ສະຖານະການ ການເມືອງ

25/11/2021

ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ໃນຊຸມປີຜ່ານມາ, ເລື່ອງສ້າງພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາແບບຍືນຍົງຂອງປະເທດຊາດ ຍາມໃດກໍ່ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຫວຽດນາມ. ປີ 2021 ໄດ້ສ້າງຂີດໝາຍສຳຄັນໃນການພັດທະນາຂອງປະເທດຊາດ ເມື່ອກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດບັນດາການກຳນົດທິດໃຫຍ່ໃຫ້ແກ່ຊຸມປີຈະມາເຖິງ, ໃນນັ້ນ ບົດບາດຂອງວັດທະນະທຳໄດ້ເນັ້ນຫນັກເປັນພິເສດ. ໃນວິວັດການນັ້ນ, ກອງປະຊຸມວັດທະນະທຳທົ່ວປະເທດທີ່ໄຂຂຶ້ນໃນວັນທີ 24 ພະຈິກ ປີ 2021 ແມ່ນບາດກ້າວຜັນຂະຫຍາຍທິດທາງ, ຫນ້າທີ່ຈຸດສຸມຂອງວຽກງານວັດທະນະທຳໃນໄລຍະ 2021-2025 ໃຫ້ເປັນລະອຽດ.

ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ
24/11/2021

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນ ສະວິດ Guy Parmelin ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນສະວິດ ແລະ ສະຫະພັນ ລັດເຊຍໃນລະຫວ່າງວັນທີ 25 ພະຈິກ ຫາວັນທີ 2 ທັນວາ 2021. ການຢ້ຽມຢາມແມ່ນເຫດການສຳຄັນ ເພື່ອແນໃສ່ປັບປຸງການພົວພັນສອງຝ່າຍ, ສ້າງພື້ນຖານໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບ ສະວິດ ແລະ ລັດເຊຍ.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​
23/11/2021

ການເດີນທາງໄປຢ້ຽມຢາມໄດ້ເປີດສາກໃຫ້ແກ່ການພັດທະນາໃໝ່, ຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ບົນພື້ນຖານການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, ຫວຽດນາມ ຢືນຢັນຈະພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ຢ່າງແທດຈິງ, ມີປະສິດທິຜົນກວ່າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ.

ການເດີນທາງໄປຢ້ຽມຢາມໄດ້ເປີດສາກໃຫ້ແກ່ການພັດທະນາໃໝ່, ຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ
22/11/2021

ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ຈີນ

(VOVWORLD) -ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ ນຳການພົວພັນ ອາຊຽນ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ

ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ຈີນ
19/11/2021

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ: ປະ​ກອບ​ສ່ວນ​ສ້າງບາດ​ກ້າວ​ຜັນ​ປ່ຽນ​ຢ່າງ​ແທດ​ຈິງ

(VOVWORLD) - ໃນຍຸດທະສາດແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດເຫຼົ່ານັ້ນ, ສະຖານະການຢູ່ທະເລຕາເວັນອອກມີການຜັນແປຫຼາຍຢ່າງ ແລະ ບັນດາປະເທດຢູ່ແຄມທະເລຕາເວັນອອກກໍຖືກຜົນກະທົບໂດຍກົງຈາກການຜັນແປນີ້.

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ: ປະ​ກອບ​ສ່ວນ​ສ້າງບາດ​ກ້າວ​ຜັນ​ປ່ຽນ​ຢ່າງ​ແທດ​ຈິງ
18/11/2021

ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ

(VOVWORLD) -ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນຢູ່ເຂດຊຸມຊົນແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນຄວາມມານະພະຍາຍາມສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນສະພາບການປັດຈຸບັນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ສ້າງກຳລັງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ
17/11/2021

ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ຂອງ ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ພາຍຫຼັງສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV, ໃນຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະ ເດືອນ ພະຈິກ 2021, ໂດຍຮຽກຮ້ອງໃຫ້ຕ້ອງປະຕິບັດສຳເລັດຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໂດຍໄວ. ນີ້ແມ່ນໜ້າທີ່ຈຸດສຸມ ຂອງ ລັດຖະບານ ໃນ 2 ເດືອນທ້າຍປີ 2021 ເພື່ອໃຫ້ ຫວຽດນາມ ສາມາດຟື້ນຟູ ແລະ ພັດທະນາເສດຖະກິດ ໂດຍໄວ.

ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ຂອງ ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ
16/11/2021

ແງ່ຫວັງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຈາກ​ກອງ​ປະ​ຊຸມ​ສຸດຍອດ​ແບບ​ທາ​ງ​ໄກ

(VOVWORLD) - ຕອນເຊົ້າວັນທີ 16 ພະຈິກ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ດຳເນີນກອງປະຊຸມສຸດຍອດແບບທາງໄກ. ໂດຍດຳເນີນໃນສະພາບການພົວພັນລະຫວ່າງ ອາເມລິກາ - ຈີນ ພວມມີການສູ້ຢັນກັນຢ່າງຮຸນແຮງໃນຫຼາຍບັນຫາ, ກອງປະຊຸມຄັ້ງນີ້ໄດ້ຮັບຖືວ່າ ຍາກທີ່ຈະສາມາດບັນລຸໄດ້ບາດກ້າວບຸກທະລຸ, ແຕ່ກໍແມ່ນບາດກ້າວເດີນທີ່ຈຳເປັນ ເພື່ອສ້າງຄວາມສະຖຽນລະພາບຢູ່ແຕ່ລະປະເທດ ແລະ ສະພາບແວດລ້ອມພັດທະນາລວມ.

ແງ່ຫວັງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຈາກ​ກອງ​ປະ​ຊຸມ​ສຸດຍອດ​ແບບ​ທາ​ງ​ໄກ
15/11/2021

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ຮັບເອົາກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາ

(VOVWORLD) -ໃນສະໄໝປະຊຸມຄັ້ງນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະນະໂຍບາຍສຳຄັນຫຼາຍຢ່າງ, ສ້າງກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສ້າງສັງຄົມ ຫວຽດນາມ ໃຫ້ມີສະຖຽນລະພາບ.

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ຮັບເອົາກຳລັງໜູນຕື່ມອີກເພື່ອຟື້ນຟູ ແລະ ພັດທະນາ
12/11/2021

ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

(VOVWORLD) - ກອງປະຊຸມສຸດຍອດການດຳເນີນທຸລະກິດ APEC (APEC CEO Summit)- ໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ດຳເນີນໃນລະຫວ່າງວັນທີ 11-12 ພະຈິກ. ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ, ແຂກຖືກເຊີນກິຕິມະສັກຂອງກອງປະຊຸມປີນີ້ ໄດ້ມີຂໍ້ສະເໜີອັນລະອຽດທີ່ກອງປະຊຸມ, ຜ່ານນັ້ນ, ສືບຕໍ່ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ຈະຮ່ວມເດີນທາງ ພ້ອມກັບບັນດາພື້ນຖານເສດຖະກິດ APEC ແລະ ປຊຊ ຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ, ເພື່ອພາກພື້ນອາຊີ ແຫ່ງສັນຕິພາບ, ພັດທະນາແບບຍືນຍົງ ແລະ ນຳເອົາວັດທະນາຖາວອນມາໃຫ້ ປຊຊ ທຸກຄົນ.

ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ