ຜັນຂະຫຍາຍບ້ວງເງິນໜູນຊ່ວຍຮັບປະກັນຊີວິດສັງຄົມ
(VOVWORLD) - ລັດຖະບານຫວຽດນາມ ພວມກະກຽມສະໜອງບ້ວງເງິນໜູນຊ່ວຍສັງຄົມ ເຊິ່ງບໍ່ເຄີຍມີມາກ່ອນໃນສະພາບການທີ່ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດ. ບ້ວງເງິນໜູນຊ່ວຍດັ່ງກ່າວ ອາດຈະຂຶ້ນກວ່າ 61.000 ຕື້ດົ່ງ (ເຊິ່ງເທົ່າກັບ 2,6 ຕື້ USD) ເພື່ອໜູນຊ່ວຍໃຫ້ຊາວຜູ້ອອກແຮງງານທີ່ຖືກວ່າງງານ, ລາຍຮັບຖືກຫຼຸດລົງຫຼາຍ... ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມ ແລະ ມີຄວາມຮັບຜິດຊອບຢ່າງສູງຂອງລັດຖະບານຫວຽດນາມ ໃນການປະຕິບັດໜ້າທີ່ຄວບຄູ່: ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ ທັງຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນເປັນປົກກະຕິ.










