ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ໃນການສ້າງລັດຖະບານເອເລັກໂຕນິກ
(VOVWORLD) - ລະບົບແບ່ງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານ ຮັບໃຊ້ລັດຖະບານເອເລັກໂຕນິກ ຫາກໍໄດ້ນຳເຂົ້າໃຊ້ງານໃນທ້າຍເດືອນພະຈິກຜ່ານມາ. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີແນັດໃນວິວັດການສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ, ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ພື້ນຖານເສດຖະກິດດີຈີຕອນ.










