ຫວຽດນາມ ເອົາໃຈໃສ່, ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ ຕ້ານໄພການຄ້າມະນຸດ
(VOVWORLD) - ເຫດການທີ່ເຈັບປວດຂອງຊາວ ຫວຽດນາມ 39 ຄົນຖືກເສຍຊີວິດໃນລົດຕູ້ຄອນເທນເນີ ຈາກ ແບນຊິກ ໄປຍັງ ອັງກິດ ເມື່ອເດືອນຕຸລາ ປີ 2019 ໄດ້ເຮັດໃຫ້ເກີດການສືບສວນຄະດີຂ້າມະນຸດໃຫຍ່ສຸດໃນປະຫວັດສາດຂອງອົງການຕຳຫລວດ Essex ຢູ່ ອັງກິດ. ໃນສະພາບການບັນດາຂະບວນການຄ້າມະນຸດ, ສົ່ງຄົນໄປຍັງບັນດາປະເທດ ເອີລົບ ຢ່າງຜິດກົດໝາຍ ຍັງມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ ແລະ ພວມເອົາໃຈໃສ່ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ ແລະ ຕ້ານການຄ້າມະນຸດໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ ກວ້າງຂວາງ.










