ສະຖານະການ ການເມືອງ

04/05/2020

ທີ່​ຕັ້ງ​ບົດບາດ​ໃໝ່​ໃຫ້​ແກ່​​ໄລຍະພັດທະນາ​ໃໝ່

(VOVWORLD) - ຫວຽດນາມ ພວມຫັນໄປສູ່ສະພາບການໃໝ່ທີ່ເປັນປົກກະຕິເທື່ອລະກ້າວ. ນັ້ນແມ່ນ ຫຼຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມເທື່ອລະກ້າວ, ຊອກຫາວິທີດໍາລົງຊີວິດຢ່າງປອດໄພກັບໂລກລະບາດ ແລະ ຟື້ນຟູການຜະລິດ, ດໍາເນີນທຸລະກິດ, ການບໍລິການຄືນໃໝ່, ຮັບປະກັນການພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ຈີນຕະນາການໃໝ່ກ່ຽວກັບການດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ຄ່ອຍໆໄດ້ສ້າງຂຶ້ນ ແລະ ຮຽກຮ້ອງກໍາລັງຄວາມສາມາດຮັບມືໃໝ່ຂອງທັງລະລົບຄຸ້ມຄອງ, ປະຊາຄົມວິສາຫະກິດ ກໍຄືປະຊາຊົນແຕ່ລະຄົນ.

ທີ່​ຕັ້ງ​ບົດບາດ​ໃໝ່​ໃຫ້​ແກ່​​ໄລຍະພັດທະນາ​ໃໝ່
01/05/2020

ກຳ​ມະ​ກອນ​ຜູ້​ອອກແຮງ​ງານ​ຫວຽດ​ນາມ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ ແລະ​ ເປັນ​ເຈົ້າ​ການ​​ປັບ​ຕົວ​ເພື່ອ ​ເຊື່ອມ​​ໂຍງຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ວິວັດການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ ພວມວາງອອກສິ່ງທ້າທາຍຫຼາຍປະການສຳລັບກຳລັງແຮງງານ ຊື່ງກຳລັງຫຼັກແຫຼ່ງແມ່ນຖັນແຖວກຳມະກອນຫວຽດນາມ. ໃນນັ້ນ, ບັນຫາແມ່ນເຮັດແນວໃດເພື່ອໃຫ້ກຳລັງກຳມະກອນ, ຜູ້ອອກແຮງງານ ສາມາດນຳທັນ ແລະ ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງການປະຕິວັດອຸດສາຫະກຳ 4.0 ກໍ່ຄືບັນດາມາດຕະຖານທີ່ເຄັ່ງຄັດ ຂອງບັນດາສັນຍາການຄ້າເສລີລຸ້ນໃໝ່ ແມ່ນບັນຫາທີ່ໃຫ່ຍ, ຮຽກຮ້ອງໃຫ້ມີບັນດາການປ່ຽນແປງໂດຍພື້ນຖານທັງດ້ານແນວຄວາມຄິດ ແລະ ການກະທຳຕົວຈິງ.

ກຳ​ມະ​ກອນ​ຜູ້​ອອກແຮງ​ງານ​ຫວຽດ​ນາມ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ  ແລະ​ ເປັນ​ເຈົ້າ​ການ​​ປັບ​ຕົວ​ເພື່ອ ​ເຊື່ອມ​​ໂຍງຢ່າງ​ມີ​ປະ​ສິດ​ທິ​ຜົນ
01/05/2020

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ.

(VOVWORLD) - ວັນທີ 30 ເມສາ ທົ່ວປວງຊົນທັງຊາດຫວຽດນາມ ມີຄວາມເບີກບານມ່ວນຊື່ນສະເຫຼີມສະຫຼອງ 45 ປີ ແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020). ເຫດການປະຫວັດສາດກ່ອນນີ້ 45 ປີ ໄດ້ເປີດໜ້າປະຫວັດສາດໃໝ່ໃນປະຫວັດສາດຂອງຊາດຫວຽດນາມ. ນັບແຕ່ນັ້ນມາ, ແມ່ນໍ້າລຳເຊ, ພູຜາປ່າດົງໄດ້ ໂຮມເຂົ້າກັນເປັນໜຶ່ງດຽວ, ປະຊາຊົນຫວຽດນາມສາມັກຄີກັນເປັນຈິດໜຶ່ງໃຈດຽວ ພ້ອມກັນສ້າງສາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າເກົ່າ.

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ.
29/04/2020

ຫາງສຽງສາກົນກ່າວປະນາມວິທີການປະພຶດຂອງ ຈີນ ຢູ່ທະເລຕາເວັນອອກ

(VOVWORLD) - ເລື່ອງກະຊວງບໍລິຫານ ແລະ ຄຸ້ມຄອງປະຊາຊົນ ຈີນ ປະກາດອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ”, ຂຶ້ນກັບນະຄອນ ຕາມຊາ ເພື່ອຄຸ້ມຄອງບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກນັ້ນ ຖືກຫາງສຽງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຄັດຄ້ານຢ່າງຮຸນແຮງທີ່ສຸດ ພ້ອມທັງ ເຮັດໃຫ້ວົງການນັກຄົ້ນຄວ້າມີຄວາມວິຕົກກັງວົນກ່ຽວກັບບັນດາບາດກ້າວເດີນຕໍ່ໄປຂອງ ຈີນ ຢູ່ທະເລຕາເວັນອອກ.

ຫາງສຽງສາກົນກ່າວປະນາມວິທີການປະພຶດຂອງ ຈີນ ຢູ່ທະເລຕາເວັນອອກ
28/04/2020

ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ

(VOVWORLD) -ຫວຽດນາມໄດ້ແລະພວມໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີວິທີສຳຜັດແລະຄວບຄຸມໂລກລະບາດໂຄວິດ-19 ບັນລຸຜົນສຳເລັດມາຮອດຈຸດເວລານີ້

ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ
27/04/2020

ວຽກງານ​ບຸກຄະລາກ​ອນ ມີ​ຄວາມ​ສໍາຄັນ​ເປັນ​ພິ​ເສດ

(VOVWORLD) -ໃນບົດຂຽນທີ່ໄດ້ລົງໃນບັນດາອົງການສື່ມວນຊົນເມື່ອວັນທີ 26 ເມສາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງກະກຽມບຸກຄະລາກອນແມ່ນມີຄວາມໝາຍສໍາຄັນ ຮັບປະກັນຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໄດ້ຊີ້ແຈ້ງບັນດາບັນຫາຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານກະກຽມບຸກຄະລາກອນຄັ້ງນີ້.

ວຽກງານ​ບຸກຄະລາກ​ອນ ມີ​ຄວາມ​ສໍາຄັນ​ເປັນ​ພິ​ເສດ
24/04/2020

ສາ​ມັກ​ຄີ ແລະ ຮ່ວມ​ມື: ລູກ​ກຸນ​ແຈ​ເພື່ອ​ແກ້​ໄຂວິ​ກິດ​ການ​ທົ່ວ​ໂລກ

(VOVWORLD) -ຕາມວົງການນັກໄຈ້ແຍກແລ້ວ, ການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ຂອງໂລກລະບາດໂຄວິດ-19 ພ້ອມກັບສະພາບການພົວພັນສາກົນທີ່ສັບສົນ ໄດ້ເຮັດໃຫ້ບັນດາມາດຕະການຮັບມືຝ່າຍດຽວຂອງປະເທດຕ່າງໆ ພຽງແຕ່ເສີມຂະຫຍາຍປະສິດທິຜົນທີ່ຈຳກັດເທົ່ານັ້ນ. ຍິ່ງກ່ວາເວລາໃດໝົດ, ປະຈຸບັນ, ໂລກຕ້ອງມີຄວາມສາມັກຄີ ແລະ ຮ່ວມມືກັນຢ່າງແທ້ຈິງເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ສາ​ມັກ​ຄີ ແລະ ຮ່ວມ​ມື: ລູກ​ກຸນ​ແຈ​ເພື່ອ​ແກ້​ໄຂວິ​ກິດ​ການ​ທົ່ວ​ໂລກ
23/04/2020

ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ

(VOVWORLD) - ຫວຽດນາມ ແມ່ນປະເທດຕັ້ງຢູ່ແຄມທະເລ ແລະ ມີຝັ່ງທະເລຍາວກ່ວາ 3.260 ກິໂລແມັດ ລວມມືເກາະໃຫຍ່ນ້ອຍນັບພັນແຫ່ງ ໃນນັ້ນ ມີໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ຍາມໃດກໍ່ຖືກເປົ້າໝາຍ, ຄະຕິທຳ ແລະ ຄວາມມານະພະຍາຍາມໃນການປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເປັນສຳຄັນ.

ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ
22/04/2020

ຮີບຟ້າວສ້າງໃຫ້ສຳເລັດ ຕໍ່ເລື່ອງນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

(VOVWORLD) - ຕອນບ່າຍວັນທີ 21 ເມສາ ທີ່ຮ່າໂນ້ຍ, ຄະນະປະຈຳກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມກວດສອບໃນເບື້ອງຕົ້ນກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ສັນຍາອາລັກຂາການລົງທຶນ (EVIPA).

ຮີບຟ້າວສ້າງໃຫ້ສຳເລັດ ຕໍ່ເລື່ອງນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ
21/04/2020

ຫວຽດນາມ ມີອະທິປະໄຕຢ່າງຄົບຖ້ວນ ແລະ ບໍ່ອ​າດປະຕິເສດໄດ້ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ

(VOVWORLD) -ເລື່ອງຈີນ ຫາກໍ່ໃຫ້ສັດຕະຍາບັນຂໍ້ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” ແລະ ເມືອງ “ເມືອງ ໜານຊາ” ຂຶ້ນກັບ “ນະຄອນ ຕາມຊາ”, ແຂວງ ໄຮ່ໜານ, ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮຸນແຮງ, ພິເສດແມ່ນລ່ວງລະເມີດອະທິປະໄຕ, ສິດອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຍ້ອນຫວຽດນາມ ມີອຳນາດອະທິປະໄຕບໍ່ອາດປະຕິເສດໄດ້ສຳລັບຮ່ວາງຊາ ແລະ ເຈື່ອງຊາ ທີ່ມີມາແຕ່ດົນນານໃນປະຫວັດສາດແລ້ວ.

ຫວຽດນາມ ມີອະທິປະໄຕຢ່າງຄົບຖ້ວນ ແລະ ບໍ່ອ​າດປະຕິເສດໄດ້ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ