ທີ່ຕັ້ງບົດບາດໃໝ່ໃຫ້ແກ່ໄລຍະພັດທະນາໃໝ່
(VOVWORLD) - ຫວຽດນາມ ພວມຫັນໄປສູ່ສະພາບການໃໝ່ທີ່ເປັນປົກກະຕິເທື່ອລະກ້າວ. ນັ້ນແມ່ນ ຫຼຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມເທື່ອລະກ້າວ, ຊອກຫາວິທີດໍາລົງຊີວິດຢ່າງປອດໄພກັບໂລກລະບາດ ແລະ ຟື້ນຟູການຜະລິດ, ດໍາເນີນທຸລະກິດ, ການບໍລິການຄືນໃໝ່, ຮັບປະກັນການພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ຈີນຕະນາການໃໝ່ກ່ຽວກັບການດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ຄ່ອຍໆໄດ້ສ້າງຂຶ້ນ ແລະ ຮຽກຮ້ອງກໍາລັງຄວາມສາມາດຮັບມືໃໝ່ຂອງທັງລະລົບຄຸ້ມຄອງ, ປະຊາຄົມວິສາຫະກິດ ກໍຄືປະຊາຊົນແຕ່ລະຄົນ.










