ສະຖານະການ ການເມືອງ

11/11/2021

​ເດືອນ​ເຄື່ອນ​ໄຫວ​ເພື່ອ​​ຜູ້​ທຸກ​ຍາກ: ຫວຽດ​ນາມ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫລັງ

(VOVWORLD) -ເດືອນເຄື່ອນໄຫວ “ເພື່ອຜູ້ທຸກຍາກ” ປີ 2021 ພວມດຳເນີນໃນສະພາບໂລກລະບາດໂຄວິດ -19 ສົ່ງຜົນກະທົບຢ່າງຫນັກຫນ່ວງເຖິງຜູ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນຖືກວ່າງງານ, ບໍ່ມີລາຍຮັບເພື່ອຮັບປະກັນຊີວິດການເປັນຢູ່. ສະນັ້ນ ການເຄື່ອນໄຫວ ແລະ ນະໂຍບາຍຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກ ກໍ່ມີການປ່ຽນແປງໄປນຳເພື່ອໃຫ້ເໝາະສົມກັບສະພາບຕົວຈິງ, ນັບມື້ນັບມີຫລາຍຮູບແບບກວ່າ, ບໍ່ພຽງແຕ່ຫນູນຊ່ວຍໂດຍດ່ວນເທົ່ານັ້ນ ຫາກຍັງມີທິດຊ່ວຍຫນູນການຫາເງິນລ້ຽງຊີບ, ວຽກເຮັດງານທຳ, ໃຫ້ຜູ້ທຸກຍາກໄດ້ກູ້ຢຶມທຶນບຸລິມະສິດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

​ເດືອນ​ເຄື່ອນ​ໄຫວ​ເພື່ອ​​ຜູ້​ທຸກ​ຍາກ: ຫວຽດ​ນາມ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫລັງ
10/11/2021

ຊັ​ກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຂັບເຄື່ອນ​​ປະ​ເທດ​ຊາດ

(VOVWORLD) -ວາລະຊັກຖາມຄັ້ງທຳອິດຂອງ ອາຍຸການສະພາແຫ່ງຊາດຊຸດທີ XV ໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 10 ເດືອນພະຈິກ. 4 ຂົງເຂດທີ່ສະມາຊິກສະພາແຫ່ງຊາດ ໄດ້ຄັດເລືອກເພື່ອຊັກຖາມ ສະມາຊິກລັດຖະບານ ທີ່ຈະປະຊຸມໃນ 2 ມື້ເຄິ່ງນີ້ ແມ່ນ: ດ້ານສາທາລະນະສຸກ, ດ້ານແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ດ້ານແຜນການ ແລະ ການລົງທຶນ, ດ້ານການສຶກສາ ແລະ ບຳລຸງສ້າງ. ວາລະຊັກຖາມໄດ້ກະກຽມຢ່າງລະອຽດ ດ້ວຍຄວາມຫວັງວ່າຈະຜົນກະທົບທີ່ຕັ້ງໜ້າໃຫ້ແກ່ທັງອາຍຸການ.

ຊັ​ກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຂັບເຄື່ອນ​​ປະ​ເທດ​ຊາດ
09/11/2021

APEC ສ້າງ​ພື້ນ​ຖານ​ໃໝ່​ແກ່​ການ​ພັ​ດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປີຊີຟິກ (APEC) ຄັ້ງທີ 28 (APEC 28) ໂດຍ ນິວຊີແລນ ເປັນປະທານ ໄດ້ເລີ່ມດຳເນີນຢ່າງເປັນທາງການໃນວັນທີ 5 ພະຈິກ ຕາມຮູບການທາງໄກ, ເປີດສາກລາຍການເຄື່ອນໄຫວສັບປະດາຂັ້ນສູງຄັ້ງນີ້ແມ່ນ ກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ຂັ້ນສູງ APEC. ດ້ວຍການເຄື່ອນໄຫວສຳຄັນຫຼາຍຢ່າງທີ່ໄດ້ປະກາດ, ເຫດການສັບປະດາຂັ້ນສູງ APEC 28 ໄດ້ຮັບຄວາມເຊື່ອໝັ້ນວ່າ ຈະສ້າງພື້ນຖານການຮ່ວມມືສຳຄັນໃໝ່ໃຫ້ແກ່ການພັດທະນາຢູ່ ອາຊີ - ປາຊີຟິກ, ພາກພື້ນທີ່ເຕົ້າໂຮມຫຼາຍພື້ນຖານເສດຖະກິດແຖວໜ້າຂອງໂລກ ແລະ ປະກອບສ່ວນເຖິງ 60% GDP ແລະ ກວມເອົາເກືອບ 50% ການຄ້າທົ່ວໂລກ.

APEC ສ້າງ​ພື້ນ​ຖານ​ໃໝ່​ແກ່​ການ​ພັ​ດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
08/11/2021

ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປີດແງ່ຫວັງຮ່ວມມືໃໝ່ຫຼາຍຢ່າງ

(VOVWORLD) -COP 26 ແມ່ນເຫດການສາກົນໃຫຍ່ທີ່ມີຄວາມສຳຄັນຍິ່ງໃນປີ 2021. ທີ່ເວທີປາໄສນີ້, ດ້ວຍຖານະເປັນປະເທດພວມພັດທະນາ, ຜູ້ນຳລັດຖະບານ ຫວຽດນາມ ໄດ້ສົ່ງສານ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.

ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປີດແງ່ຫວັງຮ່ວມມືໃໝ່ຫຼາຍຢ່າງ
05/11/2021

ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ໂດຍ​ສັນ​ຍາ EVFTA ນຳ​ມາ​ໃຫ້​ຢ່າງ​ສຸດ​ຂີດ

(VOVWORLD) - ພາຍຫຼັງທີ່ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (ສັນຍາ EVFTA) ມີຜົນສັກສິດ ແລະ ນຳເຂົ້າເຄື່ອນໄຫວເປັນເວລາ 1 ປີ, ສັນຍາ EVFTA ໄດ້ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ ໃນການພັດທະນາເສດຖະກິດລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນການເຕີບໂຕໃນການນຳເຂົ້າສົ່ງອອກສອງຝ່າຍ. ພາຍຫຼັງຜົນສຳເລັດໃນເບື້ອງຕົ້ນ, ສອງຝ່າຍພວມກ້າວເຂົ້າສູ່ໄລຍະໃໝ່ທີ່ ປະສົບກັບຄວາມຫຍຸ້ງຍາກກ່ວາອີກ, ມີສິ່ງທ້າທາຍຫຼາຍກ່ວາອີກ ພາຍໃຕ້ກຳລັງດັນທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດຢູ່ຫວຽດນາມ ແລະ ໂລກ. ສິ່ງດັ່ງກ່າວຮຽກຮ້ອງຕ້ອງມີການຫັນປ່ຽນໃໝ່ທີ່ເໝາະສົມ, ຈາກນັ້ນ ຈະສືບຕໍ່ນຳໃຊ້ບັນດາກາລະໂອກາດໂດຍ EVFTA ນຳມາໃຫ້ຢ່າງສຸດຂີດ.

ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ໂດຍ​ສັນ​ຍາ EVFTA ນຳ​ມາ​ໃຫ້​ຢ່າງ​ສຸດ​ຂີດ
04/11/2021

ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ໃນບົດກ່າວປາໄສ ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ພວມດຳເນີນຢູ່ ລາຊະອານາຈັກ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢືນຢັນ: ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມ ເພື່ອທັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທັງພັດທະນາເສດຖະກິດເພື່ອບືນຕົວຂຶ້ນ. ສິ່ງນີ້ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດ ພວມຖືກຜົນກະທົບຢ່າງຫນັກຫນ່ວງຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ນັບມື້ນັບດີກວ່າ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບພ້ອມກັບປະຊາຄົມສາກົນ ໃນເປົ້າໝາຍພັດທະນາເພື່ອສິດທິມະນຸດ.

ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
03/11/2021

ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ

(VOVWORLD) - ວັນທີ 3 ພະຈິກ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ບຸນກາຣີ, ເກຼັກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ມີບາງການເຄື່ອນໄຫວສອງຝ່າຍ ຢູ່ ປອກຕູການ. ການໄປປະຕິບັດຢູ່ ເອີລົບ ແຕ່ວັນທີ 25 ຕຸລາ ຫາວັນທີ 2 ພະຈິກ ຂອງທ່ານນາງຮອງປະທານປະເທດ ແມ່ນມີຄວາມໝາຍສຳຄັນ ນັບທັງຫລາຍຝ່າຍ ແລະ ສອງຝ່າຍ.

ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ
02/11/2021

ກອງ​ປະ​ຊຸມ​ COP26: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ

(VOVWORLD) -ໂດຍຖືກຈັດຂຶ້ນພາຍຫຼັງໄດ້ຮັບການຫ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ, ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ປີ 2021 (COP26) ໂດຍມີການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳລັດຖະບານກວ່າ 120 ທ່ານ, ໄດ້ຕັ້ງຄວາມຫວັງວ່າ ຈະບັນລຸໄດ້ບາດກ້າວເດີນສຳຄັນໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍທີ່ວາງອອກສຳລັບການນຳທີ່ເຂົ້າຮ່ວມກອງປະຊຸມກໍໃຫຍ່ຫຼວງທີ່ສຸດ, ເພາະວ່າ ທາງເລືອກຂອງໂລກກໍບໍ່ຫຼາຍເມື່ອຢືນຢູ່ຕໍ່ໜ້າສະພາບການປ່ຽນແປງຂອງດິນຟ້າອາກາດພວມສັບສົນເປັນໜ້າກັງວົນຄືໃນປັດຈຸບັນ.

ກອງ​ປະ​ຊຸມ​ COP26: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ
01/11/2021

ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ

(VOVWORLD) -ໂດຍແມ່ນປະເທດພວມພັດທະນາ ພຽງຢູ່ໃນໄລຍະເລີ່ມຫັນເປັນອຸດສາຫະກຳເປັນເວລາ 3 ທົດສະວັດຜ່ານມາ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການກະທຳລວມທົ່ວໂລກ.

ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ
29/10/2021

ສືບຕໍ່ຢັ້ງຢືນພາບພົດ ແລະ ບົດບາດຂອງຫວຽດນາມ ໃນອາຊຽນ

(VOVWORLD) -ບັນດາບັນຫາພວມໄດ້ວາງອອກໃຫ້ແກ່ອາຊຽນ ຄືການຮ່ວມມືເພື່ອຕ້ານ ແລະ ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູແບບຍືນຍົງ, ພັດທະນາເສດຖະກິດສັງຄົມໃນເງື່ອນໄຂປົກກະຕິໃໝ່ ແມ່ນເນື້ອໃນຕົ້ນຕໍຂອງໂຄງການດຳເນີນງານ.

ສືບຕໍ່ຢັ້ງຢືນພາບພົດ ແລະ ບົດບາດຂອງຫວຽດນາມ ໃນອາຊຽນ