ບັນດາລະດູບານໃໝ່ທີ່ມີພັກນຳພາ
(VOVWORLD) - ເມື່ອລະດູບານໃໝ່ວຽນມາ, ໃນທ່າມກາງບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ, ປະຊາຊົນ ຫວຽດນາມ ກໍມີຄວາມປິຕິຍິນດີຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ລະດູບານໃໝ່ປີຂານ 2022 ແມ່ນລະດູບານໃໝ່ທີ 92 ຂອງພັກ. ພັກນຳພາປະຊາຊົນລຸກຮື້ຂຶ້ນຕ້ານສັດຕູຜູ້ຮຸກຮານຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳເອົາຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ທົ່ວປວງຊົນ.










