ຄວາມເຄັ່ງຕຶງດ້ານການຄ້າຍີ່ປຸ່ນ-ສ.ເກົາຫຼີ ສົ່ງຜົນກະທົບຕໍ່ເສດຖະກິດພາກພື້ນ ແລະ ທົ່ວໂລກ
(VOVWORLD) -ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ປະເທດອາຊີ ແມ່ນ ຍີ່ປຸ່ນ ແລະ ສ.ເກົາຫຼີ ພວມສືບຕໍ່ມີບັນດາການຜັນແປປິນຂັ້ນໄດ ພາຍຫຼັງບັນດາການເຈລະຈາດ້ານການຄ້າບໍ່ບັນລຸໝາກຜົນໃດໆ.

(VOVWORLD) -ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ປະເທດອາຊີ ແມ່ນ ຍີ່ປຸ່ນ ແລະ ສ.ເກົາຫຼີ ພວມສືບຕໍ່ມີບັນດາການຜັນແປປິນຂັ້ນໄດ ພາຍຫຼັງບັນດາການເຈລະຈາດ້ານການຄ້າບໍ່ບັນລຸໝາກຜົນໃດໆ.

(VOVWORLD) -ທ້າຍອາທິດຜ່ານມາ, ກຳລັງນັກຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດ ກຳປູເຈຍ ໄລຍະປີ 1979 – 1989 ໄດ້ມີຄວາມເປັນກຽດຕ້ອນຮັບຫຼຽນໄຊ ຊາວວາງ (ດາວຄຳ)ໂດຍພັກ, ລັດ ຫວຽດນາມ ມອບໃຫ້. ນີ້ແມ່ນ ລາງວັນອັນສູງສົ່ງ ແລະ ໃຫຍ່ຫຼວງຂອງພັກ, ລັດ ຫວຽດນາມເພື່ອແນໃສ່ ຮັບຮູ້, ຕີລາຄາສູງຄຸນງາມຄວາມດີອັນໃຫຍ່ຫຼວງ, ຜົນງານທີ່ດີເດັ່ນຂອງກຳລັງນັກຊ່ຽວຊານ ຫວຽດນາມ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນກຳປູເຈຍ. ດ້ວຍການຊ່ວຍເຫຼືອທີ່ໂປ່ງໃສ, ມີຄວາມເປັນທຳຂອງບັນດານັກຊ່ຽວຊານ ຫວຽດນາມນັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດອັນທີສອງແມ່ນ ຄວາມອຶດຫິວທຸກຍາກ, ພະຍາດໂລຄາ.

(VOVWORLD) -ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ 2018 ມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດ 2019, ເປັນຂີດໝາຍສ້າງບາດກ້າວໃໝ່ ແລະ ສ້າງພື້ນຖານດ້ານນິຕິກຳອັນສຳຄັນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ.

(VOVWORLD) -ເຂດການຄ້າເສລີ ອາຟຼິກາ (AfCFTA) ໄດ້ເປີດຕົວຢ່າງເປັນທາງການໃນຕົ້ນອາທິດ ຕໍ່ຫນ້າການເປັນສັກຂີພິຍານຂອງການນຳ 54 ພື້ນຖານເສດຖະກິດສະມາຊິກ. ນີ້ແມ່ນເຫດການມີຄວາມໝາຍປະຫວັດສາດສຳລັບ ອາຟຼິກາ ຊື່ງໄດ້ຕັ້ງຄວາມຫວັງໄວ້ວ່າຈະຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ 1,2 ຕື້ຄົນຢູ່ ທະວີບນີ້, ຫັນຄວາມໄຝ່ຝັນອາຟິຼິກາ ບໍ່ມີຄວາມທຸກຍາກໃຫ້ປະກົດຜົນເປັນຈິງ.

(VOVWORLD) - ໃນກອງປະຊຸມຄັ້ງທີ 41 ສະພາສິດທິມະນຸດ ສປຊ ທີ່ດໍາເນີນໃນວັນທີ 04 ກໍລະກົດ 2019 ຢູ່ ເຊີແນວ ປະເທດ ສະວິດນັ້ນ, ບົດລາຍງານແຫ່ງຊາດປະຈໍາໄລຍະຂອງຫວຽດນາມ, ຕາມກົນໄກສໍາຫຼວດກວດກາປະຈໍາໄລຍະ (ຮອບວຽນ 3) ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ໄດ້ຮັບການຕົກລົງເຫັນດີເປັນເອກະພາບຮັບຮອງເອົາຈາກບັນດາສະມາຊິກ. ໝາກຜົນດັ່ງກ່າວ ແມ່ນຂີດໝາຍໃໝ່ ທີ່ສະແດງໃຫ້ເຫັນບັນດາຜົນງານກ່ຽວກັບສິດທິມະນຸດ ຂອງຫວຽດນາມ ແມ່ນຍາມໃດກໍໄດ້ຮັບການຮັບຮູ້ເອົາຈາກປະຊາຄົມສາກົນ.

(VOVWORLD) - ສືບຕໍ່ບັນດາຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ໃນໄລຍະມໍ່ໆມານີ້, ເຕເຮຣານ ຫາກໍ່ຖະແຫຼງກ່ຽວກັບກຳນົດເວລາລໍຖ້າໄດ້ໝົດລົງແລ້ວ ແລະ ປະເທດນີ້ ເລີ່ມຕົ້ນເພີ່ມທະວີການເສີມທາດ ຢູລານຽມ ລື່ນກາຍລະດັບທີ່ໄດ້ກຳນົດ 3,67% ຕາມຂໍ້ຕົກລົງ ຊຶ່ງໄດ້ລົງນາມໃນປີ 2015 ນັບແຕ່ວັນທີ 08 ກໍລະກົດ ເປັນຕົ້ນມາ.

(VOVWORLD) - ໃນລະຫວ່າງວັນທີ 8 – 12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມຈີນຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານ ລີຈານຊູ ກຳມະການຜູ້ປະຈຳການກົມການເມືອງພັກກອມມູນິດ ຈີນ, ກຳມະການໃຫຍ່ຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ເຊິ່ງໄດ້ດຳເນີນໃນສະພາບການພົວພັນຮ່ວມມືສອງຝ່າຍສືບຕໍ່ບັນລຸໄດ້ບາດກ້າວພັດທະນາຢ່າງແຮງຫຼາຍຢ່າງໃນທຸກໆຂົງເຂດ, ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ສອງປະເທດ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຂຶ້ນສູ່ລະດັບສູງໃໝ່.

(VOVWORLD) -ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແມ່ນ FTA ສະບັບທຳອິດຂອງສະຫະພາບເອີລົບ (ອີຢູ) ກັບປະເທດໜຶ່ງທີ່ພວມພັດທະນາຢູ່ອາຊີ.

(VOVWORLD) - ພາຍຫຼັງໄລຍະເວລາທີ່ຄວາມເຄັ່ງຕຶງປິ່ນອ້ອມບັນດາຂໍ້ຕົກລົງຈັດວາງອັດຕາພາສີ, ໃນຊຸມວັນຕົ້ນເດືອນກໍລະກົດ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໄດ້ເລີ່ມດໍາເນີນບັນດາການເຈລະຈາການຄ້າຄືນໃໝ່. ການກະທໍາດັ່ງກ່າວ ຖືກດໍາເນີນພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ເຫັນດີເປັນເອກະພາບຢຸດຕິການຈັດວາງອັດຕາພາສີໃສ່ສິນຄ້າຂອງກັນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ສອງຝ່າຍເຈລະຈາກັນ. ເຖິງຢ່າງໃດກໍຕາມ, ເລື່ອງຢຸດຕິການຈັດວາງອັດຕາພາສີ ພຽງແຕ່ແມ່ນໄລຍະທີ່ສະຫງົບງຽບຊົ່ວຄາວເທົ່ານັ້ນ ຖ້າຫາກວ່າ ອາເມລິກາ - ຈີນ ບໍ່ສາມາດແກ້ໄຂບັນດາຄວາມບໍ່ລົງລອຍຕົ້ນຕໍ່ໄດ້.

(VOVWORLD) - ວັນທີ 30 ມິຖຸນາ 2019 ໄດ້ເຫັນປະຈັກຕາຂີດໝາຍປະຫວັດສາດຢູ່ສະຖານທີ່ປະຫວັດສາດ Panmunjom. ການນຳສອງທ່ານຂອງສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ເຄີຍສູ້ຢັນກັນມາແລ້ວ, ເຖິງວ່າໄດ້ພົບປະກັນໃນເວລາສັ້ນກໍ່ຕາມແຕ່ກໍ່ມີປະສິດທິຜົນ. ພິເສດ, ທ່ານ Donald Trump ເປັນປະທານາທິບໍດີ ອາເມລິກາ ຄົນທຳອິດທີ່ໄປຢຽບຜືນແຜ່ນດິນຂອງ ສປປ.ເກົາຫຼີ ເມື່ອໄດ້ກ້າວບາດຕີນຜ່ານເສັ້ນຂີດຂັ້ນຢູ່ເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (DMZ). ບັນດາສັນຍານທີ່ຕັ້ງໜ້າທັງໝົດນີ້ໄດ້ເປີດອອກຄວາມຫວັງວ່າ ໃນການເຈລະຈານິວເຄຼຍຈະມີບາດກ້າວຄືບໜ້າຫຼາຍຢ່າງໃນໄລຍະຈະມາເຖິງ.
