ສະຖານະການ ການເມືອງ

21/05/2019

ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ບົດລາຍງານຕີລາຄາເພີ່ມເຕີມໝາກຜົນເສດຖະກິດສັງຄົມປີ 2018, ສະພາບຊຸມເດືອນຕົ້ນປີ 2019 ແລະ ໜ້າທີ່, ມາດຕະການຈຸດສຸມໃນໄລຍະຈະມາເຖິງ, ທີ່ວາລະໄຂກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ເມື່ອຕອນເຊົ້າວັນທີ 20 ພຶດສະພາ ໃຫ້ເຫັນວ່າ: ປີ 2018, ຫວຽດນາມ ມີລະດັບການເຕີບໂຕດ້ານເສດຖະກິດຢືນອັນດັບໜຶ່ງໃນພາກພື້ນ ແລະ ໃນໂລກ. ປີ 2019 ແມ່ນປີບຸກທະລຸເພື່ອປະຕິບັດສຳເລັດແຜນການ 5 ປີ (2016-2020). ສະນັ້ນ, ລັດຖະບານຫວຽດນາມ ໄດ້ກຳນົດທິດນຳ “ລະບຽບການ, ສັດຊື່, ການກະທຳ, ປະດິດສ້າງ, ບຸກທະລຸ, ມີປະສິດທິຜົນ” ເພື່ອສຳເລັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ.

ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ
20/05/2019

ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ

(VOVWORLD) -ພາຍຫຼັງການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນເປັນເວລາ 4 ວັນ, “ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ ເຂດພາກກາງ - ໄຕງວຽນ ປີ 2019” ກໍໄດ້ອັດລົງໃນວັນທີ 19 ພຶດສະພາ ຢູ່ເມືອງ ອາເລື໊ອຍ, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ.

ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ
17/05/2019

ທະວີຄູນຄຸນຄ່າແກ່ນສານດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ

(VOVWORLD) -ແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບ ແລະ ຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາວຫວຽດນາມ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາທີ່ສຸດ, ສາມາດເກ້ຍກອມໄດ້ຢ່າງງ່າຍດາຍທີ່ສຸດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນຫວຽດນາມ ຮໍ່ຳຮຽນ ແລະ ປະຕິບັດຕາມເພີ່ນ.

ທະວີຄູນຄຸນຄ່າແກ່ນສານດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ
16/05/2019

ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ

(VOVWORLD) - ທີ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພຶດສະພາ.ຕາມແຜນການ, ຄະນະບໍລິຫານງານສູນກາງພັກຈະຮັບຟັງບົດລາຍງານແລະ ປຶກສາຫາລືຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວເມື່ອປີ 2011). ຕາມການຕີລາຄາ, ເລື່ອງປະຕິບັດໂຄງການການເມືອງ 2011 ໄດ້ສ້າງບັນຍາກາດແຂ່ງຂັນອັນຟົດຟື້ນ, ເປັນຈິດຫນຶ່ງໃຈດຽວໃນທັງລະບົບການເມືອງແລະປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ພັດທະນາເສດຖະກິດສັງຄົມແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ.

ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ
15/05/2019

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຈະກາຍເປັນການປະທະກັນດ້ານການທະຫານຫຼືບໍ່?

(VOVWORLD) - ຂໍ້ມູນຂ່າວສານກ່ຽວກັບເລື່ອງ ອາເມລິກາ ຈັດສົ່ງກ່ຳປັ່ນຂົນສົ່ງຂະໜາດໃຫຍ່ ແລະ ລະບົບລູກສອນໄຟເທິງໜ້າດິນຕ້ານອາກາດ Patriot ດ້ວຍຄຳຖະແຫຼງເພື່ອ “ນາບຂູ່” ອີຣານ ພ້ອມດ້ວຍບັນດາຄຳໂຕ້ຕອບແຂງກະດ້າງຈາກນາຍພົນທະຫານກອງທັບລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ ໄດ້ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນ.

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຈະກາຍເປັນການປະທະກັນດ້ານການທະຫານຫຼືບໍ່?
14/05/2019

Vesak ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ

(VOVWORLD) - ວັນທີ 14 ພຶດສະພາ, ວັນບຸນວິສາຂະບູຊາ ສປຊ Vesak 2019 ໄດ້ອັດລົງຢູ່ຮ່ານາມ (ຫວຽດນາມ) ພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ວັນ. ການຈັດຕັ້ງເຫດການພຸດທະສາສະໜາໃຫ່ຍທີ່ສຸດໃນໂລກນີ້ສຳເລັດຜົນ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກທີ່ມີຕໍ່ສະມາຄົມພຸດທະສາສະໜາຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນບາດກ້າວເດີນອີກບາດກ້າວໜຶ່ງບົນເສັ້ນທາງເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ອີກດ້ວຍ. Vesak 2019 ໄດ້ປະກອບສ່ວນສ້າງສັນຕິພາບຂອງປະເທດຊາດ ແລະ ນຳມາຊຶ່ງສັນຕີພາບ ແລະ ນ້ຳໃຈສາມັກຄີໃຫ້ແກ່ມວນມະນຸດ. ບົດຂຽນຂອງນັກຂ່າວທູຮ່ວຽນ.

Vesak ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ
13/05/2019

ພຸດທະສາສະໜາຫວຽດນາມ ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ ​ແລະ ພັດທະນາ

(VOVWORLD) - ນັບແຕ່ປີ 2000 ມາຮອດປັດຈຸບັນ, ວັນບຸນວິສາຂະບູຊາ Vesak ສປຊ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ. ສໍາລັບຫວຽດນາມ, ວັນບຸນວິສາຂະບູຊາ Vesak 2019 ແມ່ນວັນບຸນຄັ້ງທີ 3 ເຊິ່ງຫວຽດນາມເປັນເຈົ້າພາບຈັດຕັ້ງ. ດ້ວຍຈໍານວນຜູ້ແທນພຸດທະສາສະໜາຢ່າງຫຼວງຫຼາຍ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ, ນີ້ແມ່ນງານບຸນທາງສາສະໜາຂອງໂລກຢ່າງແທ້ຈິງ. ເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ພຸດທະສາສະໜາຫວຽດນາມ ພວມນັບມື້ນັບເຊື່ອມໂຍງຢ່າງຕັ້ງໜ້າ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ. ບົດຂຽນຂອງນັກຂ່າວ ທູຖ໋າວ.

ພຸດທະສາສະໜາຫວຽດນາມ ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ ​ແລະ ພັດທະນາ
10/05/2019

ຫວຽດນາມ ແມ່ນຈຸດນັດພົບສັນຕິພາບຂອງບັນດາການດຳເນີນຊີວິດທາງດ້ານສາສະໜາສາກົນ

(VOVWORLD) -ວັນທີ 12 ພຶດສະພາ ຈະມາເຖິງ, ຫວຽດນາມ ຈະຕ້ອນຮັບຜູ້ແທນພຸດທະສາສະໜາໃນໂລກກວ່າ 1.600 ທ່ານ, ໃນນັ້ນມີທັງການນຳຂອງບາງປະເທດເຂົ້າຮ່ວມວັນບຸນວິສາຂະບູຊາ ຂອງສະຫະປະຊາຊາດ 2019 (Vesak).

ຫວຽດນາມ ແມ່ນຈຸດນັດພົບສັນຕິພາບຂອງບັນດາການດຳເນີນຊີວິດທາງດ້ານສາສະໜາສາກົນ
09/05/2019

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຍິ່ງປີນຂັ້ນໄດ

(VOVWORLD) -ຄວາມວິຕົກກັງວົນກ່ຽວກັບການປະທະກັນຢູ່ຕາເວັນອອກກາງເກີດຂຶ້ນອີກຄັ້ງຫນຶ່ງ ພາຍຫລັງ ທຳນຽບ 5 ແຈ ຈັດສົ່ງກຸ່ມກຳປັ່ນສະຫນາມບິນໄປເຖິງ ເຂດທະເລໃກ້ກັບ ອີຣານ, ສ່ວນ ອີຣານ ໄດ້ນາບຂູ່ວ່າ ຈະຟື້ນຟູການເຄື່ອນໄຫວເສີມທາດ ຢູຣານຽມ ລະດັບສູງ. ເປັນອັນວ່າ ໃນໄລຍະຫນຶ່ງປີເຕັມ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫລງຖອນອອກຈາກຂໍ້ຕົກລົງນິວເຄຼຍ ກັບອີຣານ, ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ, ສິ່ງດັ່ງກ່າວພວມນາບຂູ່ໂດຍກົງເຖິງສັນຕິພາບຢູ່ ຕາເວັນອອກກາງ.

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຍິ່ງປີນຂັ້ນໄດ
08/05/2019

ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ

(VOVWORLD) - ເລື່ອງທ່ານ D.Trump ຖະແຫຼງເກັບພາສີຄືນຢ່າງກະທັນຫັນ ເຮັດໃຫ້ ຈີນ ແລະ ທົ່ວໂລກຕົກສະເງີ້. ເຖິງຢ່າງໃດກໍ່ຕາມ ພາຍໃຕ້ແງ່ມູມຂອງບັນດານັກສັງເກດການ, ການປ່ຽນແປງຫຼັກໝັ້ນຂອງທ່ານ D.Trump ອາດຈະແມ່ນຍຸດທະວິທີການເຈລະຈາກ່ອນທີ່ດຳເນີນການເຈລະຈາ ໂດຍຜ່ານການຍົກອອກຄຳຖະແຫຼງທີ່ໜັກໜ່ວງນີ້ ເພື່ອແນໃສ່ຍາດເອົາຜົນປະໂຫຍດ.

ເບື້ອງຫລັງບັນດາຄຳຖະແຫຼງແຂງກະດ້າງກ່ຽວກັບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ  ແລະ ຈີນ