(VOVWORLD) -ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະດຳເນີນໃນໄລຍະຈະມາເຖິງ. ສວຍໃຊ້ໂອກາດນີ້ ບັນດາອິດທິກຳລັງເປັນປໍລະປັກ ໄດ້ສຸມກຳລັງແຮງເພື່ອຕ້ານທຳລາຍ, ເສກສັ້ນປັ້ນແຕ່ງເປົ້າໝາຍ, ອຸດົມການ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ, ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ການຊີ້ນຳນຳພາຂອງພັກ, ວຽກງານບຸກຄະລາກອນຂອງກອງປະຊຸມ.. ເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງ ແລະ ໝາກຜົນການປະຕິວັດຂອງພັກ ແລະ ລັດຫວຽດນາມຫລຸດລົງ, ລົບລ້າງບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ. ສະນັ້ນ ນັບແຕ່ວັນທີ 3 ຕຸລາປີ 2019, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສ້າງຄໍລຳໃຫມ່ດ້ວຍຫົວເລື່ອງວ່າ: “ຫວຽດນາມ - ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ" ເພື່ອແນໃສ່ຕໍ່ສູ້ກັບສະພາບການດັ່ງກ່າວໃຫ້ມີປະສິດທິຜົນ. ບົດຂຽນທຳອິດໃນຄໍລຳນີ້ແມ່ນມີຫົວຂໍ້ວ່າ: “ ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ”.