ສະຖານະການ ການເມືອງ

14/10/2021

ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ

(VOVWORLD) - ພັກ ແລະ ລັດຫວຽດນາມ ກຳນົດ ວຽກງານຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ມີຄວາມສະເຫມີຕົ້ນສະເຫມີປາຍ, ລຸລ່ວງໃນວິວັດການປະຕິບັດກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາປະເທດຊາດ. ນີ້ແມ່ນການກຳນົດທິດສັງຄົມນິຍົມທີ່ສຳຄັນຂອງ ສັງຄົມຫວຽດນາມ ພາຍໃຕ້ການນຳພາຂອງພັກ, ເພື່ອແນໃສ່ຮັບປະກັນສິດທິມະນຸດ, ເປັນຕົ້ນແມ່ນສິດໄດ້ຮັບປະກັນຊີວິດສັງຄົມຂອງປະຊາຊົນຕາມການກຳນົດໃນມາດຕາ 34 ຂອງລັດຖະທຳມະນູນ ສສ ຫວຽດນາມ ປີ 2013.

ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ
13/10/2021

ເພີ່ມທະວີມາດຕະການຟື້ນຟູການຜະລິດ, ພັດທະນາເສດຖະກິດ

(VOVWORLD) - ຫວຽດນາມ ພວມຮັບຮູ້ສັນຍານທີ່ຕັ້ງໜ້າໃນການຫຼຸດຜ່ອນການແຜ່ລະບາດຈາກການເກີດໂລກລະບາດໂຄວິດ - 19 ຮອບທີ 4. ນີ້ແມ່ນຈຸດເວລາ ທີ່ຫວຽດນາມ ອາດຈະເລີ່ມຟື້ນຟູການຜະລິດ, ພັດທະນາເສດຖະກິດໂດຍໄວ. ເອກະສານຊີ້ນຳຫຼາຍສະບັບທີ່ ການນຳທຸກຂັ້ນຍົກອອກມາໃນຊຸມວັນທີ່ຜ່ານມາມີລັກສະນະກຳນົດທິດ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ສູງສຸດຂອງຫວຽດນາມ ໃນການຟື້ນຟູທ່າເຕີບໂຕ.

ເພີ່ມທະວີມາດຕະການຟື້ນຟູການຜະລິດ, ພັດທະນາເສດຖະກິດ
12/10/2021

ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ກຳ​ລັງ​ກົດ​ດັນ​ຕໍ່ ຕາ​ລີ​ບານ

(VOVWORLD) - ທ້າຍອາທິດຜ່ານມາ, ອຳນາດການປົກຄອງ ອາເມລິກາ ໄດ້ດຳເນີນການເຈລະຈາໂດຍກົງຄັ້ງທຳອິດ ກັບ ຕາລີບານ ເຊິ່ງເປັນກຳລັງທີ່ພວມກຳອຳນາດຢູ່ ອາບການິດສະຖານ ນັບແຕ່ກາງເດືອນ ສິງຫາ ປີ 2021. ການເຈລະຈາ ຖືກຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕາ, ໂດຍໄດ້ຮັບຖືວ່າ ແມ່ນການກະທຳຫຼ້າສຸດ ແລະ ໜ້າສົນໃຈທີ່ສຸດຂອງປະຊາຄົມສາກົນ ໃນຄວາມມານະພະຍາຍາມຮັກສາກຳລັງດັນ ບັງຄັບ ຕາລີບານ ຕ້ອງປະຕິບັດຕາມຄຳໝັ້ນສັນຍາ ລົບລ້າງການໃຊ້ຄວາມຮຸນແຮງ, ຊຸກຍູ້ການໄກ່ເກ່ຍ ແລະ ປະຕິບັດສິດທິມະນຸດ.

ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ກຳ​ລັງ​ກົດ​ດັນ​ຕໍ່ ຕາ​ລີ​ບານ
11/10/2021

ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກ່ຽວກັບວຽກງານກໍ່ສ້າງພັກ

(VOVWORLD) -ຈຸດໃໝ່ໃນຄັ້ງນີ້ແມ່ນ ສູນກາງພັກໄດ້ເປີດກວ້າງຂອບເຂດ, ບໍ່ພຽງແຕ່ກໍ່ສ້າງ, ປັບປຸງຢູ່ພາຍໃນພັກເທົ່ານັ້ນ ຫາກຍັງໃນລະບົບການເມືອງອີກດ້ວຍ.

ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກ່ຽວກັບວຽກງານກໍ່ສ້າງພັກ
08/10/2021

ເພີ່ມ​ທະ​ວີ​ມາດ​ຕະ​ການ, ເປີດ​ກ້​ວາງ​ຂອບ​ເຂດ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ

(VOVWORLD) - ວັນທີ 7 ຕຸລາປີ 2021, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ມື້ເຄິ່ງຢູ່ຮ່າໂນ້ຍ. ໃນວາລະອັດກອງປະຊຸມ, ທ່ານເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: ທີ່ກອງປະຊຸມຄັ້ງນີ້ ສູນກາງໄດ້ເປີດກ້ວາງຂອບເຂດການກໍ່ສ້າງ, ປັບປຸງພັກ, ສ້າງລະບົບການເມືອງ, ຖືກຕ້ອງຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກໄດ້ວາງອອກ ເພື່ອແນໃສ່ເດັດດຽວຕໍ່ສູ້ກວາດລ້າງລັດທິສ່ວນຕົວໃນທົ່ວພັກໃຫ້ໝົດກ້ຽງ. ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງຮອບດ້ານ.

ເພີ່ມ​ທະ​ວີ​ມາດ​ຕະ​ການ, ເປີດ​ກ້​ວາງ​ຂອບ​ເຂດ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ
07/10/2021

ສານຢ່າງແຮງກ່ຽວກັບວິວັດການຟື້ນຕົວ ແລະ ພັດທະນາເສດຖະກິດ

(VOVWORLD) - ສະພາບການເສດຖະກິດ ສັງຄົມ ປີ 2021-2022 ແມ່ນຫນຶ່ງໃນສອງໝວດບັນຫາໃຫຍ່, ສຳຄັນ ຊື່ງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ພວມຄົ້ນຄ້ວາປຶກສາຫາລື. ໃນບົດກ່າວປາໄສໄຂກອງປະຊຸມຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ໃຫ້ເຫັນ ສານຢ່າງແຮງຂອງພັກ ແລະ ລັດຫວຽດນາມ ແມ່ນສືບຕໍ່ວາງເປົ້າໝາຍຮັບປະກັນຄວາມປອດໄພຕໍ່ໂລກລະບາດໂຄວິດ -19, ຮັບປະກັນຊີວິດການເປັນຢູ່, ຮັກສາສຸຂະພາບຂອງປະຊາຊົນ; ຄຽງຄູ່ກັນນັ້ນແມ່ນການຟື້ນຕົວ ແລະ ພັດທະນາເສດຖະກິດໃນຊຸມເດືອນຍັງເຫລືອຂອງປີ 2021 ແລະ ແຜນການປີ 2022. ບັນດາທັດສະນະ, ແຜນນະໂຍບາຍນີ້ໄດ້ຮັບການຕີລາຄາສູງຈາກຫາງສຽງພາຍໃນປະເທດ.

ສານຢ່າງແຮງກ່ຽວກັບວິວັດການຟື້ນຕົວ ແລະ ພັດທະນາເສດຖະກິດ
06/10/2021

ຮັບ​ມື​ຢ່າງ​ປອດ​ໄພ, ກຽມ​ພ້ອ​ມ​​ເປີດ​ປະ​ຕູ ແລະ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​​ເສດ​ຖະ​ກິດ

(VOVWORLD) -ບົນພື້ນຖານການຜັນແປຕົວຈິງ ແລະ ບົດຮຽນປະສົບການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງຢູ່ພາຍໃນປະເທດ ແລະ ໃນໂລກ, ຫວຽດນາມ ໄດ້ດັດປັບ ແລະ ພວມຕັ້ງໜ້າຜັນຂະຫຍາຍຍຸດທະສາດໃໝ່ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ຫັນເປົ້າໝາຍ “ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19” (Zero Covid) ໄປສູ່ເປົ້າໝາຍ ປັບຕົວໃຫ້ແທດເໝາະ ແລະ ດຳລົງຊີວິດຢູ່ຮ່ວມກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ສ້າງເງື່ອນໄຂໃຫ້ແກ່ການເປີດປະຕູ ແລະ ຟື້ນຟູການເຄື່ອນໄຫວດ້ານເສດຖະກິດເທື່ອລະກ້າວ.

ຮັບ​ມື​ຢ່າງ​ປອດ​ໄພ, ກຽມ​ພ້ອ​ມ​​ເປີດ​ປະ​ຕູ ແລະ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​​ເສດ​ຖະ​ກິດ
05/10/2021

ສືບ​ຕໍ່​ຍູ້​ແຮງ​ການ​ກໍ່​ສ້າງ, ປັບ​ປຸງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດການ​ນຳພາ​ຂອງ ພັກ

(VOVWORLD) -ວັນທີ 4 ຕຸລາ 2021 ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍ ສືບຕໍ່ກໍ່ສ້າງ, ປັບປຸງພັກ. ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ໃຫ້ຖອຍໄປ, ຍົກສູງກຳລັງຄວາມສາມາດການນຳພາ, ກຳລັງຕໍ່ສູ້, ສ້າງຂີດໝາຍໃໝ່ໃນເສັ້ນທາງແຫ່ງການພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.

ສືບ​ຕໍ່​ຍູ້​ແຮງ​ການ​ກໍ່​ສ້າງ, ປັບ​ປຸງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດການ​ນຳພາ​ຂອງ ພັກ
04/10/2021

ຂີດໝາຍໃນວິວັດແຫ່ງການກໍ່ສ້າງ, ປັບປຸງພັກ

(VOVWORLD) -ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມແມ່ນສະຫຼຸບ, ຕີລາຄາ 5 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ

ຂີດໝາຍໃນວິວັດແຫ່ງການກໍ່ສ້າງ, ປັບປຸງພັກ
01/10/2021

ອີ​ຢູ-ອາ​ເມ​ລິ​ກາ ສືບ​ຕໍ່​ຟື້ນ​ຟູ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດອັດ​ລັງ​ຕິກ

(VOVWORLD) - ແຕ່ວັນທີ 26 ກັນຍາຫາວັນທີ 1 ຕຸລາ, ທ່ານ Valdis Dombrovskis ກຳມະການການຄ້າສະຫະພາບເອີລົບ (EU) ໄດ້ໄປຢ້ຽມຢາມປະເທດອາເມລິກາ. ການຢ້ຽມຢາມເພື່ອຫັນບັນດາຂໍ້ຕົກລົງຂັ້ນສູງ ຊື່ງການນຳສອງຝ່າຍບັນລຸໄດ້ ພາຍຫຼັງກອງປະຊຸມຍຸດຍອດອາເມລິກາ-ອີຢູ ເມື່ອເດືອນມິຖຸນາປີ 2021 ນີ້ເປັນລະອຽດ. ນີ້ກໍ່ແມ່ນບາດກ້າວທະລຸລ່ວງທີ່ສຳຄັນ ເພື່ອໃຫ້ສອງຝ່າຍສາມາດກ້າວໄປເຖິງການເຊັນຂໍ້ຕົກລົງການຄ້າສະບັບໜຶ່ງໃນເດືອນພະຈິກຈະມາເຖິງ, ພ້ອມທັງສະແດງໃຫ້ເຫັນເຈດຕະນາດີ ໃນການສືບຕໍ່ຟື້ນຟູການພົວພັນຂ້າມມະຫາສະໝຸດອັດລັງຕິກ ລະຫວ່າງ 2 ປະເທດສຳພັນທະມິດຍຸດທະສາດ.

ອີ​ຢູ-ອາ​ເມ​ລິ​ກາ ສືບ​ຕໍ່​ຟື້ນ​ຟູ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດອັດ​ລັງ​ຕິກ