ຫວຽດນາມ ເລີ່ມຕົ້ນອາຍຸການເປັນປະທານ ອາຊຽນໃນປີ 2020: ໜ້າທີ່ຄວາມຮັບຜິດຊອບ ແລະ ກາລະໂອກາດອັນໃຫຍ່ຫຼວງ
(VOVWORLD) - ວັນທີ 04 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35, ຫວຽດນາມ ໄດ້ຮັບຖານະບົດບາດເປັນປະທານ ອາຊຽນ ໃນປີ 2020 ຈາກ ໄທ ຢ່າງເປັນທາງການ, ເລີ່ມຮັບດໍາລົງຖານະຕໍາແໜ່ງດັ່ງກ່າວໃນປີຕໍ່ໄປ ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ. ເຖິງວ່າ ນີ້ບໍ່ແມ່ນຄັ້ງທໍາອິດທີ່ຮັບບົດບາດອັນສໍາຄັນຂອງ ອາຊຽນ ກໍຕາມ ແຕ່ໃນອາຍຸການເປັນປະທານ ອາຊຽນ ຄັ້ງນີ້ ມີບັນດາສິ່ງທີ່່ໃໝ່ອ່ຽມ ດ້ວຍບັນດາລັກສະນະພົ້ນເດັ່ນ,ໃນສະພາບການ ທີ່ ປະຊາຄົມ ອາຊຽນ ພວມມີບັນດາບາດລ້ຽວຢ່າງເຂັ້ມແຂງ. ບໍ່ພຽງແຕ່ມີໜ້າທີ່ກໍານົດທິດໃຫ້ແກ່ ປະຊາຄົມ ບືນຕົວຂຶ້ນ, ເພີ່ມທະວີການຮ່ວມສໍາພັນ, ຜ່ານຜ່າຄວາມຫຍຸ້ງຍາກ ເທົ່ານັ້ນ, ປະທານ ອາຊຽນ ຍັງຕ້ອງນໍາມາເຊິ່ງກາລະໂອກາດອັນໃຫຍ່ຫຼວງ ເພື່ອໃຫ້ຫວຽດນາມ ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຕົນ ບໍ່ພຽງແຕ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງຢູ່ໃນບັນດາເວທີປາໄສສາກົນໃຫ້ຫຼາຍກວ່າອີກດ້ວຍ.










