ຫັນສິດເສລີໃນການເຊື່ອຖື, ເຫລື້ອມໃສສາສະຫນາຢູ່ ຫວຽດນາມ ໃຫ້ປະກົດຜົນເປັນຈິງ
(VOVWORLD) -ວັນບຸນຄຼິດສະມາດ ໃນວັນທີ 25 ທັນວາ ທຸກໆປີ ແມ່ນວັນບຸນຂອງປະຊາຊົນເຊື່ອຖືສາສະຫນາ ກິໂຕ ຄື: ກາໂຕລິກ ແລະ ໂປແຕສະຕັງ ແຕ່ດົນນານມາແລ້ວ ມັນໄດ້ປະກອບສ່ວນເຮັດໃຫ້ການເຄື່ອນໄຫວດ້ານຈິດວິນຍານ, ວັດທະນະທຳອຸດົມສົມບູນຂຶ້ນຕື່ມ ແລະ ຄວາມຈິງ ແມ່ນໂອກາດເພື່ອເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນເອກະພາບເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ ໝົດທຸກຄົນ. ເພາະສະນັ້ນ ວັນບຸນຄຼິດສະມາດ ແມ່ນນຳມາໃຫ້ສານຢ່າງແຮງກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາ, ໂດຍບໍ່ຫົວຊາຕໍ່ຖ້ອຍທຳນອງເສກສັນປັ້ນແຕ່ງຂອງພວກຫົວຮຸນແຮງ ເພື່ອແນໃສ່ປະຕິເສດນະໂຍບາຍກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາຂອງ ພັກ ແລະ ລັດ ຫວຽດນາມ.









