ຫວຽດນາມປະຕິບັດຫຼາຍມາດຕະການປ້ອງກັນຕ້ານເຊື້ອພະຍາດ nCoV
(VOVWORLD) - ເກືອບ 3 ອາທິດທີ່ຜ່ານມາ, ນັບແຕ່ເມື່ອກວດພົບຜູ້ທຳອິດທີ່ຕິດເຊື້ອໄວຣັດ Corona, ມາຮອດປັດຈຸບັນ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມໄດ້ຜັນຂະຫຍາຍທຸກໆມາດຕະການປ້ອງກັນ, ຕ້ານເຊື້ອພະຍາດຢ່າງຕັ້ງໜ້າ, ແໜ້ນແຟ້ນ ແລະ ຄົບຊຸດ. ບັນດາຄວາມມານະພະຍາຍາມນີ້ໄດ້ເປັນທີ່ຮັບຮູ້ຈາກອົງການອານາໄມໂລກ (WHO), ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວຊາວຕ່າງປະເທດຕໍ່ຄວາມສາມາດໃນການຄວບຄຸມເຊື້ອພະຍາດຢ່າງສຳເລັດຜົນຂອງຫວຽດນາມ.










