ສະຖານະການ ການເມືອງ

ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

(VOVWORLD) - ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ

ຫວຽດນາມ ແລະ ກຳປູເຈຍ ຫາກໍ່ລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ ເພື່ອແກ້ໄຂບັນຫາປັກຫຼັກໝາຍຊາຍແດນ. ນີ້ໄດ້ຮັບຖືວ່າ ແມ່ນຫຼັກໝາຍປະຫວັດສາດ, ສ້າງບາດກ້າວພື້ນຖານສຳຄັນ ເພື່ອໃຫ້ 2 ປະເທດກ້າວໄປເຖິງຄວາມເຫັນດີເປັນເອກະພາບ 100% ກ່ຽວກັບການປັກຫຼັກໝາຍຊາຍແດນ, ການກຳນົດຊາຍແດນ, ຈາກນັ້ນ ສ້າງເງື່ອນໄຂປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ.

ພິທີລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ  (ພາບ: VGP)

        ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ ເພື່ອຮັບຮູ້ຜົນງານການແກ້ໄຂຊາຍແດນລະຫວ່າງ 2 ປະເທດ.

ມານະພະຍາຍາມເພື່ອເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ

       ເສັ້ນຊາຍແດນທາງບົກລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການ ກຳນົດໃນສົນທິສັນຍາວ່າດ້ວຍການກຳນົດຊາຍແດນແຫ່ງຊາດທີ່ໄດ້ເຊັນກັນໃນປີ 1985 ແລະ ສົນທິສັນຍາເພີ່ມເຕີມສົນທິສັນຍາວ່າດ້ວຍການກຳນົດຊາຍແດນແຫ່ງຊາດທີ່ເຊັນກັນໃນປີ 2005. ນັບແຕ່ປີ 2006, ການປະຕິບັດສົນທິສັນຍາປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005, 2 ຝ່າຍໄດ້ຕັດສິນໃຈດຳເນີນວຽກງານການແບ່ງກຳນົດ, ຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ. ປີ 2013, 2 ຝ່າຍໄດ້ເຫັນດີເປັນເອກະພາບກັນປັກບັນດາຫຼັກໝາຍສຳຮອງເພີ່ມເຕີມ ເພື່ອກຳນົດແຈ້ງເສັ້ນຊາຍແດນໃນຕົວຈິງ. ໝາກຜົນ, ທ້າຍປີ 2018, 2 ຝ່າຍໄດ້ແບ່ງເສັ້ນຊາຍແດນສຳເລັດປະມານ 1.045 ກິໂລແມັດ, ກໍ່ສ້າງຫຼັກໝາຍໄດ້ກ່ວາ 2000 ຫຼັກໝາຍຢູ່ 1.500 ຈຸດທີ່ຕັ້ງຕົວຈິງ, ບັນລຸປະມານ 84% ປະລິມານວຽກງານແບ່ງຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນທົ່ວລະບົບເສັ້ນຊາຍແດນ.

        ສຳລັບຈຳນວນວຽກງານ 16% ທີ່ຍັງເຫຼືອນັ້ນ ຍັງບໍ່ທັນໄດ້ຮັບການຜັນຂະຫຍາຍແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນຕົວຈິງ, ບົນຈິດໃຈຮ່ວມມືຢ່າງຕັ້ງໜ້າ, ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈ ຈະແກ້ໄຂທັງໝົດໂດຍໄວ ເພື່ອຫັນໄປສູ່ໄລຍະສົມທົບກັນແກ້ໄຂບັນຫາກຳນົດເສັ້ນຊາຍແດນທາງທະເລ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນທີ່ພິທີລົງນາມໃນວັນທີ 05 ຕຸລາ ຜ່ານມາ.

        “ການນຳ 2 ປະເທດຈະສືບຕໍ່ຊີ້ນຳ, ກະຕຸກຊຸກຍູ້ ເພື່ອປະຕິບັດການກຳນົດປັກຫຼັກໝາຍຊາຍແດນໃນທົ່ວເສັ້ນຊາຍແດນໃຫ້ສຳເລັດໂດຍໄວ, ບົນພື້ນຖານຄວາມເຂົ້າອົດເຂົ້າໃຈເຊິ່ງກັນ ແລະ ກັນ, ນ້ຳໃຈຄວາມຮັບຜິດຊອບລະຫວ່າງ 2 ປະເທດ, ເຄົາລົບກົດໝາຍສາກົນ, ພິເສດແມ່ນບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງໄດ້ຮັບການລົງນາມລະຫວ່າງ 2 ປະເທດພວກເຮົາ. ຍ້ອນວຽກງານແບ່ງຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກຂອງພວກເຮົາຍັງບໍ່ທັນສຳເລັດທັງໝົດ, ດັ່ງນັ້ນ ວຽກງານຄຸ້ມຄອງ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຢູ່ເຂດຊາຍແດນ ຄວນໄດ້ປະຕິບັດຕາມທິດ: ດຳເນີນການຄຸ້ມຄອງຕາມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເຊິ່ງໄດ້ຮັບການຮັບຮູ້ ແລະ ຂຽນໄວ້ໃນຈົດໝາຍທາງການວ່າດ້ວຍການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນບັນດາເຂດທີ່ໄດ້ປະຕິບັດວຽກງານແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນສຳເລັດ (ປະມານ 84%); ສືບຕໍ່ຄຸ້ມຄອງຕາມຂໍ້ກຳນົດຢູ່ຂໍ້ 5 ມາດຕາ 3, ສົນທິສັນຍາເພີ່ມເຕີມ 2005 ສຳລັບບັນດາເຂດທີ່ຍັງບໍ່ທັນປະຕິບັດການແບ່ງຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃຫ້ສຳເລັດ (ປະມານ 16%).”

ໝາກຜົນທີ່ສຳຄັນ

ໃນຕະຫຼອດ 40 ປີທີ່ຜ່ານມາ, ຫວຽດນາມ ແລະ ກຳປູເຈຍໄດ້ມານະພະຍາຍາມ, ພ້ອມກັນແກ້ໄຂບັນຫາຊາຍແດນ, ຜັນຂະຫຍາຍ ວຽກງານ ແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງປົກລະຫວ່າງສອງປະເທດ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ນຳມາເຊິ່ງບັນດາໝາກຜົນທີ່ສຳຄັນ. ເລື່ອງຫວຽດນາມ ແລະ ກຳປູເຈຍໄດ້ລົງນາມໃນສັນຍາສະບັບເພີ່ມເຕີມ ປີ 2019 ແລະ ອະນຸສັນຍາ ວ່າດ້ວຍການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທີ່ຜ່ານມາແມ່ນເຫດການທີ່ມີຄວາມສຳຄັນພິເສດໃນການພົວພັນລະຫວ່າງສອງປະເທດ, ສ້າງຂີດໝາຍປະຫວັດສາດທີ່ມີຄວາມໝາຍໃນວິວັດການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດພາຍຫຼັງການເຈລະຈາໄດ້ດຳເນີນມາເປັນເວລາກ່ວາ 36 ປີ. ເຫດການນີ້ຢັ້ງຢືນເຖິງເປົ້າໝາຍລວມຂອງສອງຝ່າຍແມ່ນກໍ່ສ້າງເສັ້ນຊາຍແດນທີ່ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ມີຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າການເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດ ແລະ ຄວາມສິວິໄລຂອງປະຊາຊົນທັງສອງປະເທດ. ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hunsen ຢັ້ງຢືນວ່າ:

ພິທີລົງນາມໃນເອກະສານປະຫວັດສາດສອງສະບັບໃນມື້ນີ້ໄດ້ພິສູດໃຫ້ເຫັນວ່າ ຄວາມຄືບໜ້າໃນການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ ພວກເຮົາ ບັນລຸໄດ້ບາດກ້າວທີ່ໜ້າພາກພູມໃຈ. ນີ້ກໍ່ແມ່ນຄວາມມານະພະຍາຍາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຂ້າພະເຈົ້າ, ພ້ອມກັບຄະນະກຳມະການປະສົມຊາຍແດນ ແລະ ອຳນາດການປົກຄອງທຸກຂັ້ນຂອງສອງປະເທດໃນຕະຫຼອດໄລຍະ 14 ປີທີ່ຜ່ານມາ, ນັບແຕ່ພາຍຫຼັງລົງນາມໃນສັນນາສະບັບເພີ່ມເຕີມໃນປີ 2005 ມາຮອດປັດຈຸບັນ. ໝາກຜົນອັນຍິ່ງໃຫຍ່ໃນວຽກງານແປ່ງເສັ້ນຊາຍແດນ, ປັກຫຼັກໝາຍເຂດຊາຍແດນເຊິ່ງທັງສອງປະເທດບັນລຸໄດ້ແມ່ນເລີ່ມມາຈາກຄວາມມານະພະຍາຍາມໃນການຊອກຫາວິທີການແກ້ໄຂລວມ ບົນນ້ຳໃຈມິດຕະພາບ, ນ້ຳໃຈອ້າຍນ້ອງ, ຄວາມເຫັນໃຈເຊິ່ງກັນແລະກັນ ແລະ ເປັນເພື່ອນມິດຂອງກັນຜ່ານຫຼາຍສິບປີທີ່ຜ່ານມາ.

        ບັນຫາຊາຍແດນ, ຜືນແຜ່ນດິນແມ່ນບັນຫາທີ່ສັກກາລະບູຊາສຳລັບແຕ່ລະປະເທດຊາດ. ເລື່ອງມີເສັ້ນຊາຍແດນໄດ້ຮັບການໄວ້ແບ່ງລະອຽດຈຳແບກ,ຂີດຂັ້ນຢ່າງຈະແຈ້ງໃນຕົວຈິງ, ໄດ້ຮັບຮູການຢັ້ງຢືນດ້ວຍເອກະສານນິຕິກຳລະດັບສາກົນຈະສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະ ຮັບປະກັນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບເຂດຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມກໍ່ຄືການເພີ່ມທະວີການພົວພັນແລກປ່ຽນ ແລະ ການຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.

        ເລື່ອງ ຫວຽດນາມ ແລະ ກຳປູເຈຍລົງນາມໃນເອກະສານສອງສະບັບໄດ້ສະແດງໃຫ້ເຫັນວ່າ ຖ້າມີໄມຕິຈິດ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບ, ຄວາມໄວ້ເນື່ອເຊື່ອໃຈ ແລະ ຄວາມມານະພະຍາຍາມລວມແລ້ວ, ບັນຫາຫຍຸ້ງຍາກຄື ບັນຫາຊາຍແດນ, ຜືນແຜ່ນດິນກໍ່ຍັງສາມາດເປັນເອກະພາບເພື່ອແກ້ໄຂໄດ້. ນີ້ກໍ່ໄດ້ຖືວ່າແມ່ນເຫດການປະຫວັດສາດທີ່ສຳຄັນ, ເພື່ອໃຫ້ສອງຝ່າຍຫວນຄືນເສັ້ນທາງທີ່ໄດ້ຜ່ານມາ, ຈາກນັ້ນສ້າງກຳລັງໜູນເພື່ອບັນລຸໄດ້ບັນດາ ຜົນສຳເລັດອັນສຳຄັນໃນການແກ້ໄຂບັນດາຊາຍແດນ, ຜືນແຜ່ນດິນໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.