ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ປັດໄຈສໍາຄັນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ
(VOVWORLD) - ໃນຊຸມວັນນີ້, ຫວຽດນາມ ແລະ ອາເມລິກາ ກໍາລັງສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດເປັນປົກກະຕິ. ເລື່ອງສ້າງການພົວພັນເປັນປົກກະຕິນັ້ນ ໄດ້ເປີດກາລະໂອກາດໃໝ່ຫຼາຍຢ່າງ ເພື່ອໃຫ້ປະຊາຊົນສອງປະເທດສາມາດເຂົ້າໃຈກັນຫຼາຍກວ່າ, ຫຍັບມໍ່ເຂົ້າກັນກວ່າ ຈາກນັ້ນ ຊ່ວຍສ້າງຄວາມສະໜິດຕິດພັນໃນການພົວພັນສອງຝ່າຍ.










