ສະຖານະການ ການເມືອງ

21/10/2019

ສຸມ​ໃສ​່ສ້າງ​ສະຖຽນລະ​ພາບ​ເສດຖະກິດ​ມະຫາ​ພາກ, ປະຕິບັດ​ສໍາ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ງົບປະ​ມານ​ແຫ່ງ​ລັດ ​ໄລຍະ 5 ປີ ​ແຕ່​ປີ 2016 – 2020

(VOVWORLD) - ສະພາບການເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະ 9 ເດືອນຕົ້ນປີ 2019 ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ຮອບດ້ານພໍສົມຄວນ: ການເຕີບໂຕບັນລຸລະດັບສູງພໍສົມຄວນ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາພາກສ່ວນສໍາຄັນຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ, ຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່ ແລະ ຮັບປະກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການຍົກສູງຂຶ້ນ. ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ຫວຽດນາມ ບັນລຸ ແລະ ລື່ນກາຍບັນດາຕົວເລກຄາດໝາຍຕົ້ນຕໍທັງໝົດ ໂດຍສະພາແຫ່ງຊາດໄດ້ມອບໝາຍໃຫ້; ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ 2016 – 2020.

ສຸມ​ໃສ​່ສ້າງ​ສະຖຽນລະ​ພາບ​ເສດຖະກິດ​ມະຫາ​ພາກ, ປະຕິບັດ​ສໍາ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ງົບປະ​ມານ​ແຫ່ງ​ລັດ ​ໄລຍະ 5 ປີ ​ແຕ່​ປີ 2016 – 2020
18/10/2019

ຂໍ້ຕົກລົງສະບັບໃໝ່ຂອງ ອັງກິດ ແລະ ອີຢູ ໄດ້ແກ້ໄຂສະພາບຈົນຕາແຈ Brexit

(VOVWORLD) - ພາຍຫລັງ ອັງກິດ ແລະ ອີຢູ ຖະແຫຼງວ່າ ສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນວັນທີ 17 ຕຸລາ, ທຸກຄົນກໍ່ມີຄວາມສົນໃຈຕໍ່ ລອນດອນ ຖ້າເບິ່ງວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະນຳ ອັງກິດ ຖອນຕົວອອກຈາກ ອີຢູ ໃນທ້າຍເດືອນນີ້

ຂໍ້ຕົກລົງສະບັບໃໝ່ຂອງ ອັງກິດ ແລະ ອີຢູ ໄດ້ແກ້ໄຂສະພາບຈົນຕາແຈ Brexit
17/10/2019

ເພີ່ມທະວີການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ

(VOVWORLD) -ການຕໍ່ສູ້ຕ້ານບັນດາທັດສະນະຜິດພາດ, ເປັນປໍລະປັກ, ປົກປັກຮັກສາ ລັດທິ - ມາກເລນິນ, ແນວຄິດໂຮ່ຈິມິນ ແມ່ນຫນ້າທີ່ສຳຄັນຂອງວຽກງານກໍ່ສ້າງ, ປັບປຸງພັກກອມມູນິດຫວຽດນາມ ປະຈຸບັນ. ຕາມທ່ານສາດສະດາຈານ, ປອ ຫວູວັນຮ່ຽນ, ຮອງປະທານ ສະພາທິດສະດີສູນກາງແລ້ວ, ເພື່ອປະຕິບັດຫນ້າທີ່ນີ້ເປັນຢ່າງດີ, ຄວນຊາບຊຶມ, ປະຕິບັດມະຕິ ເລກທີ 35 ຂອງກົມການເມືອງ ກ່ຽວກັບການ “ເພີ່ມທະວີການປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດ, ເປັນປໍລະປັກໃນສະພາບການໃຫມ່” ໃຫ້ເຂັ້ມງວດ.

ເພີ່ມທະວີການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ
16/10/2019

ການ​ສູ້​ຢັນ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຢູ

(VOVWORLD) -ການສູ້ຢັນກັນດ້ານພາສີອາກອນລະຫວ່າງອາເມລິກາ-ອີຢູ ພວມລະເບີດຂຶ້ນຄືນໃໝ່ ເຊິ່ງກ່ຽວຂ້ອງເຖິງບ້ວງເງິນຊ່ວຍໜູນໃຫ້ແກ່ບໍລິສັດຜະລິດເຮືອບິນ Airbus ແລະ Boeing. ບັນດາການໂຕ້ຖຽງກັນນັບມື້ນັບຂ້ຽວຂາດກ່ວາ ພາຍຫຼັງທີ່ອົງການການຄ້າໂລກ (WTO) ຕົກລົງໃຫ້ອາເມລິກາ ຈັດວາງພາສີປະຈຳປີຂຶ້ນເຖິງ 7.5 ຕື້ USD ແນໃສ່ສິນຄ້ານຳເຂົ້າຈາກອີຢູ. ສາຍພົວພັນດ້ານການຄ້າຂ້າມມະຫາສິມຸດອັດລັງຕິກ ພວມຢືນຢູ່ຕໍ່ໜ້າຄວາມແຕກແຫງຢ່າງຮ້າຍແຮງ ແລະ ມີໄພເກີດສົງຄາມດ້ານການຄ້າທີ່ກໍ່ຄວາມເສຍຫາຍຫຼາຍຢ່າງໃຫ້ທັງສອງຝ່າຍ.

ການ​ສູ້​ຢັນ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຢູ
15/10/2019

ກົນອຸບາຍຢຶດຄອງທະເລຕາເວັນອອກ ກໍ່ໃຫ້ເກີດໄພຫຼາຍຢ່າງສຳລັບພາກພື້ນແລະໂລກ

(VOVWORLD) -ເລື່ອງກ່ຳປັ່ນສຳຫຼວດ ໄຮ່ຢາງ 8 ແລະ ກ່ຳປັນປ້ອງກັນບາງລຳຂອງຈີນ ໄດ້ລະເມີດເຂດທະເລຫວຽດນາມ ຢ່າງຕໍ່ເນື່ອງ ສືບຕໍ່ເຮັດໃຫ້ປະຊາຄົມສາກົນມີຄວາມໂກດແຄ້ນ ແລະ ກ່າວປະນາມ.

ກົນອຸບາຍຢຶດຄອງທະເລຕາເວັນອອກ ກໍ່ໃຫ້ເກີດໄພຫຼາຍຢ່າງສຳລັບພາກພື້ນແລະໂລກ
14/10/2019

ນໍ້າ​ໃຈ​ໃໝ່, ກໍາລັງ​ແຮງ​ໃໝ່ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ

(VOVWORLD) - ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ອັດລົງໃນທ້າຍອາທິດຜ່ານມາ, ຢູ່ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 06 ວັນ. ໝາກຜົນຂອງກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈເພື່ອປະຕິບັດສໍາເລັດບັນດາໜ້າທີ່ ທີ່ໄດ້ວາງອອກຢ່າງແຮງ, ພ້ອມທັງສ້າງກໍາລັງແຮງໃໝ່່ ໃຫ້ແກ່ການພັດທະນາປະເທດຊາດໃນໄລຍະຈະມາເຖິງ.

ນໍ້າ​ໃຈ​ໃໝ່, ກໍາລັງ​ແຮງ​ໃໝ່ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ
11/10/2019

ລະດູ​​ບານ​ໃໝ່​ສັນຕິພາບ: ບັນດາ​ຄວາມ​ວິຕົກ​ກັງ​ວົນ ​ແລະ ຜົນ​ຕາມ​ມາ

(VOVWORLD) - ຊຸມວັນຜ່ານມາ, ໂລກ ໄດ້ເຫັນປະຈັກຕາການຕປະທະກັນສູ້ຄັ້ງໃໝ່ລະຫວ່າງກອງທັບ ຕວກກີ ກັບ ກໍາລັງຊາວ Kurd ຢູ່ຕາເວັນອອກສ່ຽງເໜືອ ຊີຣີ ພາຍຫຼັງ ອາເມລິກາ ຖອນກໍາລັງທະຫານອອກຈາກບໍລິເວນດັ່ງກ່າວ. ເຖິງວ່າບັ້ນຮົບຂອງກອງທັບ ຕວກກີ ທີ່ມີຊື່ວ່າ ລະດູບານໃໝ່ສັນຕິພາບ ແລະ ການນໍາປະເທດນີ້ ກໍຖະແຫຼງວ່າ ບັ້ນຮົບການທະຫານຂອງ ຕວກກີ ຢູ່ຊາຍແດນ ຊີຣີ ຈະເຂົ້າໄປເຂດຕາເວັນອອກສ່ຽງເໜືອຂອງຊີຣີບໍ່ເກີນ 30 ກິໂລແມັດກໍຕາມ ແຕ່ມັນອາດຈະກໍ່ຄວາມຂາດສະຖຽນລະພາບ, ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນ ຕາເວັນອອກກາງ ແລະ ມີຄວາມສ່ຽງກາຍເປັນສົງຄາມຮອບດ້ານ.

ລະດູ​​ບານ​ໃໝ່​ສັນຕິພາບ: ບັນດາ​ຄວາມ​ວິຕົກ​ກັງ​ວົນ ​ແລະ ຜົນ​ຕາມ​ມາ
10/10/2019

ຢຶດໝັ້ນຕາມເສັ້ນທາງຂອງການປະຕິວັດຫວຽດນາມ

(VOVWORLD) -ຢຶດໝັ້ນຕາມເປົ້າໝາຍ, ອຸດົມການເອກະລາດຂອງຊາດ ຕິດພັນກັບສັງຄົມນິຍົມ ບົນພື້ນຖານລັດທິ ມາກ - ເລນີນ, ແນວຄິດໂຮ່ຈິມີນ ແມ່ນເນື້ອໃນຈິດໃຈ ໂດຍກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊາບຊຶມ ໃນຄຳສັ່ງເລກທີ 35 - ລົງວັນທີ 30 ພຶດສະພາປີ 2019 ເພື່ອແນໃສ່ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ຢຶດໝັ້ນບັນດາບັນຫາມີລັກສະນະຫລັກການໃນໂຄງການການເມືອງ, ແນວທາງ, ແຜນນະໂຍບາຍຂອງພັກ ນັ້ນແມ່ນວິທີຊື່ງບັນດານັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນຄຸນທາດການເມືອງຕໍ່ບັນດາການປຸກປັ່ນ, ເສກສັ້ນປັ້ນແຕ່ງຂອງບັນດາອິດທິກຳລັງເປັນປໍລະປັກ ຕ້ານທຳລາຍເປົ້າໝາຍ, ອຸດົມການ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ.

ຢຶດໝັ້ນຕາມເສັ້ນທາງຂອງການປະຕິວັດຫວຽດນາມ
09/10/2019

ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ

(VOVWORLD) - ນັບແຕ່ວັນທີ 3 ກໍລະກົດ 2019 ຈົນເຖິງປັດຈຸບັນ, ກຸ່ມກຳປັ່ນໄຮຢາງ 8 ຂອງຈີນກໍ່ຍັງເຄື່ອນໄຫວສຳຫຼວດນ້ຳມັນ ແລະ ເປີດກວ້າງຂອບເຂດການເຄື່ອນໄຫວຢູ່ເຂດບ໋າຍຕືຈີ໊ງ- ຫວຸງເມິຍທີ່ຂຶ້ນກັບເຂດເສດຖະກິດພິເສດ - ໄຫຼ່ທະວີບຂອງຫວຽດນາມຢ່າງຕໍ່ເນື່ອງ. ການເຄື່ອນໄຫວຂອງກຸ່ມກຳປັ່ນຈີນແມ່ນການລະເມີດສິດຕໍ່ອຳນາດອະທິປະໄຕແລະ ສິດອຳນາດສານຂອງຫວຽດນາມທີ່ໄດ້ກຳນົດໄວ້ຢ່າງເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຢ່າງຮ້າຍແຮງເຊິ່ງ ຫວຽດນາມແລະຈີນ ຕ່າງກໍ່ເປັນສະມາຊິກ.

ກົນ​ອຸ​ບາຍຢຶກ​ຄອງທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂດຍ​ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ
08/10/2019

ສຸມພູມປັນຍາຄົ້ນຄວ້າ,ວາງອອກບັນດາແຜນນະໂຍບາຍ,ລັດຖະນະໂຍບາຍທີ່ຖືກຕ້ອງ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນບົດລາຍງານການເມືອງ ແມ່ນເອກະສານສຳຄັນເປັນຈຸດສຸມຂອງກອງປະຊຸມໃຫຍ່, ແມ່ນພື້ນຖານເພື່ອສ້າງເອກະສານສະບັບຕ່າງໆ.

ສຸມພູມປັນຍາຄົ້ນຄວ້າ,ວາງອອກບັນດາແຜນນະໂຍບາຍ,ລັດຖະນະໂຍບາຍທີ່ຖືກຕ້ອງ