ການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢ່າງສໍາເລັດຜົນ ເຮັດໃຫ້ອິດທິພົນຊື່ສຽງຂອງຫວຽດນາມຖືກຍົກສູງຂຶ້ນ
(VOVWORLD) - ຄໍາວ່າ “ຫວຽດນາມ” ອີກຄັ້ງໜຶ່ງໄດ້ເຕື້ອງເຖິງໃນສື່ມວນຊົນຂອງພາກພື້ນ ແລະ ໃນໂລກ ໃນຊຸມວັນຜ່ານມາ ພາຍຫຼັງການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 36 ໄດ້ຢ່າງສໍາເລັດຜົນ ໃນສະພາບການໂລກລະບາດໂຄວິດ ຍັງສືບຕໍ່ມີການຜັນແປຢ່າງສັບສົນໃນໂລກ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການປະສານສົມທົບຢ່າງມີໄຫວພິບ ແລະ ຄວາມເປັນເຈົ້າການຂອງປະເທດເຈົ້າພາບ ຫວຽດນາມ ໃນການສະເໜີ, ປຶກສາຫາລືຫຼາຍນະໂຍບາຍຊີ້ຂາດສໍາຄັນ ທີ່ກ່ຽວຂ້ອງເຖິງທິດທາງການຮ່ວມມື, ພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ. ໝາກຜົນດັ່ງກ່າວ ບໍ່ພຽງແຕ່ພິສູດໃຫ້ເຫັນຄວາມສາມັກຄີຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນສໍາຄັນເຂົ້າໃນການຍົກສູງອິດທິພົນຊື່ສຽງຂອງຫວຽດນາມໃນລະດັບພາກພື້ນ ແລະ ໃນໂລກອີກດ້ວຍ.










