ໝູນໃຊ້ແນວຄິດໂຮ່ຈີມິນ ເພື່ອສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ
(VOVWORLD) -ກົງກັບໂອກາດໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະຫລຸບ 5 ປີແຫ່ງການປະຕິບັດ ມະຕິເລກ 05 /ສູນກາງ ລົງວັນທີ 15 ມິຖຸນາ ປີ 2016 ຂອງກົມການເມືອງ ກ່ຽວກັບ “ເລື່ອງຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດຄຸນສົມບັດປະທານໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ ມີບົດຂຽນດ້ວຍຫົວຂໍ້ວ່າ: “ໝູນໃຊ້ແນວຄິດໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດ, ປະກອບສ່ວນສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ”. ໃນບົດຂຽນ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ ໄດ້ເນັ້ນຫນັກ ການກຳນົດທິດກ່ຽວກັບການເຄື່ອນໄຫວນິຕິບັນຍັດໃນວິວັດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ.










