ວັດທະນະທໍາ

12/04/2021

ເມືອງ ເວິນໂຮ່ ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ

(VOVWORLD) -ອາຊີບຖັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງຢູ່ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ມີມາແຕ່ດົນນານ. ພໍ່ແມ່ພີ່ນ້ອງເຜົ່າມົ້ງ ເຄີຍຕັດຫຍິບຊຸດອາພອນເອງ ໃຫ້ແກ່ຄອບຄົວຂອງຕົນ ພິເສດໃນໂອກາດບຸນເຕັດ, ສະມາຊິກແຕ່ລະຄົນໃນຄອບຄົວ ກໍ່ມີຊຸດອາພອນທີ່ຕັດຫຍິບເອງ ແຕ່ໜຶ່ງ ຫາສອງຊຸດ. ປັດຈຸບັນອາຊີບຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ຢູ່ເມືອງ ເວິນໂຮ່ ໄດ້ຮັບການຮັກສາໄວ້ ຈາກອຳນາດການປົກຄອງ ແລະ ປະຊາຊົນ ແລະ ການເຄື່ອນໄຫວກໍ່ໄດ້ມີຂຶ້ນຢ່າງເປັນປົກກະຕິ

ເມືອງ ເວິນໂຮ່ ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ
05/04/2021

ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ”

(VOVWORLD) -ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ” ຫາກໍ່ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນງານວາງສະແດງຖືກຈັດຂຶ້ນປະຈຳປີ ໂດຍກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັນຈັດຂຶ້ນ. ໃນໂອກາດນີ້ ຄະນະຈັດຕັ້ງໄດ້ມອບລາງວັນການປະກວດ ຮູບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ”

ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ”
29/03/2021

ການສ້າງຄວາມຮັກວັດທະນະທຳພື້ນເມືອງ ຢູ່ໂຮງຮຽນແຫ່ງໜຶ່ງຢູ່ເຂດຊົນເຜົ່າສ່ວນໜ້ອຍ.

(VOVWORLD) - ການສຶກສາອົບຮົມທາງດ້ານທັກສະໃຫ້ແກ່ນັກຮຽນ ໂດຍຜ່ານເລື່ອງໃຫ້ພວກນ້ອງນັກຮຽນແອບຕີຄ້ອງ, ຊອກຮູ້ເກັບກຳ ແລະ ອະທິບາຍແນະນຳ ກ່ຽວກັບວັດທະນະທຳໃນເວລາເຄົາລົບທຸງຊາດ ຍາມຕົ້ນອາທິດ. ນີ້ແມ່ນວິທີ ເຊິ່ງໂຮງຮຽນມັດທະຍົມຕອນຕົ້ນ ອີໂງງນີເອກະດຳ ຢູ່ເມືອງ ກືມືກາ ແຂວງ ດັກລັກ ພວມປະຕິບັດ ເພື່ອສ້າງຄວາມຮັກທາງດ້ານວັດທະນະທຳໃຫ້ແກ່ພວກນ້ອງນັກຮຽນ.

ການສ້າງຄວາມຮັກວັດທະນະທຳພື້ນເມືອງ ຢູ່ໂຮງຮຽນແຫ່ງໜຶ່ງຢູ່ເຂດຊົນເຜົ່າສ່ວນໜ້ອຍ.
22/03/2021

ຮັບປະກັນໃຫ້ບັນດາງານບຸນຖືກຈັດຂຶ້ນ ຢ່າງປອດໄພ ໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ

(VOVWORLD) - ໄປນະມັດສະການວັດໃນຍາມຕົ້ນປີ ເພື່ອພາວະນາໃຫ້ມີຄວາມໂຊກດີ ຄວາມສະຫງົບສຸກ ຄວາມຈະເລີນ ກໍ່ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ ຫວຽດນາມ. ແຕ່ລະດູງານບຸນປີນີ້ ກໍ່ບໍ່ອາດຟົດຟື້ນມ່ວນຊື່ນ ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍຄືງານບຸນປີກ່ອນໆ ຍ້ອນວ່າໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຄືນໃໝ່. ບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໄດ້ຖືກບັນດາທ້ອງຖິ່ນປະຕິບັດຢ່າງເຄັ່ງຄັດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ໃນສະພາບໂລກລະບາດໂຄວິດ - 19 ຍັງຄົງຜັນແປໄປຢ່າງສັບສົນໄປທົ່ວໂລກ

ຮັບປະກັນໃຫ້ບັນດາງານບຸນຖືກຈັດຂຶ້ນ ຢ່າງປອດໄພ ໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ
15/03/2021

ບັນດາເຈົ້າເຫຼົ່າ, ນາຍບ້ານເກັບຮັກສາວັດທະນະທຳຊົນເຜົ່າ ກະຕູ

(VOVWORLD) - ພໍ່ແມ່ພີ່ນ້ອງເຜົ່າກະຕູດຳລົງຊີວິດຕົ້ນຕໍຢູ່ພາກກາງຫວຽດນາມໃນນັ້ນແຂວງກວ໋າງນາມ ແມ່ນທ້ອງຖິ່ນທີ່ມີຈຳນວນປະຊາຊົນເຜົ່າ ກະຕູດຳລົງຊີວິດເປັນຈຳນວນຫຼາຍກວ່າໝູ່. ບັນດາຈຸດວັດທະນະທຳທີ່ເປັນເອກະລັກຄືຂັບຫຼີ, ຟ້ອນເຕິນຕຸງຢາຢາ, ຕີກອງຕີຄ້ອງເຊິ່ງເຄີຍໄດ້ຕິດພັນກັບຊີວິດປະຈຳວັນ, ການຜະລິດຂອງຊາວທ້ອງຖິ່ນ. ບັນດາເຈົ້າເຫຼົ່າຊາວເຜົ່າ ກະຕູໄດ້ສຸມເຫື່ອແຮງເກັບຮັກສາຟື້ນຟູ ບັນດາຄຸນຄ່າທາງດ້ານວັດທະນະທຳຂອງເຜົ່າຕົນ

ບັນດາເຈົ້າເຫຼົ່າ, ນາຍບ້ານເກັບຮັກສາວັດທະນະທຳຊົນເຜົ່າ ກະຕູ
08/03/2021

ສຽງຄ້ອງທີ່ຟົດຟື້ນຍາມລະດູບານໃໝ່

(VOVWORLD) -ໃນມື້ຕົ້ນປີ 2021, ສອງກອງຄ້ອງໜຸ່ມຂອງບ້ານ ກຣຶງຣົງອາ ຕາແສງ ອີອາຕູ ແລະ ບ້ານກະບູ ຕາແສງ ຮວ່າແຄັ໊ງໄດ້ພົບປະກັນຢູ່ທ່ານ້ຳບ້ານ ກຣຶງຣົງອາ ຕາແສງອີອາຕູ ນະຄອນບວມມາທວດ ແຂວງດັກລັກ ເພື່ອພົບປະແລກປ່ຽນສະແດງດົນຕີຄ້ອງ. ກອງຄ້ອງບ້ານ ກຣຶງຣົງອາແມ່ນກອງຄ້ອງເພດຊາຍໃນເກນອາຍຸແຕ່ 12 ຫາ 15 ປີ, ສ່ວນກອງຄ້ອງບ້ານກະບູແມ່ນກອງຄ້ອງເພດຍິງໃນເກນອາຍຸແຕ່ 14 ຫາ 32 ປີ

ສຽງຄ້ອງທີ່ຟົດຟື້ນຍາມລະດູບານໃໝ່
01/03/2021

ຟ້ອນກະດີງ - ຄວາມເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນ ຢູ່ເມືອງເວິນໂຮ່ ແຂວງເຊີນລາ

(VOVWORLD) -ໃນບັນດາພິທີກຳ, ການເຫຼື້ອມໃສຂອງຊາວເຜົ່າຢ້າວຕ່ຽນຢູ່ເມືອງເວິນໂຮ່ ແຂວງເຊີນລາ, ພໍ່ແມ່ພີ່ນ້ອງໄດ້ຖືວ່າຟ້ອນກະດີງແມ່ນວາດຟ້ອນທີ່ສັກສິດ.ປະຊາຊົນຢູ່ແຫ່ງນີ້ ໄດ້ພ້ອມກັນຮັກສາວາດຟ້ອນນີ້ ຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ ຄືດັ່ງຄວາມງາມທາງດ້ານວັດທະນະທຳມາແຕ່ດົນນານ ທີ່ຂາດບໍ່ໄດ້ໃນຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງຕົນ.

ຟ້ອນກະດີງ - ຄວາມເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນ ຢູ່ເມືອງເວິນໂຮ່ ແຂວງເຊີນລາ
22/02/2021

ລຸງ ເລື່ອງວັນເຈຶ້ອ - ຜູ້ສຸມຈິດສຸມໃຈກັບວັດທະນະທຳຊົນເຜົ່າຜູ້ໄທ

(VOVWORLD) -ລຸງ ເລື່ອງວັນເຈຶ້ອ ຢູ່ບ້ານ ງົ່ວ ຕາແສງ ຈ່ຽງປັ່ນ ເມືອງ ອຽນເຈົາ ແຂວງ ເຊີນລາ ແມ່ນຜູ້ທີ່ມີຊື່ສຽງຍ້ອນຄວາມຮັກ ແລະ ຄວາມເມົາມົວກັບວັດທະນະທຳຊົນເຜົ່າ. ບໍ່ນັບວັນເວລາ ແລະ ອາຍຸ, ລຸງໄດ້ສຸມຈິດສຸມໃຈອະນຸລັກຮັກສາສຽງເວົ້າ, ຕົວໜັງສື ຮີດຄອງປະເພນີຂອງຊົນເຜົ່າຕົນ.

ລຸງ ເລື່ອງວັນເຈຶ້ອ - ຜູ້ສຸມຈິດສຸມໃຈກັບວັດທະນະທຳຊົນເຜົ່າຜູ້ໄທ
15/02/2021

ງານບຸນຍາມລະດູບານໃໝ່

(VOVWORLD) -ສຳລັບຊາວ ຫວຽດນາມ ແລ້ວ ລະດູບານໃໝ່ ກໍ່ແມ່ນລະດູຂອງງານບຸນ. ບັນດາງານບຸນໃນຍາມລະດູບານໃໝ່ ຖືກຈັດຂຶ້ນຫຼາຍກວ່າໝູ່ ເມື່ອທຽບໃສ່ລະດູອື່ນໆໃນປີ ແລະ ຖືກດຳເນີນຢູ່ທຸກແຖບຖິ່ນ ໃນທົ່ວປະເທດ ຫວຽດນາມ. ໄປທ່ຽວຫຼິ້ນໃນຍາມລະດູບານໃໝ່, ຜູ້ເຖົ້າຜູ້ແກ່ ຕະຫຼອດຮອດໄວໜຸ່ມ ຜູ້ບ່າວ ຜູ້ສາວ ກໍ່ພາກັນໄປຮ່ວມງານບຸນ ເພື່ອພາວະນາໃຫ້ປີໃໝ່ມີແຕ່ຄວາມສຸກຄວາມຈະເລີນ

ງານບຸນຍາມລະດູບານໃໝ່
08/02/2021

ບັນດາໝູ່ບ້ານດອກໄມ້ ໃນຊ່ວງເວລາໃກ້ຈະຮອດບຸນເຕັດ.

(VOVWORLD) -ເມື່ອບຸນເຕັດ ລະດູບານໃໝ່ວຽນມາໃນແຕ່ລະປີ ກໍ່ແມ່ນຊ່ວງເວລາທີ່ບັນດາໝູ່ບ້ານດອກໄມ້ຢູ່ທຸກຫົນແຫ່ງ ໃນປະເທດຊາດ ຫວຽດນາມ ພັດສວຍສົດງົດງາມ ເຕັມໄປດ້ວຍດອກໄມ້ສີສັນຫາກຫຼາຍ. ຊຸມວັນນີ້ຢູ່ບັນດາໝູ່ບ້ານດອກໄມ້ ກໍ່ມີບັນຍາກາດອອກແຮງງານຢ່າງຫ້າວຫັນ, ຟ້າວຟັ່ງ ຜູ້ຊື້ຄົນຂາຍຢ່າງຟົດຟື້ນມ່ວນຊື່ນ, ແຂກທ່ອງທ່ຽວກໍ່ພາກັນໄປຢ້ຽມຊົມ ທັດສະນະສຶກສາ ຖ່າຍຮູບເປັນທີ່ລະນຶກ.

ບັນດາໝູ່ບ້ານດອກໄມ້ ໃນຊ່ວງເວລາໃກ້ຈະຮອດບຸນເຕັດ.