ກົດໝາຍວ່າດ້ວຍການຢູ່ອາໄສປີ 2020 ຮັບປະກັນສິດເສລີໃນການຢູ່ອາໄສຂອງພົນລະເມືອງ
(VOVWORLD) -ສິດເສລີໃນການຢູ່ອາໄສ ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນຂອງ ລັດຫວຽດນາມ ສະບັບຕ່າງໆ ແລະ ໄດ້ເອົາເຂົ້າໃນເອກະສານນິຕິກຳ ວ່າດ້ວຍການຢູ່ອາໄສ ດ້ວຍບັນດາການກຳນົດລະອຽດກ່ຽວກັບເງື່ອນໄຂ, ລະບຽບການຈົດທະບຽນການຢູ່ອາໄສ… ກົດໝາຍວ່າດ້ວຍການຢູ່ອາໄສ (ສະບັບປັບປຸງ) ໂດຍສະພາແຫ່ງຊາດຫວຽດນາມ ຮັບຮອງເອົາໃນວັນທີ 13 ພະຈິກ ປີ 2020 ແລະ ຫາກໍ່ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດປີ 2021 ເປັນຕົ້ນໄປ ອັນໄດ້ສ້າງບາດກ້າວຫັນປ່ຽນໃຫຍ່ໃນການຍົກສູງຄວາມສະດວກ, ຫັນລະບຽບການບໍລິຫານເປັນງ່າຍດ່າຍໃຫ້ແກ່ປະຊາຊົນ ພິເສດ ແມ່ນການສຳຜັດອັນສອດຄ່ອງກັບວິວັດການຫັນເປັນດີຈີຕອນ, ປະຕິຮູບລະບຽບການບໍລິຫານ, ຮັບປະກັນສິດເສລີໃນການຢູ່ອາໄສ ຊື່ງແມ່ນຫນຶ່ງໃນບັນດາສິດທິພື້ນຖານຂອງພົນລະເມືອງ.










