ຕະຫຼາດນັດ ບັກຮ່າ ໃນຍາມມໍ່ກັບບຸນເຕັດ
ຕະຫຼາດນັດ ບັກຮ່າ ແມ່ນຕະຫຼາດນັດໃຫຍ່ກ່ວາໝູ່ຢູ່ ເຂດພູສູງຊາຍແດນ, ແມ່ນແຫ່ງແລກປ່ຽນຄ້າຂາຍສິນຄ້າ ຂອງປະຊາຊົນ 14 ເຜົ່າອ້າຍນ້ອງ ທີ່ດຳລົງຊີິວິດຢູ່ຮ່ວມກັນໃນເທດສະບານເມືອງ ບັກຮ່າ ແລະ ບັນດາເມືອງ, ແຂວງຢູ່ອ້ອມຂ້າງ.
ຕະຫຼາດນັດ ບັກຮ່າ ແມ່ນຕະຫຼາດນັດໃຫຍ່ກ່ວາໝູ່ຢູ່ ເຂດພູສູງຊາຍແດນ, ແມ່ນແຫ່ງແລກປ່ຽນຄ້າຂາຍສິນຄ້າ ຂອງປະຊາຊົນ 14 ເຜົ່າອ້າຍນ້ອງ ທີ່ດຳລົງຊີິວິດຢູ່ຮ່ວມກັນໃນເທດສະບານເມືອງ ບັກຮ່າ ແລະ ບັນດາເມືອງ, ແຂວງຢູ່ອ້ອມຂ້າງ.
ຫວນຄືນໄລຍະເວລາແຫ່ງປະຫວັດສາດ, ພ້ອມກັບຊົນເຜົ່າອ້າຍນ້ອງ ເມີນົງ, ຊົນເຜົ່າ ເອເດ ດຳລົງຊີວິດຕົ້ນຕໍ່ຢູ່ແຂວງ ດັກລັກ ຕັ້ງຢູ່ກາງເຂດດິນທາງຕາເວັນຕົກຂອງພາກກາງຫວຽດນາມ. ໃນຂະບວນວິວັດແຫ່ງການພັດທະນາຍາວນານ, ຊາວເຜົ່າ ເອເດ ໄດ້ມີສີສັນ ວັດທະນະທຳຊົນເຜົ່າທີ່ເປັນເອກະລັກສະເພາະມາແຕ່ດຶກດຳບັນ

ປະຈຸບັນ ຊົນເຜົ່າໄທດຳລົງຊີວິດຢູ່ເກືອບທຸກແຫ່ງໃນແຂວງ, ແຕ່ຕົ້ນຕໍ່ແມ່ນດຳລົງຊີວິດຢູ່ເມືອງ ດ້ຽນບຽນ ແລະ ເມືອງ ຕວນຢ້າວ. ຜ່ານໄລຍະພັດທະນາເປັນເວລານັບຮ້ອຍປີ, ຊາວເຜົ່າໄທຍັງຄົງສາມາດຮັກສາບັນດາຮີດຄອງປະເພນີສະເພາະຂອງຕົນ, ໃນນັ້ນມີພິທີສູ່ຂໍ ແລະ ງານດອງ.

ໃນປີ 2011 ຫວຽດນາມສຶບຕໍ່ຢັ້ງຢືນຄຸນຄ່າດ້ານວັດທະນະທຳຕໍ່ໂລກດ້ວຍເລື່ອງມໍລະດົກວັດທະນະທຳ 2 ຢ່າງຂອງຫວຽດນາມໄດ້ຮັບການຮັບຮູ້ຈາກອົງການ UNESCO ນັ້ນແມ່ນມໍລະດົກວັດທະນະທຳໂລກ ແລະ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກທີ່ຄວນໄດ້ຮັບການຮັກສາໄວ້ ຢ່າງຮີບດ່ວນ

ເມື່ອຊອກຮູ້ກ່ຽວກັບວາດຟ້ອນ ຂອງຊົນເຜົ່າຂະມຸ, ນັ້ນແມ່ນ ນອກຈາກບັນດາວາດຟ້ອນ ທີ່ອຸດົມສົມບູນນັ້ນ, ສຽງຄ້ອງທີ່ດັງກອງກັງວານຂຶ້ນຢ່າງຕໍ່ເນື່ອງໄດ້ເປັນການເພີ່ມຄວາມ ດູດດືມໃຫ້ແກ່ວາດຟ້ອນ.

ຂັບຊວານແມ່ນປະເພດສິລະປະພື້ນເມືອງຂອງແຂວງ ຟູເທາະ ທີ່ດຶງດູດຜູ້ຟັງຍ້ອນສຽງຂັບ ຮ້ອງທີ່ອ່ອນຊອນ ແລະ ວາດຟ້ອນລຽບງ່າຍ ຊຶ່ງຫາກໍໄດ້ຮັບການຮັບຮູ້ຈາກອົງການ UNESCO ວ່າແມ່ນ ມໍລະດົກວັດທະນະທຳຄວນໄດ້ຮັບການຮັກສາດ່ວນຂອງມວນມະນຸດເມື່ອວັນທີ 25 ພະຈິກທີ່ຜ່ານມາ.

ຫວຽດນາມ ແມ່ນປະເທດທີ່ມີພື້ນຖານວັດທະນະທຳທີ່ມີມາແຕ່ບູຮານ, ມີຫຼາຍຮູບການສິລະປະພື້ນເມືອງທີ່ມີຊື່ສຽງເຊັ່ນ: ຂັບຕ່ວງ, ຂັບແຈ່ວ, ຂັບກາຍເລືອງ…

ຖະໜົນຫົນທາງຢູ່ ຮ່າໂນ້ຍ ໃນຊຸມມື້ທ້າຍເດືອນພະຈິກກໍ່ຟົດຟື້ນ ແລະ ໜາແໜ້ນດ້ວຍຂະບວນຄົນລົດຍົນຍານພາຫະນະ, ຢູ່ທຸກບ່ອນ ລ້ວນແຕ່ໄດ້ຍິນສຽງລົບກວນເນື່ອງນັນຂອງລົດໂອໂຕ, ລົດຈັກ. ແຕ່ບັງເອີນ ຢູ່ຂອບທາງບ່ອນໜຶ່ງພັດດັງກ້ອງກັງວານໄປດ້ວຍບົດດົນຕີປະສານສຽງປະເພດ ກະລາດຊິກ ທີ່ມີຊື່ສຽງ, ຊຶ່ງຄຶດວ່າ ພຽງແຕ່ໄດ້ຟັງຢູ່ໃນໂຮງລະຄອນແບບຫຼູຫຼາ. ເປັນໜ້າຕົກສະເງີ້ທີ່ບົດດົນຕີດັ່ງກ່າວ ພັດຖືກສະແດງຢູ່ຂອບທາງ ຕໍ່ໜ້າ ຄວາມສົນໃຈຂອງບັນດາຜູ້ຄົນພວມຍ່າງໄປມາ.

ຮອດວັນທີ 18 ເດືອນ 10 ໄລ່ຕາມຈັນທະປະຕິທິນປະຈຳປີ, ປະ ຊາຊົນຢູ່ເມືອງເກາະ ກົນດາວ, ແຂວງ ບ່າເຮ້ຍ - ວຸງເຕົ່າ ເຄີຍຈັດພິທີບູຊາ ...
