ສະຖານະການ ການເມືອງ

17/02/2022

ສັງ​ຄົມ​ນິ​ຍົມ ແມ່ນ ເສັ້ນ​ທາງ​ຫ​ນຶ່ງ​ດຽວ ຊື່ງ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ

(VOVWORLD) -ເມື່ອປື້ມທີ່ມີຫົວຂໍ້ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເປີດຕົວ, ມີບາງ blogger ຢູ່ຕ່າງປະເທດ ຖືວ່າ ບັນດາຂໍ້ອ້າງ, ເນື້ອໃນ ໃນປື້ມຫົວນີ້ແມ່ນ ຫລ້າຫລັງ, ຫລ້າສະໄຫມ, ຂາດພື້ນຖານທາງວິທະຍາສາດ ແລະ ເລື່ອງເລືອກເຟັ້ນເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຂອງຫວຽດນາມ ແມ່ນຄວາມຜິດພາດ. ບັນດາຂໍ້ອ້າງ, ທັດສະນະແນວຄິດດັ່ງກ່າວ ແມ່ນເພື່ອແນໃສ່ກະທົບເຖິງຄວາມເຊື່ອໝັ້ນຕໍ່ເປົ້າໝາຍອຸດົມຄະຕິຂອງພັກ, ການປະຕິບັດຍຸດທະສາດ “ການຜັນແປສັນຕິ” ຂອງບັນດາອິດທິກຳລັງເປັນປໍລະປັກຕໍ່ກັບ ຫວຽດນາມ

ສັງ​ຄົມ​ນິ​ຍົມ ແມ່ນ ເສັ້ນ​ທາງ​ຫ​ນຶ່ງ​ດຽວ ຊື່ງ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ
16/02/2022

ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ

(VOVWORLD) -ກອງປະຊຸມທາງໄກທົ່ວປະເທດສະຫຼຸບ 20 ປີແຫ່ງການປະຕິບັດມະຕິສະບັບເລກທີ 13 ຂອງສູນກາງພັກ ວ່າດ້ວຍ ເສດຖະກິດລວມໝູ່ ແລະ ສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ເຊິ່ງໄດ້ຈັດຕັ້ງໃນວັນທີ 15 ກຸມພາ ປີ 2022 ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການສຳຄັນເພື່ອແນໃສ່ຍູ້ແຮງການປະຕິບັດແຜນນະໂຍບາຍຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດລວມໝູ່, ສະຫະກອນຂອງ ຫວຽດນາມ ໃນໄລຍະໃໝ່.

ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ
15/02/2022

ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ເດີນ​ຕາມ​ຍຸດ​ທະ​ສາດ “ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ”

(VOVWORLD) -ຫວ່າງມໍ່ໆມານີ້, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ປະກາດຍຸດທະສາດໃໝ່ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ເຊິ່ງເປັນສ່ວນໜຶ່ງຂອງຄວາມມານະພະຍາຍາມ ແນໃສ່ເນັ້ນໜັກເຖິງຄວາມສຳຄັນໃນພາກພື້ນນີ້. ສານຈາກ ອາເມລິກາ ແລະ ບັນດາປະເທດໃນກຸ່ມ 4 ປະເທດ ສ່ອງແສງໃຫ້ເຫັນຄວາມຕັດສິນໃຈເດີນຕາມຄຳໝັ້ນສັນຍາສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງໃນຫຼາຍຂົງເຂດ ຈາກຄວາມໝັ້ນຄົງຕະຫຼອດຮອດເສດຖະກິດ.

ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ເດີນ​ຕາມ​ຍຸດ​ທະ​ສາດ “ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ”
11/02/2022

ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ

(VOVWORLD) - ວັນທີ 2 ກຸມພາທີ່ຜ່ານມາ, ຮອບເຈລະຈາທີ 9 ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ (ຫຼືຍັງເອີ້ນວ່າແຜນການເຄື່ອນໄຫວລວມຮອບດ້ານ JCPOA) ໂດຍອີຣານ ແລະ 6 ປະເທດມະຫາອຳນາດລົງນາມເມື່ອປີ 2015 ໄດ້ເຊື່ອມຕໍ່ຄືນໃໝ່ ຢູ່ນະຄອນຫຼວງວຽນ ປະເທດໂອຕາລິດ. ໜ້າສົນໃຈແມ່ນ ກ່ອນຮອບເຈລະຈາຄັ້ງໃໝ່, ອາເມລິກາ ໄດ້ປະຕິບັດບາດກ້າວເດີນທີ່ຖືກຖືວ່າ “ມີຜົນປະໂຫຍດ” ຕໍ່ວິວັດການເຈລະຈາ. ແຕ່ເຖິງແນວນັ້ນກໍ່ຕາມ, ຕາມບັນດານັກໄຈ້ແຍກແລ້ວ, ເພື່ອກ້າວໄປເຖິງຂໍ້ຕົກລົງຫຼັກແຫຼ່ງສຸດທ້າຍ, ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ.

ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ
10/02/2022

ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່ຕໍ່​ເສັ້ນ​ທາງ​ທີ່​ໄດ້​ເລືອກ

(VOVWORLD) -ໃນປື້ມຫົວຫນຶ່ງທີ່ມີຊື່ວ່າ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ເປີດຕົວໃນວັນທີ 9 ກຸມພາ ຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ກຳນົດທິດ ແລະ ເຈາະຈີ້ມຫລາຍບັນຫາໃຫຍ່ ແລະ ໃຫມ່ອ່ຽມກ່ຽວກັບເສັ້ນທາງປະຕິວັດຊື່ງ ພັກ, ປະທານໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ. ນີ້ແມ່ນປື້ມຫົວຫນຶ່ງທີ່ເຕັມໄປດ້ວຍຫລັກມູນດ້ານວິທະຍາສາດ, ມີຄວາມໝາຍດ້ານທິດສະດີ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງສຳລັບກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ເວົ້າສະເພາະ, ພາລະກິດປະຕິວັດຫວຽດນາມ ເວົ້າລວມໃນໄລຍະໃຫມ່.

ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່ຕໍ່​ເສັ້ນ​ທາງ​ທີ່​ໄດ້​ເລືອກ
09/02/2022

ປະ​ເທດ​ຊາດ​ເຂົ້າ​ສູ່​ຈັງ​ຫວະພັດ​ທະ​ນາດ້ວຍ​ພະ​ລັງ​ຊີ​ວິດ​ລະ​ດູ​ບານ​ໃໝ່

(VOVWORLD) -ການອອກແຮງງານ, ຈັງຫວະການຜະລິດ, ການພົວພັນແລກປ່ຽນການຄ້າ ຢູ່ ຫວຽດນາມ ມີບັນຍາກາດຄຶກຄື້ນນັບແຕ່ຊຸມວັນຕົ້ນປີ 2022. ນີ້ແມ່ນບັນດາສັນຍານຕັ້ງໜ້າພາຍຫຼັງພື້ນຖານເສດຖະກິດໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເປັນໄລຍະຍາວ. ໝາກຜົນນີ້ ສະແດງໃຫ້ເຫັນການຊີ້ນຳຢ່າງມີໄຫວພິບ, ທັນການຂອງລັດຖະບານ, ການເຂົ້າຮ່ວມຂອງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການຕອບສະໜອງ, ເຫັນດີເຫັນພ້ອມຂອງປະຊາຊົນເພື່ອບໍ່ພາດໂອກາດພັດທະນາຂອງປະເທດຊາດ.

ປະ​ເທດ​ຊາດ​ເຂົ້າ​ສູ່​ຈັງ​ຫວະພັດ​ທະ​ນາດ້ວຍ​ພະ​ລັງ​ຊີ​ວິດ​ລະ​ດູ​ບານ​ໃໝ່
08/02/2022

ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ

(VOVWORLD) -ຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ບໍ່ມີສັນຍານຫຼຸດລົງໃນໄລຍະມໍ່ໆມານີ້ ເຊິ່ງກ່ຽວຂ້ອງເຖິງບັນຫາ ຢູແກຼນ. ໃນເບື້ອງຕົ້ນ, ຫາງສຽງ ອາດຈະຫັນໃຈໂລ່ງ ພາຍຫຼັງທີ່ບັນດາຄຳກ່າວຫາຮຸກຮານ, ຄຳກ່າວເຕືອນໂຕ້ຕອບ ພ້ອມກັບເລື່ອງ ສອງຝ່າຍຈັດສົ່ງພົນທະຫານຢ່າງລຽນຕິດ ເຮັດໃຫ້ບັນຍາກາດຢູ່ທີ່ນີ້ເຄັ່ງຮ້ອນຂຶ້ນເປັນແຕ່ລະຊົ່ວໂມງ.

ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ
07/02/2022

ຍາດແຍ່ງທ່າໄດ້ປຽບຈາກບັນດາສັນຍາ FTA ເພື່ອພັດທະນາເສດຖະກິດ

(VOVWORLD) -ໃນປີ 2022, ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ, ພິເສດແມ່ນໃນສະພາບການປະເທດໄດ້ເຂົ້າຮ່ວມສັນຍາການຄ້າເສລີ (FTA) ຫຼາຍສະບັບ.

ຍາດແຍ່ງທ່າໄດ້ປຽບຈາກບັນດາສັນຍາ FTA ເພື່ອພັດທະນາເສດຖະກິດ
04/02/2022

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022

(VOVWORLD) - ຂະແໜງພົວພັນຕ່າງປະເທດ ຫວຽດນາມ ປີ 2021 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຈຶ່ງບັນລຸໄດ້ບັນດາຂີດໝາຍສຳຄັນ ແລະ ໝາກຜົນທີ່ພົ້ນເດັ່ນ. ໂດຍເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍຍຸດທະສາດໃໝ່, ບົນພື້ນຖານຈາກກຳລັງຄວາມສາມາດ, ທີ່ຕັ້ງບົດບາດໃໝ່ຂອງປະເທດຊາດ ແລະ ຈາກການປ່ຽນແປງຂອງສະພາບການສາກົນ.

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022