ຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ: ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື
(VOVWORLD) - ກອງພົບປະເອກອັກຄະລັດຖະທູດບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ປະຈໍາຫວຽດນາມ ປີ 2019 ໂດຍ ກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 9 – 10 ກັນຍາ ຢູ່ຮ່າໂນ້ຍ. ໂດຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງບັນດາປະເທດຕາເວັນອອກກາງ - ອາຟະລິກາ, ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດຕາເວັນອອກກາງໃນພາກພື້ນນີ້ເປັນສໍາຄັນ. ດັ່ງນັ້ນ, ນີ້ແມ່ນເຫດການເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ສ້າງກາລະໂອກກາດໂອ້ລົມສົນທະນາ ແລະ ແລກປ່ຽນໂດຍກົງລະຫວ່າງບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດໃນພາກພື້ນນີ້ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍດ້ານກວ່າອີກ.










