ຫວຽດນາມ ມີກຳລັງແຮງພາຍໃນຢ່າງພຽງພໍເພື່ອຮັກສາເສດຖະກິດເປັນປົກກະຕິແລະພັດທະນາກະໂດດຂັ້ນພາຍຫລັງໂລກລະບາດ.
(VOVWORLD) -ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ-19 ຮອບທີ 4 ທີ່ມີລະດັບສັບສົນກໍ່ຜົນຮ້າຍຮ້າຍແຮງກວ່າເມື່ອທຽບໃສ່ໂລກລະບາດ 3 ຮອບກ່ອນນັ້ນ. ການຊີ້ນຳຢ່າງຂ້ຽວຂາດຂອງພັກ, ລັດຖະບານ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ດ້ວຍທິດນຳ “ອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ”, ໄດ້ທະວີຄູນຄວາມເຊື່ອໝັ້ນ, ສ້າງກຳລັງແຮງຢ່າງຄົບຊຸດ, ປັບໃຫ້ແທດເໝາະກັບສະພາບການ ແລະ ເຮັດໃຫ້ຜົນຮ້າຍຂອງໂລກລະບາດຄ່ອຍໆຫລຸດລົງ, ນຳການພັດທະນາເສດຖະກິດ ສັງຄົມຂອງຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ.










