ສະຖານະການ ການເມືອງ

30/07/2019

ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແລະປົກປັກຮັກສາອຳນາດອະທິປະໄຕແຫ່ງຊາດໂດຍສັນຕິວິທີ

(VOVWORLD) -ບໍ່ພຽງແຕ່ລະເມີດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງເທົ່ານັ້ນ, ຫາກການກະທຳຂອງຈີນ ຍັງນາບຂູ່ໂດຍກົງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຢູ່ໃນໂລກອີກດ້ວຍ.

ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແລະປົກປັກຮັກສາອຳນາດອະທິປະໄຕແຫ່ງຊາດໂດຍສັນຕິວິທີ
29/07/2019

ຫວຽດ​ນາມ - 24ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ

(VOVWORLD) -ວັນທີ 28 ກໍລະກົດ 2019, ເປັນຂີດໝາຍເຫດການສະເຫຼີມສະຫຼອງ 24 ປີແຫ່ງວັນ ຫວຽດນາມເຂົ້າຮ່ວມເປັນສະມາຊີກຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ພາຍຫຼັງກ່ວາ 2 ທົດຕະວັດ ແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງໂຄງປະກອບທີ່ເປັນເອກະພາບຂອງ ອາຊຽນ ກໍ່ຄືການຮັກສາສັນຕິພາບ, ວັດທະນາຖາວອນໃນພາກພື້ນ, ສ້າງຕັ້ງ ອາຊຽນ ກາຍເປັນປະຊາຄົມລວມທີ່ສົມບູນແບບ, ຖືປະຊາຊົນເປັນໃຈກາງ.

ຫວຽດ​ນາມ - 24ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ
26/07/2019

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

(VOVWORLD) -ໃຫ້ບຸລິມະສິດ ແລະ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ນັບແຕ່ເມື່ອປະທານໂຮ່ຈີມິນ ໄດ້ຖືເອົາວັນທີ 27 ກໍລະກົດແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນຕະຫຼອດ 70 ກ່ວາປີຜ່ານມາ, ລະບົບກົດໝາຍ, ນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານ ຊື່ງບໍ່ພຽງແຕ່ສະແດງໃຫ້ເຫັນການໃຫ້ບຸລິມະສິດພິເສດຂອງພັກ, ລັດທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສະຫວັດດີການສັງຄົມ, ການພັດທະນາປະເທດຊາດແບບຍືນຍົງອີກດ້ວຍ.

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ
25/07/2019

ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ

(VOVWORLD) -ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8(Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ. ນີ້ແມ່ນເຂດທະເລຂອງຫວຽດນາມ ແລະ ໄດ້ຮັບການກຳນົດຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຊື່ງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ. ການກະທຳດັ່ງກ່າວຂອງຈີນ ແມ່ນລະເມີດອຳນາດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມ, ໄປຝືນກັບກົດໝາຍສາກົນ.

ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ
24/07/2019

ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ

(VOVWORLD) - ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສະພາບການຄ້າມະນຸດໃນໂລກປີ 2018, ໃນນັ້ນ ໄດ້ຈັດອັນດັບ ຫວຽດນາມ ຢູ່ໃນກຸ່ມບັນດາປະເທດຕ້ອງໄດ້ຕິດຕາມກ່ຽວກັບໄພການຄ້າມະນຸດ.

ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ
23/07/2019

ຄວາມເຄັ່ງຕຶງລະຫວ່າງອາເມລິກາ-ອີຣານ ແລະ ການລະຫຼີ້ນ “ປາກເຫວສົງຄາມ”

(VOVWORLD) -ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ສືບຕໍ່ປີນຂັ້ນໄດ, ນັບແຕ່ເມື່ອກຳລັງທະຫານພິທັກຮັກສາປະຕິວັດອິດສະລາມອີຣານ ໄດ້ກັກກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳຂອງອັງກິດ ຢູ່ຊ່ອງແຄບທະເລ Hormuz ດ້ວຍຄຳກ່າວຫາວ່າລະເມີດກົດໝາຍການເດີນທະເລສາກົນ.

ຄວາມເຄັ່ງຕຶງລະຫວ່າງອາເມລິກາ-ອີຣານ ແລະ ການລະຫຼີ້ນ “ປາກເຫວສົງຄາມ”
22/07/2019

ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ

(VOVWORLD) - ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກໍລະກົດ 2019 ຢູ່ Caracas, ເວເນຊູເອລາ, ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ເວເນຊູເອລາ, ປະທານຄະນະປະກຳມະການປະສານງານບໍ່ຮ່ວມກຸ່ມ. ດ້ວຍບົດບາດຕິດພັນກັບບັນດາປະເທດພວມພັດທະນາ, ໃນຕະຫຼອດໄລຍະ 58 ປີທີ່ຜ່ານມາ, ຂະບວນການບໍ່ຮ່ວມກຸ່ມໄດ້ກາຍເປັນເວທີປາໄສຫຼາຍຝ່າຍນຳໜ້າໃນ ການປ້ອງກັນ ແລະ ສ້າງບັນດາຫຼັກການໃນການຮ່ວມມື ແລະ ເຈລະຈາ ສາກົນ, ປົກປ້ອງສິດຜົນປະໂຫຍດຂອງບັນດາປະເທດພວມພັດທະນາຈຳນວນຫຼວງຫຼາຍ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ມີບັນດາການເຄື່ອນໄຫວທີ່ຕັ້ງໜ້າ, ສົມທົບຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງບົດບາດຂອງຂະບວນການ, ມານະພະຍາຍາມສູ້ຊົນເພື່ອບັນດາເປົ້າໝາຍຮັກສາສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ
19/07/2019

ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ບໍ່​​ໃຫ້​ໃຜ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ

(VOVWORLD) - ວັນທີ 17 ກໍລະກົດ, ຜູ້ຕາງໜ້າຫວຽດນາມ ຫາກໍ່ແບ່ງປັນປະສົບການຂອງຕົນໃນການສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຂົ້າໃນການວິວັດການສ້າງແຜນການ ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນກອງປະຊຸມຂັ້ນສູງຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC), ເຊິ່ງຖືກຈັດຂຶ້ນທີ່ ສໍານັກງານ ສປຊ ຢູ່ ນິວຢອກ, ປະເທດອາເມລິກາ. ບັນດາຜົນງານຂອງຫວຽດນາມໃນການພັດທະນາເສດຖະກິດ ແລະ ຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນບົດລາຍງານຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2018 ຢູ່ໃນທີ່ກອງປະຊຸມນີ້ ແມ່ນໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ບໍ່​​ໃຫ້​ໃຜ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ
18/07/2019

ສັນຍານເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ

(VOVWORLD) - ພາຍຫລັງ ອາທິດຫນຶ່ງ ທີ່ສະພາສູງ ຝລັ່ງ ຮັບຮອງເອົາຮ່າງກົດໝາຍຈັດວາງອັດຕາພາສີດີຈີຕອນສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່, ໃນນັ້ນ ມີປະເທດອາເມລິກາ. ວັນທີ 17 ກໍລະກົດ, ວົງການການເມືອງ ແອດສະປາຍ ໃຫ້ຮູ້ວ່າ: ປະເທດນີ້ ຈະຊຸກຍູ້ຮ່າງກົດໝາຍຈັດວາງອັດຕາພາສີ ສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ໂດຍໄວ ພາຍຫລັງ ລັດຖະບານໃຫມ່ເຂົ້າສາບານຕົວຮັບດຳລົງຕຳແຫນ່ງ. ການກະທຳນີ້ ແນ່ນອນວ່າ ຈະເຮັດໃຫ້ຫລາຍປະເທດ ເອີລົບ ມີຄຳຕັດສິນຄ້າຍຄືກັນ ແຕ່ພ້ອມກັນນັ້ນກໍ່ເຮັດໃຫ້ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ເອີລົບ ມີສັນຍານເກີດຄວາມເຄັ່ງຕຶງ.

ສັນຍານເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ
17/07/2019

ພັດທະນາ​ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ເພື່ອ​ຮັກສາ​ອັນ​ດັບ​ພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ

(VOVWORLD) -ຕາມບົດລາຍງານຂອງຫ້ອງວ່າການລັດຖະບານຫວຽດນາມແລ້ວ, ດັດຊະນີພັດທະນາແບບຍືນຍົງຂອງຫວຽດນາມ ໃນປີ 2019 ເລື່ອນຂຶ້ນ 34 ຂັ້ນ ເມື່ອທຽບໃສ່່ປີ 2016 ແລະ 3 ຂັ້ນ ເມື່ອທຽບໃສ່ປີ 2018. ຕາມນັ້ນແລ້ວ, ຫວຽດນາມ ພວມຢູ່ອັນດັບທີ 54/162 ປະເທດ ແລະ ເຂດແຄວ້ນ. ຜົນສໍາເລັດດັ່ງກ່າວ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາແຂວງ, ນະຄອນໃນທົ່ວປະເທດ, ພິເສດແມ່ນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ການເຮັດວຽກລະຫວ່າງອະນຸກໍາມະການເສດຖະກິດ-ສັງຄົມ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ໃນວັນທີ 16 ກໍລະກົດ 2019 ເໝືອນດັ່ງເວທີປາໄສທີ່ມີຂອບຂະໜາດໃຫຍ່ ເພື່ອແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບມາດຕະການພັດທະນາໃນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ປະກອບສ່ວນຮັກສາອັນດັບການພັດທະນາແບບຍືນຍົງຂອງຫວຽດນາມ.

ພັດທະນາ​ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ເພື່ອ​ຮັກສາ​ອັນ​ດັບ​ພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ