ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ຕໍ່ໜ້າການກະທົບຈາກສະພາບການໂລກ ແລະ ພາກພື້ນ
(VOVWORLD) -ດ້ວຍຈຸດປະສົງ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ໃນລະຫວ່າງວັນທີ 1 ມັງກອນ 2020 ຫວຽດນາມ ໄດ້ເລີ່ມຜັນຂະຫຍາຍບັນດາການເຄື່ອນໄຫວທໍາອິດໃນຖານະເປັນປະທານ ອາຊຽນ. ດ້ວຍປະສົບການເປັນປະທານອາຊຽນ ເມື່ອປີ 2010 ມາກ່ອນ, ທີ່ຕັ້ງບົດບາດຂອງຫວຽດນາມໄດ້ຍົກສູງຂຶ້ນ, ພ້ອມກັບເລື່ອງຮັບດໍາລົງຕໍາແໜ່ງຄວບ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອີກນັ້ນ, ຫວຽດນາມ ໝັ້້ນໃຈວ່າ ຈະເສີມຂະຫຍາຍຄວາມສາມາດຂອງຕົນ ພ້ອມທັງປາດຖະໜາຢາກສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງຕໍ່ໜ້າບັນດາການກະທົບຈາກສະພາບການໂລກ ແລະ ພາກພື້ນ.










