ຄຸນຄ່າຂອງສະແຕມທີ່ໂຄສະນາພາບພົດປະເທດຊາດຫວຽດນາມ
ການຫຼິ້ນສະແຕມບໍ່ພຽງແຕ່ເພື່ອສະສົມຄວາມຮູ້ດ້ານປະຫວັດສາດວັດທະນະທຳສິລະປະເທົ່ານັ້ນ, ຫາກຍັງປະກອບສ່ວນແນະນຳ ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມອອກສູ່ໂລກພາຍນອກອີກດ້ວຍ.
ການຫຼິ້ນສະແຕມບໍ່ພຽງແຕ່ເພື່ອສະສົມຄວາມຮູ້ດ້ານປະຫວັດສາດວັດທະນະທຳສິລະປະເທົ່ານັ້ນ, ຫາກຍັງປະກອບສ່ວນແນະນຳ ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມອອກສູ່ໂລກພາຍນອກອີກດ້ວຍ.
ງານບຸນວິຫານຮຸ່ງ ຫຼືເອີ້ນວ່າ ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນງານບຸນໃຫຍ່ຢູ່ຫວຽດນາມ ເພື່ອອາໄລຫາຄຸນງາມຄວາມດີ ສ້າງຕັ້ງປະເທດຊາດຂອງເຈົ້າຊີວິດຮຸ່ງອົງຕ່າງໆຊຶ່ງແມ່ນເຈົ້າຊີວິດບັນດາ ອົງທຳອິດ ຂອງຊາດຫວຽດນາມ

ກຸ່ງທັງລອງເມື່ອກ່ອນນີ້ ແລະ ນະຄອນຫຼວງຮ່າໂນ້ຍໃນປະຈຸບັນ ມີຊື່ສຽງໄປດ້ວຍຄຸ້ມຖະໜົນເກົ່າ ຊຶ່ງປະກອບດ້ວຍຖະໜົນ 36 ສາຍ ແລະ ແຕ່ລະສາຍ ຕິດພັນກັບອາຊີບຫັດຖະກຳໃດໜຶ່ງ

ບ້ານຈົວ ແມ່ນໝູ່ບ້ານເຂດບ້ານນາທີ່ລຽບງ່າຍຊຶ່ງຂຶ້ນກັບຕາແສງເຊີນກົງ ເມືອງອຶ້ງຮ່ວາ ຊານນະຄອນຮ່າໂນ້ຍ, ແຕ່ພັດໄດ້ຮັບການຕັ້ງຊື່ຈາກບັນດາຜູ້ນິຍົມກາບກອນໃນທົ່ວປະເທດວ່າ ແມ່ນໝູ່ບ້ານກາບກອນ, ເພາະໃນບ້ານມີຫຼາຍຄົນນິຍົມກາບກອນ, ເມົາມົວແຕ່ງກາບກອນ
ຂັບກາຈູ ຍັງຖືກເອີ້ນວ່າ ຂັບອາດາວ ຊຶ່ງແມ່ນປະເພດສິລະປະດົນຕີ ພື້ນເມືອງທີ່ເປັນເອກະລັກສະເພາະ ຢູ່ຫວຽດນາມ. ປີ 2009, ອົງການ UNESCO ໄດ້ເຊີດຊູ ຂັບກາຈູແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຄວນໄດ້ຮັບການຮັກສາຢ່າງຮີບດ່ວນ

ບໍ່ຮູ້ວ່າ ນັບແຕ່ໃດໆມາ, ຮູບພາບວັດວາອາຮາມ ແລະ ສຽງລະຄັງໃນວັດໄດ້ກາຍເປັນສິ່ງລຶ້ງເຄີຍກັບຊາວຫວຽດນາມແຕ່ລະຄົນ. ໃນຍາມເຊົ້າ ແລະ ຍາມຕອນແລງໃນແຕ່ລະວັນ, ສຽງລະຄັງໃນວັດ ໄດ້ດັງກ້ອງກັງວານໄປທົ່ວເຂດ, ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກສະຫວາດສະເຫວີຍ

ຈາກກີ່ວ ມ້າຟຸກ, ຂີ່ລົດໄປຕາມທາງຫຼວງເລກ 3 ປະມານ 10 ກິໂລແມດ, ບັນດາເຮືອນຮ້ານຂອງຊາວເຜົ່ານຸ່ງ ໄດ້ປະກົດຂຶ້ນໃນທ່າມກາງນ້ຳໝອກກິ້ວ. ແຕ່ຫົວທາງ, ສຽງຕີເຫຼັກໄດ້ດັງກ້ອງກັງວານຂຶ້ນ ໄປທົ່ວບໍລິເວນ ຄືຢາກແນະນຳໃຫ້ ທຸກໆຄົນທັງຢູ່ໃກ້ຫຼືໄກຮູ້ເຖິງ ອາຊີບຕີເຫຼັກທີ່ມີມາແຕ່ດົນນານຢູ່ແຫ່ງນີ້

ຢູ່ຫວຽດນາມ, ລະດູບານໃໝ່ແມ່ນຍາມຈັດງານບຸນຕ່າງໆ, ເມື່ອດອກຄາຍ, ດອກໝັ້ນ, ດອກບານພວມພາກັນ ບານສະພັ່ງເອ້ຄວາມງາມຢູ່ທົ່ວເຂດພູຜາ ປ່າໄມ້ . ນີ້ກໍແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຈັດງານບຸນຕ່າງໆເພື່ອຕ້ອນຮັບລະດູບານໃໝ່

ຕາມປະເພນີທີ່ມີແຕ່ດົນນານຢູ່ຫວຽດນາມ, ແຕ່ລະປີຮອດຍາມຕົ້ນລະດູບານ ໃໝ່, ບັນດາຄອບຄົວຊາວຫວຽດນາມເຄີຍຈັດພິທີອວຍພອນອາຍຸຍືນໃຫ້ແກ່ປູຍາຕາຍາຍ, ພໍ່ແມ່. ນີ້ແມ່ນຈຸດວັດທະນະທຳທີ່ໄດ້ຮັບການຮັກສາໄວ້ນັບຮ້ອຍປີມານີ້

ໃນສາງວັດທະນະທຳພື້ນເມືອງ ທີ່ບໍ່ມີຮູບຮ່າງຂອງຫວຽດນາມນັ້ນ, ແຂວງ ນາມດິ້ງຖືກຂະໜານນາມ ວ່າ ແມ່ນໜຶ່ງໃນບັນດາ ອູ່ສິລະປະການສະແດງ ລະຄອນຕຸກກະຕານ້ຳ ທີ່ເປັນເອກະລັກສະເພາະດ້ວຍບັນດາໝູ່ບ້ານທີ່ມີສິລະປະ ການສະແດງລະຄອນຕຸກກະຕານ້ຳທີ່ມີຊື່ສຽງ
