາມົວກັບວັດທະນະທຳຊົນເຜົ່າ, ຊາວໜຸ່ມ ເຍົາວະຊົນຊາວເຜົ່າເອເດຢູ່ແຂວງດັກລັກໄດ້ຊອກຮູ້ເອງກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າຕົນ, ຮຽນວິທີຕີຄ້ອງດ້ວຍຕົນເອງ, ຕ່ຳແຜ່ນແພ, ຂັບລຳທຳເພງພື້ນເມືອງ. ຍ້ອນມີເຂົາເຈົ້າ, ບັນດາຈຸດວັດທະນະທຳອັນດີງາມຂອງຊົນເຜົ່າເອເດ ຍັງຄົງໄດ້ຮັບການຮັກສາ ແລະ ສືບທອດສູ່ຄົນລຸ່ນຫຼັງ

ບັນດາຜູ້ຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ
02/04/2018

ຄວາມປາດຖະໜາຕໍ່ການອະນຸລັກຮັກສາ ສິລະປະຄ້ອງຢູ່ບ້ານ ມດຸກໃນແຂວງດັກລັກ

(VOVWORLD) -ຕໍ່ໜ້າສະພາບຕົວຈິງຂອງການສະແດງສິລະປະເຄື່ອງດົນຕີຄ້ອງທີ່ນັບມື້ນັບຮັດແຄບເຂົ້າ ແລະ ມີໄພຖືກສູນຫາຍໄປນັ້ນ, ເລື່ອງມີບັນດາກອງສະແດງສິລະປະຄ້ອງທີ່ຍັງໜຸ່ມໃນບັນດາໝູ່ບ້ານທີ່ແຂວງດັກລັກ ເມົາມົວກັບປະເພດເຄື່ອງດົນຕີພື້ນເມືອງນີ້, ກໍແມ່ນສິ່ງທີ່ເປັນໜ້າພາກພູພມໃຈ

ຄວາມປາດຖະໜາຕໍ່ການອະນຸລັກຮັກສາ ສິລະປະຄ້ອງຢູ່ບ້ານ ມດຸກໃນແຂວງດັກລັກ
27/03/2018

ຄວາມງາມໃນກາບກອນຂອງບັນດານັກກະວີໜຸ່ມທີ່ນະຄອນໂຮ່ຈິມິນ

(VOVWORLD) -ສະໂມສອນກາບກອນໜຸ່ມໂດຍສະມາຄົມນັກປະພັນວັນນະຄະດີນະຄອນໂຮ່ຈິມິນຈັດຕັ້ງເມື່ອມໍ່ໆມານີ້ ໄດ້ກາຍເປັນບ່ອນພົບປະແລກປ່ຽນລະຫວ່າງໄວໜຸ່ມແຕ່ງກາບກອນ, ແບ່ງປັນຄວາມໃນໃຈ ແລະ ສ້າງຄວາມໃຝ່ຝັນດ້ານກາບກອນໃນປາຍປາກກາໜຸ່ມແໜ້ນແຕ່ລະຄົນຂອງນະຄອນ ແລະ ນີ້ຍັງແມ່ນບ່ອນເພື່ອສະແດງຄວາມງາມໃນການປະດິດແຕ່ງຂອງເຂົາເຈົ້າອີກດ້ວຍ

ຄວາມງາມໃນກາບກອນຂອງບັນດານັກກະວີໜຸ່ມທີ່ນະຄອນໂຮ່ຈິມິນ
13/03/2018

ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດປີ 2018

(VOVWORLD) - ເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາເຜົ່າຫວຽດນາມ ແລະ ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃນຊຸມມື້ຕົ້ນລະດູບານໃໝ່, ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມໄດ້ຈັດວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນໃນທົ່ວປະເທດຊາດ. ນີ້ແມ່ນການເຄືື່ອນໄຫວຖືກຈັດຂຶ້ນເພື່ອແນໃສ່ແນະນຳຈຸດວັດທະນະທຳ, ຮີດຄອງປະເພນີອັນເປັນເອລັກສະເພາະຂອງ 54 ຊົນເຜົ່າອ້າຍນ້ອງໃນທຸກແຖບຖິ່ນຂອງປະເທດຊາດ

ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດປີ 2018
05/03/2018

ມູນເຊື້ອເຄົາລົບນັບຖືຄູອາຈານ ຍາມໃດກໍຝັງເລິກໃນຈິດສຳນຶກຂອງຊາວຫວຽດນາມ

(VOVWORLD) -ໃນບຸນເຕັດ, ວັນທີ 1 ແລະ ວັນທີ 2 ໄປອວຍພອນພໍ່ແມ່ ສ່ວນຮອດວັນທີ 3 ແມ່ນໄປອວຍພອນຄູອາຈານ. ນີ້ແມ່ນຄຳກອນພື້ນເມືອງທີ່ໄດ້ລຶ້ງເຄີຍກັບຊາວຫວຽດນາມແຕ່ລະຄົນ

ມູນເຊື້ອເຄົາລົບນັບຖືຄູອາຈານ  ຍາມໃດກໍຝັງເລິກໃນຈິດສຳນຶກຂອງຊາວຫວຽດນາມ
26/02/2018

ຮີດຄອງປະເພນີໃນຊີວິດຂອງມະນຸດ - ການດຳລົງຊີວິດປະຈຳວັນຂອງຊາວ ຫວຽດນາມ

(VOVWORLD) - ຜູ້ຂຽນໄດ້ເລືອກເອົາໄລຍະ 30 ປີທ້າຍສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20 ເພາະວ່ານີ້ແມ່ນໄລຍະທີ່ມີການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບສັງຄົມ, ມະນຸດ.

ຮີດຄອງປະເພນີໃນຊີວິດຂອງມະນຸດ - ການດຳລົງຊີວິດປະຈຳວັນຂອງຊາວ ຫວຽດນາມ
19/02/2018

ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່

(VOVWORLD) -ໃນການເຫຼື້ອມໃສຂອງຝ່າຍຕາເວັນຕົກ, ສັດມົງຄຸນສີ່ໂຕລວມມີ: ມັງກອນ, ສິງໂຕ, ເຕ່າ, ຫົງຄຳ ເຊິ່ງເປັນສັນຍາລັກແຫ່ງຄວາມໂຊກດີ, ຜົນສຳເລັດ, ຄວາມສະຫຼາດ... ໃນຊຸມວັນຕົ້ນລະດູບານໃໝ່, ຢູ່ບາງເຂດພາກຂອງປະເທດ ຫວຽດນາມ ເຄີຍໄດ້ຍິນສຽງກອງດັງກ້ອງກັງວານໄປທົ່ວຢ່າງຟົດຟື້ນມ່ວນຊື່ນຈາກງານບຸນຟ້ອນສັດມົງຄຸນສີ່ໂຕ.

ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່