ສະຖານະການ ການເມືອງ

29/06/2020

ການຈັດ​ຕັ້ງ​ກອງ​ປະຊ​ຸມສຸດ​ຍອດ ອາຊຽນ ຄັ້ງ​ທີ 36 ຢ່າງ​ສໍ​າ​​ເລັດ​ຜົນ ​​ເຮັດ​ໃຫ້​ອິດ​ທິພົນ​ຊື່ສຽງຂອງຫວຽດນາມ​​ຖືກ​ຍົກ​ສູງຂຶ້ນ

(VOVWORLD) - ຄໍາວ່າ “ຫວຽດນາມ” ອີກຄັ້ງໜຶ່ງໄດ້ເຕື້ອງເຖິງໃນສື່ມວນຊົນຂອງພາກພື້ນ ແລະ ໃນໂລກ ໃນຊຸມວັນຜ່ານມາ ພາຍຫຼັງການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 36 ໄດ້ຢ່າງສໍາເລັດຜົນ ໃນສະພາບການໂລກລະບາດໂຄວິດ ຍັງສືບຕໍ່ມີການຜັນແປຢ່າງສັບສົນໃນໂລກ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການປະສານສົມທົບຢ່າງມີໄຫວພິບ ແລະ ຄວາມເປັນເຈົ້າການຂອງປະເທດເຈົ້າພາບ ຫວຽດນາມ ໃນການສະເໜີ, ປຶກສາຫາລືຫຼາຍນະໂຍບາຍຊີ້ຂາດສໍາຄັນ ທີ່ກ່ຽວຂ້ອງເຖິງທິດທາງການຮ່ວມມື, ພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ. ໝາກຜົນດັ່ງກ່າວ ບໍ່ພຽງແຕ່ພິສູດໃຫ້ເຫັນຄວາມສາມັກຄີຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນສໍາຄັນເຂົ້າໃນການຍົກສູງອິດທິພົນຊື່ສຽງຂອງຫວຽດນາມໃນລະດັບພາກພື້ນ ແລະ ໃນໂລກອີກດ້ວຍ.

ການຈັດ​ຕັ້ງ​ກອງ​ປະຊ​ຸມສຸດ​ຍອດ ອາຊຽນ ຄັ້ງ​ທີ 36 ຢ່າງ​ສໍ​າ​​ເລັດ​ຜົນ ​​ເຮັດ​ໃຫ້​ອິດ​ທິພົນ​ຊື່ສຽງຂອງຫວຽດນາມ​​ຖືກ​ຍົກ​ສູງຂຶ້ນ
26/06/2020

ຫວຽດນາມຍົກສູງຄວາມເຫັນດີເຫັນພ້ອມໃນອາຊຽນ

(VOVWORLD) -ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໄດ້ດຳເນີນໃນວັນທີ 26 ມິຖຸນາ, ເຊິ່ງໄດ້ປຶກສາຫາລືຫຼາຍເນື້ອໃນທີ່ສຳຄັນ ແລະກ່ຽວຂ້ອງເຖິງບັນດາບັນຫາ ທີ່ພາກພື້ນ ອາຊຽນພວມປະເຊີນໜ້າ ໃນ ປັດຈຸບັນກໍ່ຄືຢັ້ງຢືນການພັດທະນາ, ຄວາມສະໜິດຕິດພັນ ຂອງ ປະຊາຄົມອາຊຽນ. ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ຈາກໂລກລະບາດ Covid – 19, ຫວຽດນາມ ຍັງເສີມຂະຫຍາຍບົດບາດເປັນປະທານອາຊຽນໄດ້ເປັນຢ່າງດີ ແລະ ມີບັນດາບາດກ້າວຢ່າງຖືກທິດ, ຊ່ວຍຍູ້ແຮງຄວາມສາມັກຄີ ແລະ ຄວາມເຫັນດີເປັນເອກະພາບພາຍໃນກຸ່ມ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

ຫວຽດນາມຍົກສູງຄວາມເຫັນດີເຫັນພ້ອມໃນອາຊຽນ
25/06/2020

ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້

(VOVWORLD) - ວົງການຜູ້ຊ່ຽວຊານ ແລະ ສື່ມວນຊົນສາກົນ ພວມສືບຕໍ່ ສຸມໃສ່ “ຖອດລະຫັດ” ເລື່ອງຫວຽດນາມ ປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ 19 ສຳເລັດຜົນ ເມື່ອ 70 ມື້ຜ່ານມາບໍ່ກວດພົບກໍລະນີໃດຕິດເຊື້ອຢູ່ພາຍໃນປະເທດ ແລະ ບັນດາຜູ້ຕິດເຊື້ອ ໄວຣັດ SARS – Cov2 ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີກໍລະນີໃດເສຍຊີວິດ. ູຄວາມຈິງກ່ຽວກັບບັນດາຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະສະກັດກັ້ນໂລກລະບາດ Covid – 19 ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້.

ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້
24/06/2020

ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ

(VOVWORLD) - ໃນ 25 ປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈປະຕິບັດບັນດາເປົ້າໝາຍຂອງໂຄງການເຄື່ອນໄຫວ ປັກກິງ ແລະ ບັນດາຄຳໝັ້ນສັນຍາສາກົນອື່ນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນວິວັດການສ້າງສາ ແລະ ປັບປຸງກົດໝາຍ, ນະໂຍບາຍຂອງປະເທດ.

ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ
23/06/2020

ສິ່ງທ້າທາຍແລະຄວາມມຸ່ງຫວັງທີ່ໄດ້ວາງອອກສຳລັບສະພາຄວາມໝັ້ນຄົງສປຊ ພາຍຫຼັງມີກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສປຊໃໝ່ຕື່ມອີກ 5 ປະເທດ

(VOVWORLD) -ບັນດາຂໍ້ຕົກລົງ ແລະ ມະຕິຂອງສະພາຄວາມໝັ້ນຄົງລ້ວນແຕ່ມີລັກສະນະຜູກມັດ ແລະ ທຸກໆສະມາຊິກຂອງສະຫະປະຊາຊາດ ລ້ວນແຕ່ມີໜ້າທີ່ຕ້ອງເຄົາລົບ ແລະ ປະຕິບັດຕາມ.

ສິ່ງທ້າທາຍແລະຄວາມມຸ່ງຫວັງທີ່ໄດ້ວາງອອກສຳລັບສະພາຄວາມໝັ້ນຄົງສປຊ ພາຍຫຼັງມີກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສປຊໃໝ່ຕື່ມອີກ 5 ປະເທດ
22/06/2020

ກອງ​ປະຊຸມ​ສຸດ​ຍອ​ດອາຊຽນ ຄັ້ງ​ທີ 36 - ຜັນ​ຂະຫຍາຍ​ບັນດາ​ບຸລິມະສິດ​ໃນ​ສະພາບ​ການ​ໃໝ່

(VOVWORLD) - ວັນທີ 22 ມິຖຸນາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເລີ່ມໄດ້ຮັບການຈັດຂຶ້ນຢູ່ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທໍາອິດ. ກອງປະຊຸມຖືກດໍາເນີນໃນສະພາບການເປັນພິເສດ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ ແລະ ກໍາລັງແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ອັນໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງທຸກດ້ານ ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນໂລກເວົ້າລວມ ແລະ ອາຊຽນ ເວົ້າສະເພາະ. ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບົດບາດຂອງຕົນ, ຮັບປະກັນໃຫ້ກອງປະຊຸມດັ່ງກ່າວບັນລຸໄດ້ໝາກຜົນໃດໜຶ່ງທີ່ສອດຄ່ອງກັບສະພາບການໃໝ່.

ກອງ​ປະຊຸມ​ສຸດ​ຍອ​ດອາຊຽນ ຄັ້ງ​ທີ 36 - ຜັນ​ຂະຫຍາຍ​ບັນດາ​ບຸລິມະສິດ​ໃນ​ສະພາບ​ການ​ໃໝ່
19/06/2020

ບັນ​ດາ​ຂີດ​ໝາຍ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14

(VOVWORLD) -ວັນທີ 19 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງຢູ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມພິເສດໃນປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ໄດ້ຮັບຮອງເອົາບັນດາລັດຖະນະໂຍບາຍທີ່ ສຳຄັນສຳລັບການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ເປີດກ້ວາງປະຕູແລກປ່ຽນດ້ານການຄ້າກັບສະຫະພາບເອີລົບ ເທົ່ານັ້ນ, ຫາກຍັງໄດ້ສ້າງພື້ນຖານໃຫ້ແກ່ການປ່ຽນແປງໃໝ່ ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ອີກດ້ວຍ.

ບັນ​ດາ​ຂີດ​ໝາຍ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14
18/06/2020

ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ

(VOVWORLD) - ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແມ່ນບັນດາຫລັກການພື້ນຖານຂອງມະນຸດ ໂດຍຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຕາມບັນດາຫລັກການລວມຂອງຖະແຫລງການສາກົນກ່ຽວກັບສິດທິມະນຸດ. ເຖິງຢ່າງໃດກໍຕາມ, ນີ້ແມ່ນບັນຫາສະດຸ້ງໄວ ຊື່ງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ, ຂັດເຄືອງການເມືອງ ເຄີຍສວຍໃຊ້ເພື່ອຕ້ານທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມ. ເຖິງແນວໃດກໍຕາມບັນດາຖອ້ຍທຳນອງນີ້ຈະບໍ່ມີຄວາມໝາຍອີກເມື່ອຄວາມຈິງກ່ຽວກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢູ່ຫວຽດນາມ ນັບມື້ນັບມີຊີວິດຊີວາ ພິເສດແມ່ນໃນຊຸມມື້ຜ່ານມາ.

ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ
17/06/2020

ບັນດາການຜັນແປທີ່ເປັນໜ້າວິຕົກກັງວົນຢູ່ແຫຼມເກົາຫຼີ

(VOVWORLD) - ວັນທີ 16 ມິຖຸນາ, ບັນດາແຫຼ່ງຂ່າວການທະຫານຂອງສ.ເກົາຫຼີ ໄດ້ຢັ້ງຢືນວ່າ, ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ເຂດອຸດສາຫະກຳຮ່ວມ Kaesong ຢູ່ເທດສະບານຊາຍແດນຕິດກັບ ສ.ເກົາຫຼີ.

ບັນດາການຜັນແປທີ່ເປັນໜ້າວິຕົກກັງວົນຢູ່ແຫຼມເກົາຫຼີ